ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ປະທານາທິບໍດີ Kazakhstan Kassym-Jomart Kemelevich Tokaev.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບເພື່ອນມິດທີ່ເປັນມູນເຊື້ອຢູ່ພາກພື້ນອາຊີກາງ, ໃນນັ້ນມີ ກາຊັກສະຖານ, ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ ເພື່ອຜົນປະໂຫຍດຂອງ 2 ປະເທດ ແລະ ປະຊາຊົນ 2 ປະເທດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ສະ​ເໜີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ໃນ​ນັ້ນ​ມີ​ຂັ້ນ​ສູງ; ສືບ​ຕໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ພິ​ເສດ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ ​ແລະ ກອງ​ປະຊຸມ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໝັ້ນ​ໃຈ​ຢູ່​ອາຊີ (CICA)...

ທ່ານ​ນາ​ຍົກ ​ລັດ​ຖະ​ມົນ​ຕີ Pham Minh Chinh ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ.

ສ່ວນທ່ານປະທານາທິບໍດີ Kassym-Jomart Kemelevich Tokaev ຢືນຢັນວ່າ Kazakhstan ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງພາກພື້ນ ອາຊີ - ປາຊີຟິກ ແລະ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ ບົນພື້ນຖານບັນດາຄຸນຄ່າ ແລະ ຜົນປະໂຫຍດລວມ.

ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ປາດ​ຖະໜາ​ວ່າ ກາ​ຊັກ​ສະຖານ ສືບ​ຕໍ່​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ​ສຳຄັນ​ຂອງ ຫວຽດນາມ ຄື: ຜະລິດ​ຕະພັນ​ກະ​ເສດ, ອາຫານ​ທະ​ເລ, ​ແຜ່ນ​ແພ, ຜະລິດ​ຕະພັນ​ໄມ້ ​ເພື່ອ​ເຂົ້າ​ເຖິງ​ຕະຫຼາດ Kazakh; ພ້ອມ​ກັນ​ນັ້ນ, ສອງ​ຝ່າຍ​ໄດ້​ສົມທົບ​ກັນ​ຊຸກຍູ້​ການ​ປັບປຸງ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ເສດຖະກິດ​ເອີ​ລົບ (EAEU) ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ ​ແລະ ການ​ລົງທຶນ 2 ຝ່າຍ.

ປະທານາທິບໍດີ Kazakhstan Kassym-Jomart Kemelevich Tokaev ທີ່ກອງປະຊຸມ.

ທ່ານປະທານາທິບໍດີ Kassym-Jomart Kemelevich Tokayev ຢືນຢັນວ່າ ຈະຊີ້ນຳລັດຖະບານ ກາຊັກສະຖານ ສຸມໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີ, ສຸມໃສ່ຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຄື: ຄົມມະນາຄົມ, ຂົນສົ່ງ, ວັດທະນະທຳ, ການທ່ອງທ່ຽວ, ການເງິນ, ການຫັນເປັນດີຈີຕອນ ແລະ ອື່ນໆ; ປາດ​ຖະໜາ​ວ່າ​ຈະ​ສົມທົບ​ກັບ​ຫວຽດນາມ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ກາ​ຊັກ​ສະຖານ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ສົມທົບ​ກັນ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ສະ​ເພາະ​ລະຫວ່າງ 2 ປະ​ເທດ.

ສາກ​ກອງ​ປະ​ຊຸມ.

ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຫວັງ​ວ່າ: ການ​ລົງ​ນາມ​ໃນ​ສັນຍາ​ຍົກ​ເວັ້ນວີ​ຊາ​ສອງ​ຝ່າຍ​ໃຫ້​ແກ່​ຜູ້​ຖື​ໜັງສືຜ່ານ​ແດນ​ທຳ​ມະ​ດາ ​ແລະ ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ໂອກາດ​ມາ​ຢ້ຽມຢາມ ຈະ​ເປີດ​ໂອກາດ​ໃຫ້​ການ​ແລກປ່ຽນ​ປະຊາຊົນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ແລະ ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ຂອບ​ໃຈ​ລັດ ​ແລະ ລັດຖະບານ ກາ​ຊັກ​ສະຖານ ທີ່​ໄດ້​ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍ​ຊາວ​ຫວຽດນາມ ອາ​ໄສ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ຢູ່ Kazakhstan ຢ່າງ​ໝັ້ນຄົງ, ​ແລະ ສະ​ເໜີ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ມາ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່​ທີ່​ນີ້.

ຂ່າວ ແລະ ພາບ: HA PHUONG - TUAN HUY

* ກະ​ລຸ​ນາ​ໄປ​ຢ້ຽມ​ຢາມ ​ພາກ ​ການ​ເມືອງ ​ເພື່ອ​ເບິ່ງ​ຂ່າວ​ແລະ​ບົດ​ຄວາມ​ທີ່​ກ່ຽວ​ຂ້ອງ​.