ຕອນບ່າຍວັນທີ 28 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດຝຣັ່ງ ໂດຍທ່ານເລຂາທິການໃຫຍ່ແຫ່ງຊາດ Fabien Roussel ນຳໜ້າ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມທິດສະດີຄັ້ງທີ 4 ລະຫວ່າງ ພັກກອມມູນິດຫວຽດນາມ ແລະພັກກອມມູນິດຝຣັ່ງ.

ທ່ານເລຂາທິການໃຫຍ່ To Lam ຊົມເຊີຍຄະນະຜູ້ແທນຂັ້ນສູງພັກກອມມູນິດ ຝະລັ່ງ ມາຢ້ຽມຢາມ ຫວຽດນາມ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບແບບພິເສດກວ່າ 100 ປີລະຫວ່າງ 2 ພັກ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າໃນ ສັນຕິພາບ , ຄວາມກ້າວໜ້າ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານເລຂາທິການໃຫຍ່ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມສາມັກຄີ ແລະ ການສະໜັບສະໜູນເຊິ່ງພັກກອມມູນິດ ແລະ ປະຊາຊົນ ຝລັ່ງ ຍາມໃດກໍ່ມອບໃຫ້ພັກກອມມູນິດ ແລະ ປະຊາຊົນ ຫວຽດນາມ ໃນສະພາບການໂລກທີ່ມີການປ່ຽນແປງຢ່າງບໍ່ຢຸດຢັ້ງ. ຊົມເຊີຍບັນດາບາດກ້າວພັດທະນາອັນດີງາມຂອງການພົວພັນສອງຝ່າຍ, ຫວ່າງມໍ່ໆມານີ້, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງບັນດາການປະກອບສ່ວນຂອງການພົວພັນລະຫວ່າງສອງພັກ, ຮັດແໜ້ນພື້ນຖານການເມືອງ, ຊຸກຍູ້ການພົວພັນ ຫວຽດນາມ - ຝະລັ່ງ, ກໍ່ຄືການປະກອບສ່ວນຢ່າງຕັ້ງໜ້າໃນຂອບເຂດອົງການສາກົນຂອງ La Francophonie.
ທ່ານເລຂາທິການໃຫຍ່ To Lam ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງພັກກອມມູນິດ ຝະລັ່ງ ໃນການເສີມຂະຫຍາຍທີ່ຕັ້ງ ແລະ ບົດບາດຂອງພັກ, ປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມຢູ່ ຝລັ່ງ, ເອີລົບ ແລະ ໃນໂລກ. ທ່ານເລຂາທິການໃຫຍ່ໄດ້ຕີລາຄາສະພາບລວມຂອງຫວຽດນາມ ໃນເກືອບ 40 ປີແຫ່ງການປ່ຽນແປງໃໝ່ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ພິເສດແມ່ນບັນດາຄວາມມານະພະຍາຍາມປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ມຸ່ງໄປເຖິງການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ທ່ານເລຂາທິການໃຫຍ່ To Lam ປາດຖະໜາວ່າ 2 ຝ່າຍສືບຕໍ່ເພີ່ມທະວີບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວ, ໃນນັ້ນມີກົນໄກສຳມະນາທິດສະດີ ເພື່ອແບ່ງປັນບັນດາບັນຫາທິດສະດີ ແລະ ປະສົບການປະຕິບັດຕົວຈິງ ເພື່ອແນໃສ່ຍົກສູງຄວາມສາມາດປະຕິບັດງານຂອງແຕ່ລະພັກຢູ່ແຕ່ລະປະເທດ. ທ່ານເລຂາທິການໃຫຍ່ກໍ່ໄດ້ສະເໜີບາງທິດທາງ ແລະ ມາດຕະການເພື່ອແນໃສ່ຮັດແໜ້ນການພົວພັນລະຫວ່າງສອງປະເທດໃຫ້ແໜ້ນແຟ້ນກ່ວາອີກ.

ເລຂາທິການແຫ່ງຊາດ ພັກກອມມູນິດຝຣັ່ງ ທ່ານ Fabien Roussel ຮູ້ສຶກດີໃຈທີ່ໄດ້ມາຢ້ຽມຢາມ ຫວຽດນາມ ຄືນໃໝ່, ສະແດງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບຜົນສຳເລັດອັນພົ້ນເດັ່ນຂອງ ຫວຽດນາມ ພາຍຫຼັງການຢ້ຽມຢາມຄັ້ງທຳອິດເມື່ອ 41 ປີຜ່ານມາ, ພ້ອມທັງດີໃຈທີ່ໄດ້ພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພາຍຫຼັງການພົບປະສອງຝ່າຍຢູ່ ປາຣີ ໃນຂອບເຂດການຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ Francophone ຄັ້ງທີ 19. ສະຫາຍ Fabien Roussel ເນັ້ນໜັກວ່າ ພັກກອມມູນິດ ຝະລັ່ງ ຍາມໃດກໍ່ຖືເປັນສຳຄັນ ແລະ ບຸລິມະສິດຊຸກຍູ້ ແລະ ເພີ່ມທະວີການພົວພັນຮ່ວມມືກັບພັກກອມມູນິດ ຫວຽດນາມ, ປາດຖະໜາຢາກຮັກສາ ແລະ ພັດທະນາການພົວພັນຮ່ວມມືທີ່ມີຢູ່ແລ້ວລະຫວ່າງ 2 ພັກ, ພິເສດແມ່ນກົນໄກກອງປະຊຸມທິດສະດີ; ຢືນຢັນວ່າ ພັກກອມມູນິດ ຝະລັ່ງ ຍາມໃດກໍ່ມານະພະຍາຍາມ ແລະ ພ້ອມແລ້ວທີ່ຈະປະກອບສ່ວນແທດຈິງ ແລະ ມີປະສິດທິຜົນ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຝະລັ່ງ, ໃນນັ້ນມີການຮ່ວມມືດ້ານເສດຖະກິດ - ການຄ້າ, ທາງລົດໄຟ ແລະ ທາງນ້ຳ, ການຮ່ວມມືຢູ່ທ້ອງຖິ່ນ, ການຮ່ວມມືລັດຖະສະພາລະຫວ່າງ 2 ປະເທດ ເປັນຕົ້ນແມ່ນການຮ່ວມມືໃນຂອບເຂດອົງການສາກົນ La Francophonie.
ໃນຂອບເຂດການຢ້ຽມຢາມ, ສະຫາຍ ເລຮ່ວາຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເປັນປະທານການພົບປະກັບຄະນະຜູ້ແທນພັກກອມມູນິດຝະລັ່ງ, ຕີລາຄາການພົວພັນລະຫວ່າງ 2 ຝ່າຍໃນໄລຍະມໍ່ໆມານີ້, ສະເໜີບາງມາດຕະການສະເພາະເພື່ອເພີ່ມທະວີການຮ່ວມມືລະຫວ່າງ 2 ພັກໃນໄລຍະຈະມາເຖິງ. ສອງຝ່າຍຍັງໄດ້ແລກປ່ຽນ, ສະເໜີແນວຄວາມຄິດເພື່ອປະກອບສ່ວນຊຸກຍູ້ການພົວພັນດ້ານການເມືອງ, ເສດຖະກິດ-ການຄ້າ, ວັດທະນະທຳ-ການສຶກສາ ແລະ ຫຼາຍຂົງເຂດຮ່ວມມືລະຫວ່າງ ຫວຽດນາມ ແລະ ຝລັ່ງ ກໍ່ຄືການຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບຍືນຍົງລະຫວ່າງປະຊາຊົນສອງປະເທດ.
ເນື່ອງໃນໂອກາດນີ້, ສະຫາຍ ເລຮ່ວາຍຈູງ ແລະ ສະຫາຍ Fabien Roussel ໄດ້ປຶກສາຫາລື ແລະ ແບ່ງປັນທັດສະນະກ່ຽວກັບຫຼາຍບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທີ່ມາ






(0)