ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງສຸດຈິດສຸດໃຈຕໍ່ບັນດາຄູອາຈານໃນທົ່ວປະເທດທີ່ໄດ້ອຸທິດຕົນທັງກາງເວັນທັງຄືນໃນພາລະກິດສ້າງສາ “ບຳລຸງສ້າງປະຊາຊົນ”.
ໂດຍເນັ້ນໜັກເຖິງຮີດຄອງປະເພນີຂອງຊາດທີ່ມີຄວາມຮັກແພງຮໍ່າຮຽນ, ເຄົາລົບນັບຖືຄູອາຈານ, ເຫັນຄຸນຄ່າບັນດາພອນສະຫວັນ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ພັກ ແລະ ລັດຍາມໃດກໍ່ຖື ການສຶກສາ ແລະ ບຳລຸງສ້າງແມ່ນນະໂຍບາຍອັນດັບໜຶ່ງຂອງຊາດ, ໃນນັ້ນຄູສອນມີບົດບາດສຳຄັນ./.
(TTXVN/Vietnam+)
ທີ່ມາ: https://www.vietnamplus.vn/thu-tuong-chinh-phu-gui-loi-tri-an-sau-sac-toi-toan-the-cac-the-he-nha-giao-post1077157.vnp






(0)