(VOVWORLD) - ຕອນເຊົ້າວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານ ແລະ ສົມທົບກັບກົມໂຄສະນາອົບຮົມສູນກາງ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ, ກະຊວງຖະແຫຼງຂ່າວ ແລະສື່ສານ, ສະມາຄົມນັກຖ່າຍຮູບຫວຽດນາມ ແລະ ສະມາຄົມນັກຂ່າວຫວຽດນາມ ໄດ້ຈັດຕັ້ງງານປະກວດພາບຂ່າວ ແລະສິລະປະຂອງກອງທັບປະຊາຊົນ 2 ປະເທດຫວຽດນາມ.
ຄະນະຈັດຕັ້ງການປະກວດໄດ້ຮັບ 4.502 ບົດ, ໃນນັ້ນມີ 1.601 ຮູບພາບສື່ມວນຊົນ ແລະ 2.901 ຮູບພາບຈາກນັກປະພັນ 1.495 ຄົນທີ່ມາຈາກ 63 ແຂວງ, ນະຄອນໃນທົ່ວປະເທດ. ມີຮູບພາບສິລະປະ 80 ແຜ່ນ ແລະ ຮູບພາບສື່ມວນຊົນເຂົ້າຮ່ວມງານວາງສະແດງ ແລະ ເຂົ້າສູ່ຮອບສຸດທ້າຍ.
ການແຂ່ງຂັນແມ່ນການເຄື່ອນໄຫວແທດຈິງ, ປະກອບສ່ວນໂຄສະນາ, ຢັ້ງຢືນແນວທາງນະໂຍບາຍ, ແນວທາງທີ່ຖືກຕ້ອງຂອງພັກ ແລະລັດກ່ຽວກັບ ການທະຫານ , ປ້ອງກັນຊາດ, ກໍ່ສ້າງກອງທັບປະຊາຊົນຫວຽດນາມ, ກໍ່ສ້າງຮາກຖານປ້ອງກັນຊາດເຂັ້ມແຂງ, ກໍ່ສ້າງ “ທີ່ຕັ້ງຫົວໃຈປະຊາຊົນ”. ພ້ອມກັນນັ້ນ, ກໍຢືນຢັນທີ່ຕັ້ງ, ບົດບາດ, ໜ້າທີ່ ແລະ ວຽກງານຂອງກອງທັບ; ເສີມຂະຫຍາຍນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ຄວາມຮັບຜິດຊອບຂອງທົ່ວກອງທັບ ແລະ ປະຊາຊົນໃນການກໍ່ສ້າງກອງທັບໃຫ້ເຂັ້ມແຂງ, ທັນສະໄໝ, ແທດຈິງ, ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງວຽກງານກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່.
ບັນດາຮູບພາບທີ່ໄດ້ຮັບລາງວັນໄດ້ສະແດງໃຫ້ເຫັນເຖິງນ້ຳໃຈ ແລະ ຄວາມມຸ່ງມາດປາຖະໜາຂອງກອງທັບ ແລະ ປະຊາຊົນພວກເຮົາ, ພ້ອມທັງຖ່າຍທອດບັນດາຄຸນຄ່າປະຫວັດສາດ, ຮີດຄອງປະເພນີວິລະຊົນຂອງກອງທັບປະຊາຊົນຫວຽດນາມ; ປຸກລະດົມນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ ແລະ ຄວາມຮັບຜິດຊອບໃນການປົກປັກຮັກສາປະເທດຊາດ.
ທີ່ມາ: https://nhiepanhdoisong.vn/trao-giai-cuoc-thi-anh-bao-chi-nghe-thuat-toan-quoc-ve-quan-doi-nhan-dan-15654.html
(0)