ຕາມຂ່າວສານຊິນຮວາ: ວັນທີ 10 ຕຸລານີ້, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau.

ທ່ານນາຍົກລັດຖະມົນຕີ 2 ທ່ານ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ການາດາ ພວມພັດທະນາຢ່າງແຮງໃນຫຼາຍຂົງເຂດ; ຢືນຢັນຄວາມຕັດສິນໃຈສືບຕໍ່ເພີ່ມທະວີ ແລະ ລົງເລິກການຮ່ວມມືລະຫວ່າງ 2 ປະເທດ ບົນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ ແລະ ມີຜົນປະໂຫຍດ, ແທດຈິງຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ .
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ: ຍາມໃດຫວຽດນາມ ກໍຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ການາດາ; ຍິນດີຮ່ວມກັບການາດາເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ, ທັງໃນຂອບເຂດສອງຝ່າຍ ແລະ ຜ່ານບັນດາກົນໄກຂອງອາຊຽນ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍຂຸດຄົ້ນກາລະໂອກາດຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຢ່າງມີປະສິດທິຜົນກວ່າ; ຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດ, ໃນນັ້ນມີ ການາດາ ສະໜັບສະໜູນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ; ເພີ່ມທະວີການຮ່ວມມືດ້ານການຝຶກອົບຮົມດ້ານແຮງງານ, ໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ, ຄວາມສະເໝີພາບລະຫວ່າງຍິງຊາຍ, ການລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ, ການປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍ, ການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ.
ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ສະແດງຄວາມເຫັນດີເຫັນພ້ອມກັບບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ; ສະເໜີໃຫ້ສອງຝ່າຍເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດໃນລະດັບສູງ ແລະ ທຸກຂັ້ນ, ຂຸດຄົ້ນສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP).
ນາຍົກລັດຖະມົນຕີ 2 ທ່ານ ກໍ່ເຫັນດີເປັນເອກະພາບ ປະຕິບັດບັນດາຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ, ໃນນັ້ນມີບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ໄລຍະ 2024 – 2026; ແລະ ສືບຕໍ່ຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດສຳຄັນອື່ນໆເຊັ່ນ: ແຮງງານ, ສັງຄົມ, ການສຶກສາ, ການແລກປ່ຽນປະຊາຊົນ. ການນຳ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດບັນດາເວທີປາໄສຫຼາຍຝ່າຍໃນພາກພື້ນ ແລະ ທົ່ວໂລກ, ພິເສດແມ່ນອາຊຽນ, ສະຫະປະຊາຊາດ, ການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC), ປະຊາຄົມຝລັ່ງ.
ທີ່ມາ






(0)