ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ, ທ່ານ Prabowo Subianto, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ To Lam ແລະ ພັນລະຍາ ຫງວຽນເຟືອງລີ ໄດ້ມາຢ້ຽມຢາມສາທາລະນະລັດ ອິນໂດເນເຊຍ ແຕ່ວັນທີ 9-11/03/2025.

ທ່ານເລຂາທິການໃຫຍ່ To Lam ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto ກ່າວຄຳເຫັນຕໍ່ວົງການນັກຂ່າວ, ປະກາດຍົກລະດັບການພົວພັນຫວຽດນາມ - ອິນໂດເນເຊຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. (ພາບ: ທອງລຸນ/VNA)
ໃນການຢ້ຽມຢາມ, ທ່ານປະທານາທິບໍດີ Prabowo Subianto ແລະ ທ່ານເລຂາທິການໃຫຍ່ To Lam ໄດ້ມີບັນຍາກາດທີ່ອົບອຸ່ນ ແລະ ສະໜິດສະໜົມ. ການນຳສອງທ່ານຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ.
ການນຳສອງທ່ານເນັ້ນໜັກວ່າ, ນັບແຕ່ວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013, 2 ປະເທດບັນລຸໄດ້ບັນດາຜົນງານສຳຄັນໃນການລົງເລິກຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືລະຫວ່າງສອງປະເທດ. ການພົວພັນນັບມື້ນັບໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງ ແລະ ແທດຈິງໃນບັນດາຂົງເຂດສຳຄັນຄື: ການເມືອງ , ຄວາມປອດໄພ, ການປ້ອງກັນປະເທດ, ການຄ້າ, ການລົງທຶນ, ກະສິກຳ, ການປະມົງ, ການຮ່ວມມືທາງທະເລ, ການສຶກສາ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການແລກປ່ຽນປະຊາຊົນ.
ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດໃນປະຈຸບັນ, ການນຳສອງປະເທດໄດ້ເຫັນດີຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອິນໂດເນເຊຍ ແລະ ຫວຽດນາມ, ເປັນຂີດໝາຍສຳຄັນໃນການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.
ໂດຍຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ການນຳສອງປະເທດໃຫ້ຄຳໝັ້ນສັນຍາຈະນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ໄລຍະໃໝ່. ສອງຝ່າຍໃຫ້ຄຳໝັ້ນສັນຍາຈະລົງເລິກການຮ່ວມມືໃນທຸກຊ່ອງທາງ, ໃນນັ້ນມີການພົບປະແລກປ່ຽນປະຊາຊົນ ແລະ ທຸລະກິດ. ການນຳສອງທ່ານໃຫ້ຄຳໝັ້ນສັນຍາຈະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມື ແລະ ສົມທົບກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກບົນພື້ນຖານເຄົາລົບກົດໝາຍສາກົນ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເອກະລາດດ້ານການເມືອງ.
ສອງຝ່າຍຢືນຢັນຄືນໃໝ່ການຍຶດໝັ້ນຫຼັກການບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນແລະກັນ ແລະ ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ຄວາມສາມັກຄີ, ເປັນເຈົ້າຕົນເອງຂອງອາຊຽນ, ບົດບາດໃຈກາງ ແລະ ຮອບດ້ານເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ບົນຈິດໃຈນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ໄລຍະໃໝ່, ການນຳສອງປະເທດເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການແລກປ່ຽນປະຊາຊົນ ແລະ ດຳເນີນການກວດກາຄືນການພົວພັນເປັນປະຈຳຜ່ານບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ.
ການນຳສອງທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານເສດຖະກິດເພື່ອປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມຮ່ວມຂອງອິນໂດເນເຊຍ ແລະ ຫວຽດນາມ ເພື່ອກາຍເປັນປະເທດມີລາຍຮັບສູງໃນວັນຄົບຮອບ 100 ປີແຫ່ງການເປັນເອກະລາດແຫ່ງຊາດໃນປີ 2045.
ການນຳສອງທ່ານເຫັນດີເປັນເອກະສັນຈະເປີດກວ້າງການຮ່ວມມືໃນຂົງເຂດໃໝ່ເພື່ອອະນາຄົດທີ່ຍືນຍົງຄື: ເສດຖະກິດສີຂຽວ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ອຸດສາຫະກຳ Halal, ການປະມົງ, ກະສິກຳ, ການຮ່ວມມືທາງທະເລ, ວິທະຍາສາດເຕັກໂນໂລຢີ, ການຫັນປ່ຽນດີຈີຕອນ, ປັນຍາປະດິດ, ແລະ ການເງິນ ແລະ ການທະນາຄານ.
ການນຳສອງທ່ານເນັ້ນໜັກເຖິງຄວາມສຳຄັນຂອງການສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ ເພື່ອແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ສອງຝ່າຍຢືນຢັນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື ແລະ ການປະສານງານຢູ່ອາຊຽນ, ສະຫະປະຊາຊາດ, ການເຄື່ອນໄຫວບໍ່ຮ່ວມກຸ່ມ, ເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ ແລະ ບັນດາເວທີປາໄສລະຫວ່າງລັດຖະສະພາ, ປະກອບສ່ວນຕັ້ງໜ້າເຂົ້າໃນບັນດາກົນໄກແກ້ໄຂບັນຫາພາກພື້ນ ແລະ ສາກົນ.
ສອງຝ່າຍໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງຕົນໃນການເສີມຂະຫຍາຍຂະບວນການສ້າງປະຊາຄົມອາຊຽນ, ໃນນັ້ນມີການປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ແຜນການຍຸດທະສາດທີ່ກ່ຽວຂ້ອງ. ການນຳສອງປະເທດຍັງເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາກົນໄກຮ່ວມມືອະນຸພາກພື້ນ, ໃນນັ້ນມີອະນຸພາກພື້ນແມ່ນ້ຳຂອງ.
ການນຳສອງປະເທດໄດ້ມອບໝາຍໃຫ້ກະຊວງການຕ່າງປະເທດສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງສ້າງແຜນການເຄື່ອນໄຫວປະຕິບັດຄຳຕັດສິນໃຈຍົກສູງການຮ່ວມມືລະຫວ່າງສອງປະເທດໂດຍກົງຕາມຂໍ້ລິເລີ່ມທີ່ແທດຈິງ ແລະ ມີຜົນປະໂຫຍດເຊິ່ງກັນແລະກັນ.
ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບການພັດທະນາຢູ່ທະເລຕາເວັນອອກ ແລະ ຢືນຢັນຄືນໃໝ່ຄຳໝັ້ນສັນຍາຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຕາມຫຼັກໝັ້ນຂອງອາຊຽນ.
2 ຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂການພິພາດໂດຍສັນຕິວິທີ ດ້ວຍບັນດາມາດຕະການດ້ານກົດໝາຍ ແລະ ການທູດ, ປະຕິບັດຕາມກົດໝາຍສາກົນຢ່າງຄົບຖ້ວນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS).
ຜູ້ນຳສອງປະເທດຮຽກຮ້ອງໃຫ້ທຸກຝ່າຍປະຕິບັດຕາມກົດໝາຍສາກົນ, ໃຊ້ຄວາມອົດກັ້ນດ້ວຍຕົນເອງ ແລະ ຫຼີກເວັ້ນການກະທຳທີ່ອາດຈະເພີ່ມຄວາມເຄັ່ງຕຶງຂຶ້ນ.
ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຮັກສາ ແລະ ຊຸກຍູ້ສະພາບແວດລ້ອມແຫ່ງການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ພ້ອມທັງຊຸກຍູ້ການສະຫລຸບເບື້ອງຕົ້ນຂອງ COC ຢ່າງມີປະສິດທິຜົນ ແລະ ແທດຈິງຕາມກົດໝາຍສາກົນ, ພິເສດແມ່ນ UNCLOS ປີ 1982.
2 ຝ່າຍໄດ້ຮັບຮູ້ UNCLOS ປີ 1982 ແມ່ນຂອບກົດໝາຍສຳລັບທຸກການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ ແລະ ຢືນຢັນຄືນໃໝ່ຄວາມສຳຄັນດ້ານຍຸດທະສາດຂອງ UNCLOS ໃນການສ້າງພື້ນຖານນິຕິກຳໃຫ້ແກ່ການຮ່ວມມືທາງທະເລພາກພື້ນ ແລະ ສາກົນ.
ທ່ານເລຂາທິການໃຫຍ່ To Lam ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ເຊື້ອເຊີນທ່ານປະທານປະເທດ Prabowo Subianto ມາຢ້ຽມຢາມ ຫວຽດນາມ ໃນເວລາສະດວກ. ປະທານາທິບໍດີ Prabowo Subianto ໄດ້ຮັບເອົາຄຳເຊື້ອເຊີນຢ່າງດີໃຈ.
Nhandan.vn
ທີ່ມາ: https://nhandan.vn/tuyen-bo-chung-ve-viec-tang-cuong-quan-he-song-phuong-giua-indonesia-va-viet-nam-post864291.html






(0)