ທ່ານພົນເອກ ໂງຊວນລິກ ແລະຄະນະ ໄດ້ລົງຢ້ຽມຢາມ, ຊຸກຍູ້, ມອບຂອງຂວັນໃຫ້ບັນດາຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ, ໃນນັ້ນມີ: ທ່ານ ນາງ ເລ ເຈືອງເຊີນ, ນາງ ເຈືອງທິລຽນ, ນາງ ຫງວຽນທິແອ໋ງແທ່ງ, ນາງ ດັ້ງທິທູ໋, ນາງ ໂຮ່ທິແທງຕວນ (ເຂດ ຟູ້ຊວານ, ເມືອງ ເຫ້ວ ). ທີ່ບັນດາຄອບຄົວ, ທ່ານພົນໂທ ເລືອງເກື່ອງ ໄດ້ຮັບຟັງຄຳຄິດເຫັນ ແລະ ຄວາມມຸ່ງມາດປາດຖະໜາ, ສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງຕໍ່ປະຊາຊົນກ່ຽວກັບຄວາມເສຍຫາຍຈາກໄພນໍ້າຖ້ວມ.

ທ່ານ​ພົນ​ໂທ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ລົງ​ຢ້ຽມຢາມ, ​ໃຫ້​ກຳລັງ​ໃຈ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ທີ່​ປະສົບ​ກັບ​ໄພ​ນ້ຳ​ຖ້ວມ​ຢູ່​ຕາ​ແສງ ຝູ໋ຊວນ.

ທ່ານພົນເອກ ໂງຊວນລິກ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງບັນດາຄະນະປະຈໍາພັກ, ອຳນາດການປົກຄອງທ້ອງຖິ່ນ, ກໍາລັງປະກອບອາວຸດໃນການປ້ອງກັນ, ຄວບຄຸມ, ຄົ້ນຫາ ແລະ ກູ້ໄພ, ຊ່ວຍເຫຼືອປະຊາຊົນຜ່ານຜ່າບັນດາຜົນສະທ້ອນຈາກໄພນໍ້າຖ້ວມ. ທ່ານພົນໂທ ເລືອງເກື່ອງ, ຮອງຫົວໜ້າກົມໃຫຍ່ ການ ເມືອງກອງທັບປະຊາຊົນຫວຽດນາມ ຮຽກຮ້ອງໃຫ້ປະຊາຊົນ, ພະນັກງານ, ນັກຮົບບັນດາກຳລັງປະກອບອາວຸດນະຄອນ ຫາຍຟ່ອງ ສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ພະຍາຍາມຜ່ານຜ່າບັນດາຜົນຮ້າຍຢ້ອນຫຼັງເພື່ອແນໃສ່ຮັກສາສະຖຽນລະພາບ, ຟື້ນຟູການຜະລິດໂດຍໄວ.

ທ່ານພົນໂທ ເລືອງເກື່ອງ ໄດ້ໃຫ້ກຳລັງໃຈ ແລະ ມອບຂອງຂວັນໃຫ້ພະນັກງານ, ຄູ-ອາຈານໂຮງຮຽນປະຖົມ ເຈີ່ນກວກຕ໋ຽນ ແລະ ບັນດາກຳລັງເຂົ້າຮ່ວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ.

ຢູ່​ໂຮງຮຽນ​ປະຖົມ ​ເຈີ່ນ​ກວກ​ຕ໋ຽນ (ຕາ​ແສງ ຝູ​ຊວນ), ນ້ຳ​ຖ້ວມ​ເລິກ​ເຊິ່ງ​ເປັນ​ເວລາ​ຫຼາຍ​ວັນ, ສ້າງ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຮຽນ-ການ​ສອນ​ຂອງ​ຄູ​ອາຈານ ​ແລະ ນັກຮຽນ. ກອງບັນຊາການທະຫານເມືອງ ເຫວ້ ໄດ້ລະດົມກຳລັງພະນັກງານ, ນັກຮົບກອງພົນ 6, ທະຫານເສຍອົງຄະ ແລະ ກໍາລັງປ້ອງກັນຕົນເອງນັບຮ້ອຍຄົນ ເພື່ອໜູນຊ່ວຍໂຮງຮຽນໃນການອະນາໄມ, ບູລະນະສະຖານທີ່, ອຸປະກອນການຮຽນການສອນ.

ຢ້ຽມຢາມ, ຊຸກຍູ້, ມອບຂອງຂວັນໃຫ້ພະນັກງານ, ຄູ-ອາຈານ, ກໍາລັງປະຕິບັດໜ້າທີ່ແກ້ໄຂຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ໂຮງຮຽນ, ທ່ານພົນເອກ ໂງຊວນລິກ ຮຽກຮ້ອງໃຫ້ບັນດາກອງບັນຊາການທະຫານນະຄອນ ຫາຍຟ່ອງ ສືບຕໍ່ຍົກສູງສະຕິຄວາມຮັບຜິດຊອບ, ບຸລິມະສິດບັນດາກໍາລັງແຮງ, ໜູນຊ່ວຍອຸປະກອນ ການສຶກສາ , ການແພດ, ວຽກງານປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດໂດຍໄວ.

ຂ່າວ ແລະ ພາບ: MINH TU - QUANG DAO

    ທີ່ມາ: https://www.qdnd.vn/quoc-phong-an-ninh/tin-tuc/thuong-tuong-truong-thien-to-tang-qua-dong-vien-nhan-dan-vung-lu-thanh-pho-hue-976337