ໃນສະພາບແວດລ້ອມທາງທະເລຖືກຜົນກະທົບທາງລົບຫຼາຍຢ່າງ, ງານວາງສະແດງອອນລາຍ “ງານວາງສະແດງເພື່ອຮັກສາມະຫາສະໝຸດສີຟ້າ” ໄດ້ເກີດຂຶ້ນດ້ວຍຈຸດໝາຍຍົກສູງຄວາມຮັບຮູ້ ແລະ ການເຄື່ອນໄຫວປົກປັກຮັກສາສັດນ້ຳຫາຍາກ. ນີ້ແມ່ນບ່ອນວາງສະແດງດິຈິຕອນທີ່ນຳໃຊ້ ເຕັກໂນໂລຊີ ສະເໝືອນຈິງ (VR) ເພື່ອຊ່ວຍໃຫ້ຜູ້ຊົມ ສຳຫຼວດເບິ່ງ ລະບົບນິເວດທະເລຂອງຫວຽດນາມຢ່າງສົດໃສ ແລະ ແທດຈິງ.
ງານວາງສະແດງປະກອບມີຈຸດເດັ່ນດັ່ງຕໍ່ໄປນີ້ :
ຕູ້ປາສະເໝືອນ ສະແດງພາບຫຼາຍກວ່າ 200 ຮູບຂອງສັດນ້ຳທີ່ໃກ້ຈະສູນພັນ.
ຫຼາຍກວ່າ 20 ວິດີໂອ ກ່ຽວກັບ ຊີວິດທະເລ, ລະບົບນິເວດ ແລະການລິເລີ່ມການອະນຸລັກ.
ເອກະສານ ວິທະຍາສາດ ກ່ຽວກັບສະຖານະພາບການອະນຸລັກແລະບົດບາດຂອງມະຫາສະຫມຸດໃນລະບົບນິເວດໂລກ.
ປະສົບການ VR ແບບເລິກ ເຊິ່ງເຮັດໃຫ້ຜູ້ຊົມສາມາດ "ດຳນໍ້າເລິກ" ເຂົ້າໄປໃນພື້ນທະເລ, ສັງເກດເບິ່ງປະກາລັງ, ປາດາວ, ສາຫຼ່າຍທະເລ ແລະສັດຫາຍາກ.
ງານວາງສະແດງບໍ່ພຽງແຕ່ໃຫ້ຄວາມຮູ້ດ້ານວິທະຍາສາດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນເຖິງຄວາມຮີບດ່ວນຂອງການປົກປັກຮັກສາສິ່ງແວດລ້ອມທາງທະເລ. ຂໍເຊີນທ່ານຜູ້ອ່ານມາສຳຜັດ ແລະ ຄົ້ນພົບຄວາມງາມ ແລະ ຄວາມສຳຄັນຂອງມະຫາສະໝຸດສີຟ້າ!






(0)