
ເອກະສານລວມມີ:
ແຜນການຮ່ວມມືປີ 2026 ລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງຕຳຫຼວດລາວ;
ຂໍ້ຕົກລົງລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງຕຳຫຼວດລາວ ກ່ຽວກັບໂຄງການກໍ່ສ້າງສູນບັນຊາການກະຊວງຕຳຫຼວດລາວ;
ແຜນການຮ່ວມມືປີ 2026 ລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະກະຊວງປ້ອງກັນປະເທດລາວ;
ບົດບັນທຶກຊ່ວຍຈຳລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນປະເທດລາວ ກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງສຳຄັນລະຫວ່າງລາວ ແລະ ຫວຽດນາມ;
ບົດບັນທຶກຄວາມຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ ໄລຍະ 2026-2030;
ບົດບັນທຶກຄວາມຮ່ວມມືລະຫວ່າງກະຊວງຍຸຕິທຳຫວຽດນາມ ແລະ ກະຊວງຍຸຕິທຳລາວ ໄລຍະ 2026-2030;
ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການທະນາຄານສຳຄັນໄລຍະ 2026-2030;
ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ກ່ຽວກັບການພັດທະນາສາຍພົວພັນອຸດສາຫະກຳລະຫວ່າງ ຫວຽດນາມ - ລາວ;
ສັນຍາຮ່ວມມືລະຫວ່າງວິທະຍຸກະຈາຍສຽງຫວຽດນາມ ແລະ ກົມໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ.
ບົດບັນທຶກຄວາມຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄລຍະ 2026-2030;
ສັນຍາຮ່ວມມືໄລຍະ 2026-2030 ລະຫວ່າງແຂວງ ແທງຮ໋ວາ, ຫວຽດນາມ ແລະ ແຂວງ ຫົວພັນ, ລາວ;
ບົດບັນທຶກຄວາມເຂົ້າໃຈກ່ຽວກັບການເພີ່ມທະວີການຮ່ວມມືພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນປະເທດເຂດຊາຍແດນລະຫວ່າງຄະນະກຳມະການປະຊາຊົນນະຄອນດານັງ, ຫວຽດນາມ ແລະ ຄະນະລັດຖະບານແຂວງເຊກອງ, ລາວ.
ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບການພົວພັນທາງດ້ານການເມືອງ - ການທູດທີ່ສະໜິດສະໜົມ, ຄວາມໄວ້ເນື້ອເຊື່ອໃຈສູງ, ບົດບາດເປັນທິດທາງລວມຂອງການພົວພັນລະຫວ່າງສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດ - ຄວາມໝັ້ນຄົງ ສືບຕໍ່ຢືນຢັນບົດບາດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນ ຫວຽດນາມ - ລາວ. 2 ຝ່າຍໄດ້ຮັກສາການສົມທົບກັນຢ່າງແໜ້ນແຟ້ນ ແລະ ບັນດາກົນໄກແລກປ່ຽນຂໍ້ມູນຂ່າວສານ, ຮັກສາສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບເພື່ອພັດທະນາຢູ່ແຕ່ລະປະເທດ.
2 ຝ່າຍກໍ່ມານະພະຍາຍາມເພີ່ມທະວີ ແລະ ສ້າງການປ່ຽນແປງຢ່າງແຂງແຮງໃນການຮ່ວມມືດ້ານເສດຖະກິດ, ພິເສດແມ່ນປະຕິບັດບັນດາໂຄງການສຳຄັນເຊື່ອມຕໍ່ 2 ພື້ນຖານເສດຖະກິດຢ່າງມີປະສິດທິຜົນ, ພິເສດແມ່ນດ້ານຄົມມະນາຄົມ, ພະລັງງານ, ການຄ້າ, ການລົງທຶນ, ບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ສ້າງຕ່ອງໂສ້ການສະໜອງແບບຍືນຍົງ.
ຫວ່າງມໍ່ໆມານີ້, ການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ດ້ວຍວົງເງິນການຄ້າໃນ 10 ເດືອນຕົ້ນປີ 2025 ບັນລຸເກືອບ 2,5 ຕື້ USD, ເພີ່ມຂຶ້ນ 50,4% ເມື່ອທຽບໃສ່ປີ 2024, ເຮັດໃຫ້ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງລາວ.
ປະຈຸບັນ ຫວຽດນາມ ມີ 274 ໂຄງການລົງທຶນຢູ່ລາວ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 5,8 ຕື້ USD. ບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມທີ່ນຳໃຊ້ແມ່ນບາດກ້າວໃໝ່ໃນການເຊື່ອມຈອດຍຸດທະສາດໃນຂົງເຂດພັດທະນາ, ປະກອບສ່ວນພັດທະນາຂອງສອງປະເທດ. ຂົງເຂດການຮ່ວມມືອື່ນໆຄື: ການສຶກສາ ແລະ ບຳລຸງສ້າງ, ວັດທະນະທຳ, ກະສິກຳ ແລະ ອື່ນໆ ສືບຕໍ່ໄດ້ຮັບການຊຸກຍູ້, ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ.
ທີ່ມາ: https://nhandan.vn/tong-bi-thu-to-lam-chung-kien-trao-cac-van-kien-hop-tac-viet-nam-lao-post927118.html






(0)