![]() |
| ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຢູ່ຂົວ ກວາງຈີ້ - ພາບ: ຮສ |
ຕາມບົດລາຍງານຂອງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລ້ວ, ຫວ່າງມໍ່ໆມານີ້, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ສືບຕໍ່ຜັນຂະຫຍາຍບັນດາໜ້າທີ່ ແລະ ວິທີແກ້ໄຂຕ້ານການຫາປາ IUU ຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດ IUU. ທ້ອງຖິ່ນໄດ້ຈັດປະເພດ ແລະ ສັງລວມບັນຊີລາຍຊື່ເຮືອຫາປາທີ່ບໍ່ມີສິດຂຶ້ນທະບຽນ ຫຼື ບໍ່ມີສິດອອກໃບອະນຸຍາດຫາປາ ແລະ ໄດ້ມອບໝາຍໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ກໍາລັງປະຕິບັດໜ້າທີ່ຕິດຕາມ ແລະ ຄຸ້ມຄອງ ເພື່ອຮັບປະກັນບໍ່ໃຫ້ມີການເຄື່ອນໄຫວຫາປາ. ບັນດາທ້ອງຖິ່ນຍັງໄດ້ຄວບຄຸມກຳປັ່ນຫາປາທີ່ເຂົ້າ ແລະ ອອກທ່າກຳປັ່ນຢ່າງມີປະສິດທິຜົນ, ຕິດຕາມກວດກາຜົນຜະລິດຜ່ານທ່າກຳປັ່ນຕາມລະບຽບ, ຮັບປະກັນຄວາມໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍໃນການຕິດຕາມແຫຼ່ງກຳເນີດສິນໃນນ້ຳທີ່ຖືກສົ່ງອອກ.
ທີ່ການພົບປະ, ຜູ້ຕາງໜ້າບັນດາຂະແໜງການ, ທ້ອງຖິ່ນໄດ້ລາຍງານກ່ຽວກັບວຽກງານຕ້ານການຫາປາ IUU ໃນໄລຍະມໍ່ໆມານີ້; ບັນດາວິທີແກ້ໄຂທີ່ບັນດາຂະແໜງການ ແລະ ທ້ອງຖິ່ນໄດ້ສຸມໃສ່ຜັນຂະຫຍາຍປະຕິບັດວຽກງານຕ້ານການຫາປາ IUU ຢ່າງມີປະສິດທິຜົນ.
ຮຽບຮຽງ-ຫງອກໄຮ
ທີ່ມາ: https://baoquangtri.vn/kinh-te/202511/trien-khai-quyet-liet-dong-bo-cac-giai-phap-chong-khai-thac-iuu-61935e6/







(0)