ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ Hun Manet ໄດ້ອອກຄຳສັ່ງດັ່ງກ່າວໃນພິທີປິດກອງປະຊຸມສະຫຼຸບວຽກງານໃນປີ 2023 ແລະ ທິດທາງວຽກງານປີ 2024 ຂອງກົມຄວບຄຸມຢາເສບຕິດແຫ່ງຊາດ, ຕາມໜັງສື ພິມ Khmer Times ໃນມື້ນີ້, ວັນທີ 21 ກຸມພາ.
ທ່ານ Hun Manet ກ່າວວ່າ “ຂ້າພະເຈົ້າໄດ້ລົງນາມໃນຄຳສັ່ງໃຫ້ຂະຫຍາຍຂະບວນການຕ້ານຢາເສບຕິດຂອງ ລັດຖະບານ ຊຶ່ງໝາຍຄວາມວ່າພະນັກງານ ແລະກຳລັງປະກອບອາວຸດທັງໃນລະດັບຊາດ ແລະທ້ອງຖິ່ນຈະຕ້ອງໄດ້ຮັບການກວດສານເສບຕິດ, ຖ້າຫາກພວກເຮົາພົບເຫັນພວກເຂົາເຈົ້າເສບຢາເສບຕິດ, ພວກເຂົາເຈົ້າຈະຖືກໄລ່ອອກທັນທີ.
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet
ພາບຫນ້າຈໍຈາກຄລິບ Khmer Times
ຄຳສັ່ງສະບັບໃໝ່ຂອງທ່ານນາຍົກລັດຖະມົນຕີ Hun Manet ເນັ້ນໜັກວ່າ: “ທຸກກະຊວງ, ອົງການ, ລັດຖະບານທ້ອງຖິ່ນຕ້ອງເພີ່ມທະວີການກວດກາຢ່າງເປັນປົກກະຕິ, ກວດກາບັນດາພະນັກງານ, ຕຳຫຼວດ ແລະ ທະຫານ, ພະນັກງານສັນຍາຈ້າງພາຍໃຕ້ການກວດກາເພື່ອກວດກາພົບເຫັນຜູ້ນຳໃຊ້ ຫຼື ພົວພັນກັບການຄ້າຢາເສບຕິດ”.
ຄຳສັ່ງດັ່ງກ່າວໄດ້ສົ່ງໃຫ້ກະຊວງ, ອົງການ, ອຳນາດການປົກຄອງນະຄອນຫຼວງ, ເຈົ້າແຂວງ ແລະ ເຈົ້າຄອງທ້ອງຖິ່ນ ກວດກາເຈົ້າໜ້າທີ່ຂອງຕົນ ແລະ ດຳເນີນຄະດີຕາມກົດໝາຍອາຍາ.
ທ່ານຮຸນມະເນດ ຍັງຮຽກຮ້ອງໃຫ້ ບັນດາກະຊວງພາຍໃນ , ປ້ອງກັນປະເທດ ແລະ ລັດຖະກອນ ແບ່ງປັນຂໍ້ມູນກ່ຽວກັບບັນດາເຈົ້າໜ້າທີ່ຖືກຈັບໃນຂໍ້ຫາກໍ່ອາຊະຍາກຳຢາເສບຕິດ ແລະ ປົດອອກຈາກຕຳແໜ່ງ. ທ່ານ Hun Manet ເນັ້ນໜັກວ່າ: “ມັນເປັນໜ້າທີ່ຂອງກະຊວງທີ່ກ່ຽວຂ້ອງທີ່ຈະກຳຈັດຄົນດັ່ງກ່າວ.
ລັດຖະບານກຳປູເຈຍເຫັນວ່າໄພອັນຕະລາຍທີ່ເກີດຈາກອາດຊະຍາກຳທີ່ກ່ຽວພັນກັບຢາເສບຕິດສືບຕໍ່ແຜ່ລະບາດຢ່າງເປັນຕາຕົກໃຈໃນພາກພື້ນ ແລະ ໃນທົ່ວໂລກ, ອີງຕາມ Khmer Times .
ແຫຼ່ງທີ່ມາ






(0)