ຕອນເຊົ້າວັນທີ 13/11, ທ່ານເລຂາທິການໃຫຍ່ To Lam ພ້ອມກັບຄະນະຜູ້ແທນຂັ້ນສູງສູນກາງໄດ້ໄປຢ້ຽມຢາມ, ກວດກາ ແລະ ຊຸກຍູ້ຄົນງານຢູ່ເຂດກໍ່ສ້າງໂຄງການສະໜາມບິນສາກົນ Long Thanh (ສະໜາມບິນລອງແທ່ງ, ຕາແສງ ລອງແທ່ງ, ແຂວງ ດົ່ງນາຍ ).

ທ່ານເລຂາທິການໃຫຍ່ To Lam ແລະຄະນະຜູ້ເຮັດວຽກໄດ້ລົງກວດກາຄວາມຄືບໜ້າຂອງໂຄງການສະໜາມບິນ Long Thanh.

ທ່ານເລຂາທິການໃຫຍ່ To Lam ຊຸກຍູ້ແຮງງານຢູ່ໂຄງການ.

ທ່ານເລຂາທິການໃຫຍ່ To Lam ໂອ້ລົມກັບບັນດາຜູ້ຮັບເໝົາຕ່າງປະເທດທີ່ເຮັດວຽກງານໂຄງການ.
ທີ່ການກໍ່ສ້າງ, ທ່ານເລຂາທິການໃຫຍ່ To Lam ພ້ອມດ້ວຍຄະນະໄດ້ລົງກວດກາໂດຍກົງ, ຢ້ຽມຢາມບັນດາລາຍການກໍ່ສ້າງ ແລະ ຕິດຕັ້ງ, ແລະ ໄດ້ຮັບຟັງບົດລາຍງານຄວາມຄືບໜ້າລວມຂອງໂຄງການ.
ຕາມບໍລິສັດການບິນຫວຽດນາມແລ້ວ, ບັນດາຫົວໜ່ວຍພວມສຸມໃສ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ສູງສຸດ, ເລັ່ງລັດຜັນຂະຫຍາຍການກໍ່ສ້າງໃຫ້ສຳເລັດບັນດາລາຍການຕົ້ນຕໍຢ່າງທັນການ, ກຽມພ້ອມໃຫ້ການບິນເຕັກນິກຄັ້ງທຳອິດ, ໄດ້ວາງອອກໃນວັນທີ 19/12.

ທ່ານເລຂາທິການໃຫຍ່ To Lam ມອບຂອງຂວັນໃຫ້ວິສະວະກອນ, ພະນັກງານ ແລະ ກຳມະກອນຢູ່ເຂດກໍ່ສ້າງ.
ທ່ານເລຂາທິການໃຫຍ່ To Lam ໄດ້ຍ້ອງຍໍຄວາມມານະພະຍາຍາມ ແລະ ຜ່ານຜ່າຄວາມຫຍຸ້ງຍາກຂອງຄະນະພະນັກງານ, ວິສະວະກອນ ແລະ ຄົນງານຢູ່ເຂດກໍ່ສ້າງ; ມອບຂອງຂັວນ ແລະ ສົ່ງຄຳອວຍພອນໃຫ້ກຳມະກອນທີ່ເຮັດວຽກທັງກາງເວັນ ແລະ ກາງຄືນ ເພື່ອຮັບປະກັນຄວາມກ້າວໜ້າ, ຄຸນນະພາບ ແລະ ຄວາມປອດໄພຢ່າງແທ້ຈິງ ໃນໂຄງການຫຼັກແຫຼ່ງແຫ່ງຊາດ.

ທ່ານເລຂາທິການໃຫຍ່ To Lam ເປັນປະທານກອງປະຊຸມເຮັດວຽກຢູ່ໂຄງການສະໜາມບິນ Long Thanh.
ພາຍຫຼັງກວດກາໂຄງການສະໜາມບິນລອງແທ່ງ, ທ່ານເລຂາທິການໃຫຍ່ To Lam ໄດ້ເປັນປະທານກອງປະຊຸມກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງກ່ຽວກັບສະພາບການປະຕິບັດໂຄງການສະໜາມບິນ Long Thanh.
Vietnamnet.vn
ທີ່ມາ: https://vietnamnet.vn/tong-bi-thu-to-lam-kiem-tra-tai-cong-truong-du-an-san-bay-long-thanh-2462378.html






(0)