
ເກົາຫຼີ ທົດລອງລູກສອນໄຟຫົວຮົບຫຼາຍລູກໃນວັນທີ 26 ມິຖຸນານີ້. (ພາບ: Yonhap/VNA)
ສື່ມວນຊົນເກົາຫຼີເໜືອລາຍງານໃນວັນທີ 2 ກໍລະກົດນີ້ວ່າ, ປະເທດນີ້ໄດ້ທົດລອງລູກສອນໄຟຂີປະນາວຸດຍຸດທະສາດໃໝ່ທີ່ສາມາດບັນທຸກຫົວຮົບຂະໜາດໃຫຍ່, ມື້ໜຶ່ງຫຼັງຈາກທີ່ສ.ເກົາຫຼີກ່າວວ່າ, ເກົາຫຼີເໜືອໄດ້ຍິງລູກສອນໄຟນຳວິຖີສອງລູກ, ໜຶ່ງໃນນັ້ນບໍ່ສຳເລັດ.
ຕາມສື່ມວນຊົນເກົາຫຼີເໜືອ, ວັນທີ 1 ກໍລະກົດນີ້, ປະເທດນີ້ໄດ້ຍິງລູກສອນໄຟ Hwasong-11Da-4.5 ໄດ້ສຳເລັດຜົນທີ່ສາມາດບັນທຸກຫົວຮົບຂະໜາດໃຫຍ່ທີ່ມີນ້ຳໜັກ 4,5 ໂຕນ.
ຂ່າວແຈ້ງວ່າ, ການທົດລອງລູກສອນໄຟຄັ້ງນີ້ໄດ້ດຳເນີນໄປດ້ວຍລູກສອນໄຟທີ່ມີຫົວຮົບໜັກຈຳລອງເພື່ອກວດສອບຄວາມໝັ້ນທ່ຽງຂອງການບິນແລະຄວາມຖືກຕ້ອງໃນເວລາຕີເປົ້າໝາຍໃນໄລຍະໄກສູງສຸດ 500 ກິໂລແມັດແລະໄລຍະຫ່າງຕ່ຳສຸດ 90 ກິໂລແມັດ.
ບົດລາຍງານກ່າວຕື່ມວ່າ, ເກົາຫຼີເໜືອຈະທົດລອງລູກສອນໄຟອີກຄັ້ງໜຶ່ງໃນເດືອນນີ້ເພື່ອ "ຢືນຢັນລັກສະນະການບິນ, ຄວາມຖືກຕ້ອງແລະກຳລັງການລະເບີດຂອງຫົວຮົບຂະໜາດໃຫຍ່ສຸດທ້າຍຢູ່ໄລຍະ 250 ກິໂລແມັດ."
ທີ່ມາ






(0)