ຕອນເຊົ້າວັນທີ 7/8, ຢູ່ຖະໜົນຄົນຍ່າງ ຫງວຽນເຫ້ວ (ເຂດໄຊງ່ອນ), ຄະນະຈັດຕັ້ງງານລ້ຽງໃຫຍ່ນະຄອນ ໂຮ່ຈີມິນ ໄດ້ໄຂງານວາງສະແດງຮູບພາບ “ສະຫງ່າລາສີ 80 ປີແຫ່ງວັນສະພາແຫ່ງຊາດຫວຽດນາມ”.
ເຫດການດັ່ງກ່າວແມ່ນເພື່ອແນໃສ່ສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງ ສະພາແຫ່ງຊາດ ຫວຽດນາມ ຊຸດທີ 1 (6/1/1946 – 6/1/2026) ແລະ ສະຫຼຸບການເຄື່ອນໄຫວຂອງຄະນະຜູ້ແທນສະພາແຫ່ງຊາດນະຄອນໂຮ່ຈິມິນ ອາຍຸການທີ 15 ອາຍຸການ 2021-2026.
ທົບທວນຄືນການເດີນທາງ 80 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາຂອງສະພາແຫ່ງຊາດຫວຽດນາມ, ທ່ານນາງ ຮ່ວາງທິຟຸກ, ຮອງຫົວໜ້າຄະນະຜູ້ແທນສະພາແຫ່ງຊາດນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ສະພາແຫ່ງຊາດຫວຽດນາມ ໄດ້ຜ່ານຜ່າການເດີນທາງອັນສະຫງ່າລາສີ, ສະເໝີຕົ້ນສະເໝີປາຍຂອງປະເທດຊາດໃນທຸກໆໄລຍະປະຫວັດສາດ.
ງານວາງສະແດງຄັ້ງນີ້ແມ່ນຮູບພາບທີ່ສົດໃສ, ສ້າງບັນດາການເດີນທາງປະຫວັດສາດວິລະຊົນ. ແຕ່ລະຮູບແມ່ນເລື່ອງເລົ່າ, ຂີດໝາຍອັນສຳຄັນ, ຢັ້ງຢືນເຖິງຄວາມເສຍສະຫຼະອັນບໍ່ອິດເມື່ອຍຂອງສະພາແຫ່ງຊາດເພື່ອຜົນປະໂຫຍດຂອງປະຊາຊົນ.
ທ່ານນາງ ຮ່ວາງທິຟຸກ ກ່າວວ່າ: ງານວາງສະແດງຮູບຖ່າຍບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ພວກເຮົາໄດ້ທົບທວນຄືນປະຫວັດສາດເທົ່ານັ້ນ, ຫາກຍັງເພື່ອໃຫ້ກຽດ ແລະ ຂອບໃຈຢ່າງເລິກເຊິ່ງຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາຜູ້ແທນສະພາແຫ່ງຊາດລຸ້ນຕ່າງໆ.
ງານວາງສະແດງຍັງສະແດງໃຫ້ເຫັນເຖິງການເຄື່ອນໄຫວປະຊາທິປະໄຕຂອງສະພາແຫ່ງຊາດທີ່ນັບມື້ນັບແໜ້ນແຟ້ນ, ໄດ້ສ້າງຂີດໝາຍສຳຄັນໃນການເດີນທາງອັນສະຫງ່າລາສີຂອງສະພາແຫ່ງຊາດຫວຽດນາມ 80 ປີ.
ໃນການເດີນທາງນັ້ນ, ໄດ້ມີການປະກອບສ່ວນດ້ານສະຕິປັນຍາ ແລະ ຄວາມມານະພະຍາຍາມຂອງຜູ້ແທນສະພາແຫ່ງຊາດຫຼາຍລຸ້ນຄົນທີ່ມາຈາກນະຄອນ ໂຮ່ຈີມິນ, ບິ່ງເຢືອງ , ແລະ ບາເລຍ - ຫວຸງເຕົ່າ.
ບັນດາເອກະສານ, ຂໍ້ມູນຂ່າວສານ, ຮູບພາບທີ່ນຳມາວາງສະແດງຢູ່ງານວາງສະແດງ, ເຖິງວ່າອາດບໍ່ຄົບຖ້ວນກໍ່ຕາມ, ແຕ່ກໍ່ແມ່ນຫຼັກຖານທີ່ຢັ້ງຢືນເຖິງກຳລັງແຮງຂອງນ້ຳໃຈສາມັກຄີແຫ່ງຊາດ ແລະ ຄວາມມຸ່ງມາດປາດຖະໜາຂອງຊາວ ຫວຽດນາມ ພາຍໃຕ້ການນຳພາຂອງພັກ ແລະ ປະທານ ໂຮ່ຈີມິນ.
ງານວາງສະແດງຄັ້ງນີ້ດຳເນີນໄປແຕ່ວັນທີ 7-17 ສິງຫາ ຢູ່ 3 ແຫ່ງ. ຢູ່ຖະໜົນ ຫງວຽນເຫ້ວ ແລະ ຖະໜົນດົງຄວາຍ (ຕໍ່ໜ້າພະແນກວັດທະນະທຳ ແລະ ກິລາ ນະຄອນ ໂຮ່ຈີມິນ), ຄະນະຈັດຕັ້ງໄດ້ວາງສະແດງຮູບພາບເອກະສານກວ່າ 100 ແຜ່ນ ດ້ວຍຫົວຂໍ້ “ສະຫງ່າລາສີ 80 ປີແຫ່ງວັນສະພາແຫ່ງຊາດຫວຽດນາມ” ເພື່ອສະຫຼຸບປະຫວັດສາດອັນສະຫງ່າລາສີຂອງສະພາແຫ່ງຊາດຫວຽດນາມ ຕະຫຼອດ 80 ປີແຫ່ງການສ້າງຕັ້ງ ແລະ ສະໜິດສະໜົມກັບປະເທດຊາດ.
ຢູ່ຖະໜົນດົງກອຍ (ຕໍ່ໜ້າສວນສາທາລະນະຈີລານ), ຄະນະຈັດຕັ້ງໄດ້ວາງສະແດງຮູບຖ່າຍ 50 ແຜ່ນ ດ້ວຍຫົວຂໍ້ “ຄະນະຜູ້ແທນສະພາແຫ່ງຊາດນະຄອນ ໂຮ່ຈີມິນ - ພາບພົດ 2021-2026”, ແນະນຳບັນດາຮູບພາບທີ່ຄະນະຜູ້ແທນສະພາແຫ່ງຊາດນະຄອນບັນລຸໄດ້ໃນໄລຍະຜ່ານມາ.
ດ້ວຍຄວາມຮັບຜິດຊອບສູງ, ຄະນະຜູ້ແທນສະພາແຫ່ງຊາດນະຄອນ ໂຮ່ຈີມິນ ສືບຕໍ່ຜັນຂະຫຍາຍວິທີການເຮັດວຽກໃນການຊີ້ນຳປະຕິບັດກົດໝາຍຢູ່ທ້ອງຖິ່ນ; ນຳໃຊ້ລັດຖະບານດີຈີຕອນ ແລະ ປະຕິຮູບລະບຽບການບໍລິຫານ; ປະຕິບັດວຽກງານພົບປະຜູ້ມີສິດເລືອກຕັ້ງ, ແກ້ໄຂຄຳຮ້ອງຟ້ອງຂອງປະຊາຊົນຢ່າງທັນການ ແລະ ອື່ນໆ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມຂອງປະເທດ ແລະ ນະຄອນ.
ກ່ອນໜ້ານັ້ນ, ທ່ານ ຫງວຽນວັນໂລ່, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດນະຄອນ ໄດ້ນຳໜ້າຄະນະໄປຖະຫວາຍທູບທຽນບູຊາປະທານ ໂຮ່ຈີມິນ ແລະ ທ່ານປະທານປະເທດ Ton Duc Thang ຢູ່ຫໍພິພິທະພັນ ໂຮ່ຈີມິນ, ຫໍພິພິທະພັນ ໂຕນດຶກແທ່ງ, ແລະ ສວນອະນຸສາວະລີ ໂຮ່ຈີມິນ./.
(TTXVN/Vietnam+)
ທີ່ມາ: https://www.vietnamplus.vn/trung-bay-trien-lam-anh-vinh-quang-80-nam-quoc-hoi-viet-nam-post1054253.vnp






(0)