ວັນທີ 8 ພະຈິກນີ້, ຢູ່ສຳນັກງານປະທານາທິບໍດີສ.ເກົາຫຼີປະກາດວ່າ, ທ່ານປະທານປະເທດ Yoon Suk Yeol ພວມກະກຽມຢ້ຽມຢາມອາເມລິກາ, ອັງກິດ ແລະ ຝລັ່ງ.
| ປະທານາທິບໍດີ ເກົາຫຼີໃຕ້ Yoon Suk Yeol ມີກຳນົດຈະທຳການຢ້ຽມຢາມທາງລັດຖະກິດກັບບັນດາຄູ່ຮ່ວມມືທີ່ສຳຄັນ. (ທີ່ມາ: Yonhap) |
ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ Kim Tae-hyo ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Yoon Suk Yeol ແລະ ສະຕີໝາຍເລກທີ 1 Kim Keon Hee ຈະອອກເດີນທາງໃນວັນທີ 15/11 ເພື່ອດຳເນີນການຢ້ຽມຢາມ San Francisco ປະເທດອາເມລິກາ 3 ວັນ.
ໃນໄລຍະນັ້ນ, ທ່ານປະທານປະເທດຈະເຂົ້າຮ່ວມກອງປະຊຸມບັນດາການນຳ ເສດຖະກິດ APEC ປີ 2023 ແລະ ດຳເນີນກອງປະຊຸມສອງຝ່າຍຢູ່ນອກກອງປະຊຸມ.
ຈາກນັ້ນ, ທ່ານປະທານາທິບໍດີ ຈະກັບຄືນສູ່ກຸງໂຊລໃນວັນທີ 18 ພະຈິກ ກ່ອນທີ່ຈະອອກເດີນທາງໄປຍັງລອນດອນໃນວັນທີ 20 ພະຈິກ ເພື່ອຢ້ຽມຢາມອັງກິດ ເປັນເວລາ 4 ວັນ ຕາມຄຳເຊີນຂອງກະສັດ Charles III.
ການຢ້ຽມຢາມຄັ້ງນີ້ດຳເນີນໃນສະພາບການຂອງສອງປະເທດສະເຫຼີມສະຫຼອງ 140 ປີແຫ່ງການພົວພັນສອງຝ່າຍໃນປີ 2023.
ຈາກລອນດອນ, ປະທານາທິບໍດີ Yoon Suk Yeol ຈະເດີນທາງໄປປາຣີ, ປະເທດຝຣັ່ງໃນວັນທີ 23 ພະຈິກນີ້, ເພື່ອຊຸກຍູ້ການປະມູນຂອງເກົາຫລີໃຕ້ໃນການເປັນເຈົ້າພາບງານວາງສະແດງໂລກ 2030 ທີ່ນະຄອນ Busan.
ຮອງທີ່ປຶກສາ Kim Tae-hyo ຍັງໃຫ້ຮູ້ວ່າ: ການຢ້ຽມຢາມທາງລັດຖະກິດຂອງທ່ານ Yoon Suk Yeol ຈະດຳເນີນໄປແຕ່ວັນທີ 12-13 ທັນວານີ້.
ທີ່ມາ






(0)