ເສດຖະກິດ ຫວຽດນາມ ໄດ້ຮັບການພິຈາລະນາຈາກບັນດານັກຊ່ຽວຊານວ່າແມ່ນໄປໃນເສັ້ນທາງທີ່ຖືກຕ້ອງ ໂດຍມີແງ່ຫວັງໃນໄລຍະຍາວເປັນທາງບວກ.
ອາທິດຜ່ານມາ, ສື່ມວນຊົນສາກົນໄດ້ລົງພິມຫຼາຍບົດປະກອບຄຳເຫັນກ່ຽວກັບແງ່ຫວັງທີ່ດີຂອງເສດຖະກິດຫວຽດນາມ, ໃນສະພາບທີ່ເສດຖະກິດໂລກຍັງປະສົບກັບຄວາມຫຍຸ້ງຍາກໃນການທ້າທາຍ. ບັນດາຜູ້ຊ່ຽວຊານຖືວ່າ: ເສດຖະກິດຫວຽດນາມ ພວມຢູ່ໃນເສັ້ນທາງທີ່ຖືກຕ້ອງ ໂດຍມີແງ່ຫວັງໃນໄລຍະຍາວເປັນທາງບວກ.
ຕາມຂ່າວ Asia Insider ໃຫ້ຮູ້ວ່າ: ເສດຖະກິດຫວຽດນາມ ພວມມີການປ່ຽນແປງຢ່າງແຂງແຮງ. ເສດຖະກິດຫວຽດນາມ ພວມເຕີບໂຕຢ່າງວ່ອງໄວ, ຢືນອັນດັບທີ 46 ໃນຈຳນວນ 132 ປະເທດໃນດັດຊະນີນະວັດຕະກຳໂລກປີ 2023. ຫວຽດນາມຍັງຢືນອັນດັບທີ 2 ໃນບັນດາປະເທດທີ່ມີລາຍຮັບປານກາງຕ່ຳ ແລະ ແມ່ນປະເທດທີ່ມີຄວາມມານະພະຍາຍາມນຳໜ້າເສດຖະກິດສີຂຽວ, ພັດທະນາແບບຍືນຍົງ ແລະ ການຫັນເປັນດີຈີຕອນ.
ໜັງສືພິມ Washington Examiner ຕີລາຄາວ່າ: ຫວຽດນາມ ແມ່ນປະຈັກຕາການພັດທະນາຢ່າງສຳເລັດຜົນ ແລະ ເສດຖະກິດໄປສູ່ເສັ້ນທາງຖືກຕ້ອງ. ໜັງສືພິມໄດ້ຄັດສະເໜີບົດລາຍງານດັດຊະນີອິດສະລະພາບດ້ານເສດຖະກິດປີ 2024 ຂອງມູນນິທິມໍລະດົກ, ໂດຍຖືວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາຮູບແບບທີ່ພວມກ້າວເຂົ້າສູ່ທ່າອ່ຽງຂອງໂລກ.
ທ່ານ Gabor Fluit, ປະທານສະພາການຄ້າເອີລົບ (EuroCham) ປະຈຳ ຫວຽດນາມ ໃຫ້ຄຳເຫັນວ່າ: “ຂ້າພະເຈົ້າຄິດວ່າ ພັກ ແລະ ລັດຖະບານ ຫວຽດນາມ ໄດ້ເຮັດໄດ້ດີຫຼາຍ, ອັນໄດ້ນຳມາໃຫ້ບັນດາວິສາຫະກິດຫວຽດນາມ, ພິເສດແມ່ນບັນດາບໍລິສັດທີ່ມີທ່າແຮງໃນການພັດທະນາທົ່ວໂລກ, ສິ່ງສຳຄັນອີກອັນໜຶ່ງແມ່ນລະດັບຄວາມສາມາດແກ່ງແຍ້ງຂອງບັນດາຜະລິດຕະພັນ ຫຼື ການບໍລິການທີ່ທ່ານສະໜອງ. ຍັງແຂ່ງຂັນກັນຢ່າງແທ້ຈິງກ່ຽວກັບຄຸນນະພາບ."
ກ່ຽວກັບແງ່ຫວັງໃນໄລຍະຍາວ, ໜັງສືພິມ Business Post ໄດ້ອ້າງຕາມບົດລາຍງານຂອງສູນຄົ້ນຄວ້າເສດຖະກິດ ແລະ ດຳເນີນທຸລະກິດ ຄາດຄະເນວ່າ ຫວຽດນາມ ມີທ່າແຮງລື່ນກາຍບັນດາພື້ນຖານເສດຖະກິດແຖວໜ້າຂອງ ອາຊຽນ ແລະ ຢືນອັນດັບ 21 ໃນໂລກ ໃນປີ 2038.
ທ່ານດຣ Andrea Coppola, ຫົວໜ້ານັກເສດຖະສາດ ທະນາຄານໂລກ ປະຈຳ ຫວຽດນາມ ໃຫ້ຄຳເຫັນວ່າ: “ຂ້າພະເຈົ້າຖືເປັນສຳຄັນທີ່ຈະຕ້ອງຮັບຮູ້ວ່າ ຫວຽດນາມ ບັນລຸເປົ້າໝາຍລາຍຮັບສູງໃນປີ 2045, ພວກເຮົາຕ້ອງເລັ່ງລັດຕື່ມ ອີກ, ທະນາຄານໂລກ ຄາດຄະເນວ່າ ການເຕີບໂຕຂອງແຕ່ລະຫົວຄົນຂອງ ຫວຽດນາມ ຈະສະເລ່ຍ 6% ຕໍ່ປີ ໃນລະຫວ່າງນີ້ຮອດປີ 2045. ຖືເປັນສຳຄັນການຈັດຕັ້ງປະຕິບັດບັນດາການປະຕິຮູບດ້ານການເຕີບໃຫຍ່ ແລະ ຄວາມສາມາດບົ່ມຊ້ອນທົ່ວໂລກ. ສືບຕໍ່ປັບປຸງສະຖາບັນໃຫ້ທັນສະໄໝ ເພື່ອເປີດທາງໃຫ້ຂະຫຍາຍຕົວໃນໄລຍະຈະມາເຖິງ.”
ໜັງສືພິມ China Daily ໃຫ້ຮູ້ວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ຄາດວ່າຈະບັນລຸເກືອບ 470 ຕື້ USD ໃນປີ 2024. ໜັງສືພິມຍັງໃຫ້ຮູ້ວ່າ: ອັນດັບເສດຖະກິດຂອງຫວຽດນາມ ອາດຈະເພີ່ມຂຶ້ນຢ່າງວ່ອງໄວໃນອະນາຄົດ. ເສດຖະກິດຫວຽດນາມສາມາດຂຶ້ນສູ່ອັນດັບທີ 24 ໃນປີ 2033 ດ້ວຍຍອດມູນຄ່າເສດຖະກິດກວ່າ 1.000 ຕື້ USD.
ຕາມຂ່າວ VTV
ທີ່ມາ
(0)