ຕອນເຊົ້າວັນທີ 5 ສິງຫາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ສາທາລະນະລັດ ອາຣັບ ອີຢິບ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດທີ່ຈັດຂຶ້ນຢູ່ທຳນຽບປະທານາທິບໍດີ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah El-Sisi ໄດ້ດຳເນີນການເຈລະຈາຢ່າງເປັນທາງການ.
ເນື່ອງໃນໂອກາດນີ້, ການນຳສອງປະເທດໄດ້ອອກຖະແຫຼງການຮ່ວມ ເພື່ອຍົກລະດັບການພົວພັນ 2 ຝ່າຍ ຫວຽດນາມ - ອີຢິບ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ. ພວກເຮົາຂໍນຳສະເໜີຂໍ້ຄວາມເຕັມຂອງຖະແຫຼງການຮ່ວມ:
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ Abdel Fattah El-Sisi, ປະທານປະເທດ ສາທາລະນະລັດ ອາຣັບ ອີຢິບ, ທ່ານ ເລືອງເກື່ອງ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ມາຢ້ຽມຢາມທາງລັດຖະກິດຢູ່ ອີຢິບ ແຕ່ວັນທີ 3 – 6/8/2025.
ການນຳສອງທ່ານໄດ້ມີການໂອ້ລົມສົນທະນາຢ່າງເລິກເຊິ່ງກ່ຽວກັບການຮ່ວມມືລະຫວ່າງສອງປະເທດ ແລະ ໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ນັບແຕ່ສ້າງຕັ້ງການພົວພັນ ທາງການທູດ ເມື່ອປີ 1963, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ອາຣັບ ເອຢິບ ບັນລຸໄດ້ບັນດາຜົນງານສຳຄັນ ແລະ ໄດ້ຮັບການຜັນຂະຫຍາຍໃນຫຼາຍຂົງເຂດ.
ການພົວພັນນີ້ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາບົນພື້ນຖານມິດຕະພາບ, ສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.
ປາດຖະໜາຢາກເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ແລະ ຍົກສູງການພົວພັນລະຫວ່າງສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ອາຣັບ ອີຢິບ ຂຶ້ນສູ່ລະດັບເລິກເຊິ່ງ ແລະ ຮອບດ້ານ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຂອງປະທານປະເທດ ເລືອງເກື່ອງ ຢູ່ ອີຢິບ, ການນຳຂັ້ນສູງຫວຽດນາມ ແລະ ອີຢິບ ໄດ້ເຫັນດີຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນສູ່ການພົວພັນຄູ່ຮ່ວມມືຮອບດ້ານ.
ການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ ສະແດງໃຫ້ເຫັນຄວາມໝັ້ນຄົງຂອງການພົວພັນລະຫວ່າງ 2 ປະເທດໃນໄລຍະໃໝ່, ສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃຫ້ສູງຂຶ້ນໃນທຸກລະດັບ; ເປີດກວ້າງຂອບເຂດ ແລະ ລະດັບການຮ່ວມມືໃນທຸກຂົງເຂດ, ແທດຈິງ ແລະ ເລິກເຊິ່ງກ່ວາອີກ. ການຍົກລະດັບຍັງຊຸກຍູ້ ແລະ ເສີມຂະຫຍາຍບັນດາກົນໄກຮ່ວມມືໃໝ່ ບົນພື້ນຖານເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບົບການເມືອງຂອງແຕ່ລະປະເທດ.
ເພື່ອບັນລຸໄດ້ວິໄສທັດຂອງການພົວພັນຄູ່ຮ່ວມມືຮອບດ້ານ, ສອງປະເທດໄດ້ເຫັນດີຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນຄື:
I. ການຮ່ວມມືທາງດ້ານການເມືອງ, ການທູດ, ຄວາມໝັ້ນຄົງ ແລະ ການປ້ອງກັນຊາດ
2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົວພັນລະຫວ່າງສອງປະເທດຜ່ານທຸກຊ່ອງທາງ, ທຸກຂັ້ນ, ພິເສດແມ່ນຂັ້ນສູງໃນທຸກຂົງເຂດ.
ນອກນີ້, ສອງປະເທດຊຸກຍູ້ ແລະ ຍົກສູງປະສິດທິຜົນຂອງກົນໄກທີ່ມີຢູ່ແລ້ວ, ເຊັ່ນ: ຄະນະກຳມະການຮ່ວມ ແລະ ປຶກສາຫາລືດ້ານການເມືອງ; ຄົ້ນຄວ້າ ແລະ ຊຸກຍູ້ການສ້າງຕັ້ງຄະນະກຳມະການຮ່ວມມືໃນຂົງເຂດພິເສດທີ່ສອງຝ່າຍສົນໃຈ, ໃນນັ້ນມີການລົງທຶນ ແລະ ກະສິກຳ...
2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທຳ ຕາມຄວາມຕ້ອງການ ແລະ ຄວາມສາມາດຂອງແຕ່ລະປະເທດ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຄວາມສະຫງົບຈະຮັບປະກັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ ແລະ ການຮ່ວມມືໃນສອງພາກພື້ນ ແລະ ໃນໂລກ.
ສອງຝ່າຍຍັງໄດ້ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນໃນການຮັກສາສັນຕິພາບ ແລະ ການໄກ່ເກ່ຍຂອງສະຫະປະຊາຊາດໃນການປະທະກັນໃນພາກພື້ນ ແລະ ໃນທົ່ວໂລກ.
ບົນພື້ນຖານການແລກປ່ຽນຄວາມເຫັນກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ແຕ່ລະພາກພື້ນ ແລະ ໃນໂລກ, 2 ຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີສະຫະປະຊາຊາດ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ສະຫະພັນອາຣັບ (AL), ສະຫະພາບອາຟຼິກາ (AU), ແລະ ການເຄື່ອນໄຫວບໍ່ຮ່ວມກຸ່ມ (NAM). 2 ຝ່າຍຈະເພີ່ມທະວີການປຶກສາຫາລື, ແບ່ງປັນທີ່ຕັ້ງ ແລະ ສົມທົບກັນແກ້ໄຂບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
II. ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ກະສິກຳ
2 ຝ່າຍໄດ້ກຳນົດການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ ແລະ ກະສິກຳ ແມ່ນບັນດາເສົາຄ້ຳສຳຄັນໃນໄລຍະໃໝ່ຂອງການພົວພັນລະຫວ່າງສອງປະເທດ, ບົນພື້ນຖານຄວາມສະເໝີພາບ, ຄວາມດຸ່ນດ່ຽງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດ - ສັງຄົມຂອງແຕ່ລະຝ່າຍຢ່າງແທດຈິງ.
ສອງຝ່າຍຍິນດີຊຸກຍູ້ການຄົ້ນຄ້ວາເພື່ອລິເລີ່ມການເຈລະຈາກ່ຽວກັບສັນຍາການຄ້າແລະເສດຖະກິດສອງປະເທດທີ່ເປັນໄປໄດ້.
2 ຝ່າຍໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມເພີ່ມທະວີການເຄື່ອນໄຫວສົ່ງເສີມການຄ້າ ແລະ ສ້າງເງື່ອນໄຂສູງສຸດໃຫ້ແກ່ການຊຸກຍູ້ການແລກປ່ຽນສິນຄ້າ, ໃນນັ້ນມີການເປີດກວ້າງຕະຫຼາດໃຫ້ບາງປະເພດສິນຄ້າສົ່ງອອກຂອງແຕ່ລະຝ່າຍ; 2 ຝ່າຍເຫັນດີເປັນເອກະພາບຮ່ວມມືສ້າງກົນໄກທີ່ເໝາະສົມເພື່ອຫຼຸດຜ່ອນການຂາດດຸນການຄ້າລະຫວ່າງສອງປະເທດ; ແລະເພີ່ມທະວີການຮ່ວມມືລະຫວ່າງທະນາຄານການຄ້າສອງປະເທດ.
ສອງຝ່າຍເຫັນດີໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານການລົງທຶນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຂອງສອງປະເທດເຊື່ອມຕໍ່, ເພີ່ມທະວີການຮ່ວມມືລົງທຶນ, ຊຸກຍູ້ວິສາຫະກິດດຳເນີນການແລກປ່ຽນສອງຝ່າຍ, ຄົ້ນຫາກາລະໂອກາດລົງທຶນໃນບັນດາຂົງເຂດບຸລິມະສິດຢູ່ແຕ່ລະປະເທດຄື: ພື້ນຖານໂຄງລ່າງ, ນະວັດຕະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ຫັນເປັນພະລັງງານ ແລະ ແລກປ່ຽນຄະນະຜູ້ແທນສົ່ງເສີມການຄ້າລະຫວ່າງ 2 ປະເທດ.
ຜັນຂະຫຍາຍບັນດາລາຍການສິນຄ້າ ແລະ ຂະແໜງການບຸລິມະສິດລວມມີ: ອາຫານທະເລ, ແຜ່ນແພ, ອຸປະກອນໄຟຟ້າ, ຝຸ່ນ, ອາຫານ ລວມທັງຜະລິດຕະພັນ Halal, ເຄມີ, ຢາ, ເຄື່ອງສຳອາງ, ພະລັງງານໃໝ່, ພະລັງງານທົດແທນ, ພາຫະນະໄຟຟ້າ, ການຂົນສົ່ງ, ການລົງທຶນດ້ານການທ່ອງທ່ຽວ, ການລົງທຶນກະສິກຳ, ສວນອຸດສາຫະກຳ ແລະ ເຂດເສດຖະກິດ.
2 ຝ່າຍເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດກະສິກຳ; ເພີ່ມທະວີການແລກປ່ຽນປະສົບການພັດທະນາ ແລະ ເຕັກນິກກະສິກຳ ໂດຍສະເພາະໃນຂົງເຂດລ້ຽງສັດນ້ຳ, ການປູກເຂົ້າ, ກັກກັນສັດ ແລະ ພືດ ແລະ ການພັດທະນາກະສິກຳແບບຍືນຍົງ; ສ້າງກົນໄກປະສານງານລະຫວ່າງອົງການກັກກັນກະສິກຳຂອງສອງປະເທດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການເຂົ້າເຖິງຜະລິດຕະພັນກະເສດ; ປະສານງານໃນຂະບວນການຄວບຄຸມຄວາມປອດໄພຂອງສິນໃນນ້ຳທີ່ໄດ້ແລກປ່ຽນລະຫວ່າງສອງຝ່າຍ.
2 ຝ່າຍເຫັນດີສ້າງຕັ້ງສະພາວິສາຫະກິດ ຫວຽດນາມ - ອີຢິບ ເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ. ສະພາຈະປະກອບມີບໍລິສັດຊັ້ນນໍາທີ່ດໍາເນີນການໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ.
2 ຝ່າຍໄດ້ເຫັນດີເປັນປະຈຳການແລກປ່ຽນບັນດາລາຍການງານຕະຫຼາດນັດພິເສດ ແລະ ງານວາງສະແດງສາກົນຢູ່ແຕ່ລະປະເທດ, ຊຸກຍູ້ບັນດາວິສາຫະກິດຂອງສອງປະເທດເຂົ້າຮ່ວມ.
2 ຝ່າຍໄດ້ເຫັນດີເປັນເອກະສັນແລກປ່ຽນບົດຮຽນໃນຂະບວນການຈົດທະບຽນດຳເນີນທຸລະກິດເປັນດິຈິຕອນ, ເພື່ອແນໃສ່ຫຼຸດຜ່ອນເວລາລົງທະບຽນທຸລະກິດເອເລັກໂຕຣນິກ.
2 ຝ່າຍເຫັນດີເປັນເອກະສັນຈະແບ່ງປັນບັນດາທິດທາງດີທີ່ສຸດໃນການສົ່ງເສີມການຄ້າ ແລະ ຊຸກຍູ້ກາລະໂອກາດລົງທຶນໃຫ້ບັນດາວິສາຫະກິດຂະໜາດນ້ອຍ, ກາງ ແລະ ຈຸລະພາກ; ແລະສະໜັບສະໜູນວິສາຫະກິດເຫຼົ່ານີ້ເຂົ້າຮ່ວມງານວາງສະແດງແລະເວທີປາໄສສາກົນ.
III. ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ
2 ຝ່າຍເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ປະດິດສ້າງ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຂອງສອງປະເທດເຊື່ອມໂຍງ, ແລກປ່ຽນ ແລະ ຮ່ວມມືໃນຂົງເຂດດັ່ງກ່າວ.
IV. ການຮ່ວມມືດ້ານວັດທະນະທຳ-ສັງຄົມ, ການອອກແຮງງານ, ການສຶກສາ, ການແລກປ່ຽນປະຊາຊົນ
2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການພົວພັນແລກປ່ຽນປະຊາຊົນ ແລະ ການເຊື່ອມຕໍ່ກັບທ້ອງຖິ່ນ, ປະຕິບັດບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມຢ່າງມີປະສິດທິຜົນໃນຂົງເຂດພັດທະນາທ້ອງຖິ່ນ ແລະ ບັນດາສັນຍາຮ່ວມມືອື່ນໆລະຫວ່າງບັນດານະຄອນ, ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ຊຸກຍູ້ການເຄື່ອນໄຫວທ່ອງທ່ຽວຢູ່ແຕ່ລະປະເທດ.
ນອກຈາກນັ້ນ, ສອງຝ່າຍຍັງຈະໄດ້ແລກປ່ຽນປະສົບການໃນການຄຸ້ມຄອງ ແລະ ພັດທະນາການທ່ອງທ່ຽວ, ໂດຍສະເພາະແມ່ນການທ່ອງທ່ຽວແບບຍືນຍົງ; ສ້າງຄວາມສະດວກໃຫ້ແກ່ການອອກວີຊາໃຫ້ແກ່ພົນລະເມືອງຂອງແຕ່ລະປະເທດ ເພື່ອຊຸກຍູ້ການທ່ອງທ່ຽວ, ການແລກປ່ຽນປະຊາຊົນ ແລະ ການຮ່ວມມືດ້ານວັດທະນະທຳ.
2 ຝ່າຍເຫັນດີເພີ່ມທະວີການເຄື່ອນໄຫວແລກປ່ຽນວັດທະນະທຳ ແລະ ຈັດຕັ້ງບັນດາການເຄື່ອນໄຫວໂຄສະນາວັດທະນະທຳຂອງແຕ່ລະປະເທດຢູ່ປະເທດອື່ນ; ເພີ່ມທະວີການຮ່ວມມືດ້ານການສຶກສາ, ເພີ່ມຈຳນວນທຶນສຶກສາ ແລະ ເປີດກວ້າງການຝຶກອົບຮົມໃຫ້ແກ່ບັນດາຂົງເຂດກຳລັງແຮງຂອງນັກສຶກສາຂອງແຕ່ລະຝ່າຍ.
ທີ່ມາ: https://vietnamnet.vn/tuyen-bo-chung-viet-nam-ai-cap-ve-nang-cap-quan-he-len-doi-tac-toan-dien-2429043.html
(0)