ຕອນບ່າຍວັນທີ 3/7, ໃນກອງປະຊຸມລັດຖະບານເປັນປະຈຳ ແລະ ກອງປະຊຸມລັດຖະບານ-ທ້ອງຖິ່ນທາງອອນລາຍໃນເດືອນ 6, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງຕັ້ງໜ້າ ແລະ ຜັນຂະຫຍາຍບັນດານະໂຍບາຍພາສີເຊິ່ງກັນແລະກັນຂອງ ອາເມລິກາ.
ພ້ອມກັນນັ້ນ, ຕາມທ່ານນາຍົກລັດຖະມົນຕີ, ຫວຽດນາມ ຕ້ອງຖືວ່ານີ້ແມ່ນໂອກາດເພື່ອສ້າງໂຄງປະກອບພື້ນ ຖານເສດຖະກິດ ເອກະລາດ ແລະ ເປັນເຈົ້າຕົນເອງ, ຫັນປ່ຽນຮູບແບບການເຕີບໂຕ, ຫັນຕະຫຼາດ ແລະ ຕ່ອງໂສ້ການສະໜອງໃຫ້ແຕກຕ່າງກັນ.
ວັນທີ 2 ກໍລະກົດນີ້, ຄະນະຜູ້ແທນເຈລະຈາສອງປະເທດຫວຽດນາມ ແລະ ອາເມລິກາໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບຂອບເຂດສັນຍາການຄ້າສອງຝ່າຍ. ທ່ານເລຂາທິການໃຫຍ່ To Lam ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump, ຢືນຢັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ ແລະ ປຶກສາຫາລືຫຼາຍທິດເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ພິເສດແມ່ນ ວິທະຍາສາດ ເຕັກໂນໂລຢີສູງ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຍັງໄດ້ຮຽກຮ້ອງໃຫ້ທະນາຄານແຫ່ງລັດຮັບປະກັນການເຕີບໂຕສິນເຊື່ອຢ່າງສົມເຫດສົມຜົນ (ປະມານ 16%); ແລະໄດ້ຊີ້ນໍາໃຫ້ສືບຕໍ່ຕັດຄ່າໃຊ້ຈ່າຍແລະຫຼຸດຜ່ອນອັດຕາດອກເບ້ຍເງິນກູ້.
ທະນາຄານແຫ່ງລັດຍັງຕ້ອງພິຈາລະນາຢ່າງຮີບດ່ວນຖອນເຄື່ອງມືບໍລິຫານກ່ຽວກັບຂອບເຂດສິນເຊື່ອ, ປ່ຽນແທນການຄຸ້ມຄອງການເຕີບໂຕສິນເຊື່ອຕາມກົນໄກຕະຫຼາດ; ສ້າງມາດຖານການຄວບຄຸມຄວາມປອດໄພສິນເຊື່ອ, ແລະລາຍງານໃຫ້ນາຍົກລັດຖະມົນຕີໃນເດືອນກໍລະກົດ.
ຫົວໜ້າລັດຖະບານກໍ່ຮຽກຮ້ອງໃຫ້ຮັກສາສະຖຽນລະພາບຂອງຕະຫຼາດເງິນຕາ ແລະ ເງິນຕາຕ່າງປະເທດ; ສ້າງຄວາມເຂັ້ມແຂງການຄຸ້ມຄອງຕະຫຼາດຄໍາ; ແລະ ເລັ່ງປັບປຸງດຳລັດ ເລກທີ 24 ວ່າດ້ວຍການຄ້າຂາຍຄຳໃນເດືອນກໍລະກົດ. ນອກຈາກນັ້ນ, ປະຕິບັດໂຄງການສິນເຊື່ອບຸລິມະສິດທີ່ມີຢູ່ຢ່າງເດັດຂາດ.

ຕາມທ່ານນາຍົກລັດຖະມົນຕີແລ້ວ, ຫວຽດນາມ ຕ້ອງຖືວ່ານີ້ແມ່ນກາລະໂອກາດເພື່ອສ້າງໂຄງປະກອບພື້ນຖານເສດຖະກິດເອກະລາດ ແລະ ເປັນຕົນເອງ, ຫັນປ່ຽນຮູບແບບການເຕີບໂຕ, ຫັນຕະຫຼາດ ແລະ ຕ່ອງໂສ້ການສະໜອງໃຫ້ແຕກຕ່າງກັນ (ພາບ: VGP).
ການນຳລັດຖະບານ ຮຽກຮ້ອງໃຫ້ກະຊວງການເງິນ ເພີ່ມທະວີການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍງົບປະມານແຫ່ງລັດ; ສືບຕໍ່ຂະຫຍາຍຖານລາຍຮັບ, ໂດຍສະເພາະແມ່ນລາຍຮັບຈາກ e-commerce ແລະການບໍລິການອາຫານ; ແລະ ນຳ ໃຊ້ໃບເກັບເງິນເອເລັກໂຕຣນິກທີ່ຜະລິດຈາກທະບຽນເງິນສົດ.
ກະຊວງກໍ່ຕ້ອງຍູ້ແຮງການລົງທຶນພາກລັດ ແລະ ປະຕິບັດບັນດານະໂຍບາຍກ່ຽວກັບພາສີ, ຄ່າທຳນຽມ, ການຍົກເວັ້ນຄ່າບໍລິການຢ່າງມີປະສິດທິຜົນ; ແລະ ປະຢັດລາຍຈ່າຍເປັນປະຈຳ ເພື່ອຮັບປະກັນຊີວິດສັງຄົມ...
ກະຊວງການເງິນຍັງຕ້ອງສະເໜີແຜນການສະເພາະເພື່ອປະຕິບັດມະຕິເລກທີ 138 ຂອງລັດຖະບານ ເພື່ອປະຕິບັດມະຕິເລກທີ 68 ຂອງກົມການເມືອງກ່ຽວກັບເສດຖະກິດເອກະຊົນ; ຮີບດ່ວນໃຫ້ສຳເລັດ ແລະ ຍື່ນສະເໜີຕໍ່ກົມການເມືອງ ມະຕິກ່ຽວກັບການພັດທະນາເສດຖະກິດແຫ່ງລັດ ໃນຕົ້ນເດືອນກໍລະກົດ.
ນອກຈາກຂະແໜງທະນາຄານ, ເພື່ອບັນລຸເປົ້າໝາຍການເຕີບໂຕ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ສາຂາ ແລະ ທ້ອງຖິ່ນ ລະດົມການລົງທຶນສັງຄົມທັງໝົດ, ສູ້ຊົນໃຫ້ເພີ່ມຂຶ້ນ 11 – 12% ເມື່ອທຽບໃສ່ປີ 2024. ບັນດາອົງການຕ້ອງຮັບປະກັນການເບີກຈ່າຍທຶນຂອງລັດ 100% ແລະ ກໍ່ສ້າງເຮືອນຢູ່ສັງຄົມໃຫ້ໄດ້ 100.000 ຫົວໜ່ວຍ ກ່ອນວັນທີ 31 ທັນວາ.
ທີ່ມາ: https://dantri.com.vn/kinh-doanh/thue-doi-ung-cua-my-la-co-hoi-tai-co-cau-xay-dung-nen-kinh-te-doc-lap-20250704004247699.htm
(0)