ມະຕິ 98: ເປັນພື້ນຖານອັນສຳຄັນ, ແຕ່ບໍ່ພຽງພໍສຳລັບບັນດາເມືອງໃໝ່
ພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍ, ມະຕິເລກທີ 98 ໄດ້ນຳມາເຊິ່ງໝາກຜົນທີ່ຈະແຈ້ງຄື: 36/44 ກຸ່ມບັນດາກົນໄກ ແລະ ນະໂຍບາຍໄດ້ຮັບການຜັນຂະຫຍາຍ , ປະກອບສ່ວນສຳຄັນເຂົ້າໃນຂະບວນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19. ມະຕິກໍ່ໄດ້ວາງພື້ນຖານນິຕິກຳເພື່ອຊ່ວຍໃຫ້ນະຄອນ ໂຮ່ຈີມິນ ຫັນປ່ຽນໃນໄລຍະພັດທະນາໃໝ່, ໂດຍສະເພາະແມ່ນເຂດຕົວເມືອງນັບມື້ນັບຜັນຂະຫຍາຍການສົມທົບກັບ 2 ແຂວງ ບິ່ງເຢືອງ ແລະ ບາຣີ - ຫວຸງເຕົ່າ .

ນະຄອນ ໂຮ່ຈິມິນ ກາຍເປັນມະຫານະຄອນແຫ່ງທຳອິດຂອງຫວຽດນາມ, ຮຽກຮ້ອງບັນດາກົນໄກ ແລະ ນະໂຍບາຍທີ່ມີຫົວຄິດປະດິດສ້າງກວ່າ.
ແນວໃດກໍດີ, ຕາມບັນດາຜູ້ແທນ ສະພາແຫ່ງຊາດ ແລ້ວ, ການຜັນຂະຫຍາຍເຂດບໍລິຫານສ້າງຄວາມຮຽກຮ້ອງຕ້ອງການໃໝ່ເກີນຂອບເຂດມະຕິ 98 ໃນປະຈຸບັນ, ຮຽກຮ້ອງໃຫ້ມີຂອບເຂດນິຕິກຳທີ່ຄ່ອງຕົວ ແລະ ສອດຄ່ອງກວ່າ.

ທ່ານ ເຈີ່ນຮ່ວາງກວນ, ຄະນະຜູ້ແທນສະພາແຫ່ງຊາດນະຄອນໂຮ່ຈິມິນ
ທ່ານ ເຈີ່ນຮ່ວາງກວນ - ຄະນະຜູ້ແທນສະພາແຫ່ງຊາດນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: “ດ້ວຍເນື້ອທີ່ກວ້າງຂວາງ, ນະຄອນກໍ່ຕ້ອງການສະຖາບັນທີ່ສອດຄ່ອງ, ຊຸກຍູ້ການແບ່ງຂັ້ນຄຸ້ມຄອງ - ມອບອຳນາດເພື່ອປະຕິບັດວຽກງານຢ່າງຄ່ອງຕົວ, ວ່ອງໄວ, ປະຢັດເວລາ ແລະ ຫຼີກລ່ຽງສິ່ງເສດເຫຼືອ”.
ມັນເປັນໄປບໍ່ໄດ້ທີ່ຈະດໍາເນີນການ megacity ໂດຍໃຊ້ກົນໄກເກົ່າ.
ຜູ້ແທນສະພາແຫ່ງຊາດຫຼາຍທ່ານຖືວ່າ: ນະຄອນໂຮ່ຈິມິນ ພວມປະຕິບັດໜ້າທີ່ໃໝ່ຄື: ບໍ່ພຽງແຕ່ແມ່ນຫົວຈັກເສດຖະກິດເທົ່ານັ້ນ ຫາກຍັງແມ່ນຫົວຈັກຂະໜາດໃຫຍ່ ດ້ວຍບົດບາດໃຫຍ່ຫຼວງໃນ 3 ເສົາຄ້ຳເສດຖະກິດ - ວັດທະນະທຳ - ສັງຄົມ. ສະນັ້ນ, ກົນໄກເປີດເຜີຍ ແລະ ໂປ່ງໃສ ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ.

ທ່ານນາງ ໂຕທິບິກເຈົາ, ຄະນະຜູ້ແທນສະພາແຫ່ງຊາດນະຄອນໂຮ່ຈິມິນ
ທ່ານນາງ ຕ່ອງທິຟ໋ອງ, ຄະນະຜູ້ແທນສະພາແຫ່ງຊາດນະຄອນ ໂຮ່ຈີມິນ ແບ່ງປັນວ່າ: “ມະຕິເລກທີ 98 ປະຈຸບັນບໍ່ພຽງພໍເພື່ອດຳເນີນບັນດານະຄອນໃຫຍ່ຄື ນະຄອນ ໂຮ່ຈີມິນ , ຖ້າຢາກດຶງດູດນັກລົງທຶນພາຍໃນ ແລະ ຕ່າງປະເທດ, ນະຄອນຕ້ອງການກົນໄກເປີດກວ້າງກວ່າອີກ ເພື່ອລະດົມແຫຼ່ງກຳລັງ”.
ໃນຂະນະດຽວກັນ, ບາງກົດໝາຍຫຼັງການລວມຕົວກໍກາຍເປັນທີ່ລ້າສະໄໝ ແລະ ບໍ່ເໝາະສົມກັບຄວາມຕ້ອງການຂະໜາດ ແລະ ການຄຸ້ມຄອງໃນປັດຈຸບັນ.

ທ່ານນາງ ຟ້າມແຄງຟອງລານ, ຄະນະຜູ້ແທນສະພາແຫ່ງຊາດນະຄອນໂຮ່ຈິມິນ
ທ່ານນາງ ຟ້າມແຄງຟອງລານ, ຄະນະຜູ້ແທນສະພາແຫ່ງຊາດນະຄອນ ໂຮ່ຈີມິນ ໃຫ້ຄຳເຫັນວ່າ: “ ນະຄອນ ໂຮ່ຈິມິນ ໃຫຍ່ກວ່າເມື່ອກ່ອນ, ບາງກົນໄກນິຕິກຳແມ່ນລ້າສະໄໝ ແລະ ຕ້ອງໄດ້ຮັບການປັບປຸງເພື່ອເພີ່ມທະວີຂໍ້ລິເລີ່ມ, ຫຼຸດຜ່ອນລະບຽບການບໍລິຫານ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຢ່າງທັນການ.”
ການປັບປຸງສະຖາບັນ - ເປັນເງື່ອນໄຂທີ່ສໍາຄັນສໍາລັບພື້ນຖານໂຄງລ່າງແລະພື້ນທີ່ການພັດທະນາໃຫມ່






(0)