ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ເຫ້ວ ​ແລະ ​ເວທີ​ປາ​ໄສ ​ເສດຖະກິດ ​ສະ​ວິດ - ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື.

ເຫດການດັ່ງກ່າວໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ດ່າໜັງ , ສະຖານທູດສະວິດ ປະຈຳ ຫວຽດນາມ ແລະ ເວທີປາໄສເສດຖະກິດສະວິດ - ຫວຽດນາມ (SVEF), ເພື່ອແນໃສ່ເປີດກວ້າງການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ນະວັດຕະກຳລະຫວ່າງ ຫວຽດນາມ ແລະ ສະວິດ ເວົ້າສະເພາະ ແລະ ພາກພື້ນ ເອີຣົບ ເວົ້າລວມ.

ຄະ​ນະ​ຜູ້​ແທນ​ເຮັດ​ວຽກ​ຂອງ​ນະ​ຄອນ ເຫ້ວ ນຳ​ໂດຍ​ສະ​ມາ​ຊິກ​ອົງ​ການ​ພັກ​ເມືອງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຫງວຽນ​ແທ່ງ​ບິ່ງ, ພ້ອມ​ດ້ວຍ​ຜູ້​ແທນ​ພະ​ແນກ, ສາ​ຂາ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ.

ໃນຂອບເຂດເຫດການ, ຕອນຄ່ຳວັນທີ 4 ພະຈິກ, ການນຳນະຄອນ ເຫ້ວ ແລະ ເວທີປາໄສເສດຖະກິດສະວິດ - ຫວຽດນາມ (SVEF) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ແລກປ່ຽນວັດທະນະທຳ ແລະ ຂົງເຂດອື່ນໆ ທີ່ເໝາະສົມກັບຄວາມຕ້ອງການຂອງສອງຝ່າຍ.

ຕາມ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ​ແລ້ວ, 2 ຝ່າຍ​ຈະ​ສ້າງ​ຕັ້ງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ແບບ​ຍືນ​ຍົງ ​ແລະ ມີ​ປະສິດທິ​ຜົນ; ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ນະຄອນ Hue ກັບ​ຄູ່​ຮ່ວມ​ມື​ຂອງ​ສະ​ວິດ, ​ໂດຍ​ສະ​ເພາະ​ແມ່ນ​ລັດ, ນະຄອນ, ບັນດາ​ອົງການ​ເສດຖະກິດ ​ແລະ ສະ​ຖາ​ບັນ​ວິ​ຊາ​ການ​ຂອງ​ສະ​ວິດ. ພ້ອມ​ກັນ​ນັ້ນ, ຊຸກຍູ້ ​ແລະ ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ເຫດການ ​ແລະ ການ​ເຄື່ອນ​ໄຫວ​ຕ່າງໆ ​ໃນ​ຂອບ​ເຂດ SVEF ຢູ່​ນະຄອນ ​ເຫ້ວ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ; ຊຸກຍູ້​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ໂດຍ​ກົງ, ການ​ຄ້າ​ສອງ​ຝ່າຍ ​ແລະ ການ​ເຊື່ອມ​ຕໍ່​ທຸລະ​ກິດ​ລະຫວ່າງ ​ເຫ້ວ ​ແລະ ສະ​ວິດ.

ບັນດາ​ຂົງ​ເຂດ​ຮ່ວມ​ມື​ສຳຄັນ​ລວມມີ: ສະໜັບສະໜູນ​ການ​ເຊື່ອມ​ໂຍງ ​ແລະ ປຶກສາ​ຫາລື​ການ​ຮ່ວມ​ມື​ກັບ​ລັດ, ນະຄອນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ​ຢູ່​ສະ​ວິດ ​ໃນ​ບັນດາ​ຂົງ​ເຂດ​ນະ​ວັດຕະກຳ (ນະຄອນ​ສະຫຼາດ, ການ​ເລີ່​ມຕົ້ນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ), ສຶກສາ, ຊຸກຍູ້​ການທ່ອງທ່ຽວ, ວັດທະນະທຳ; ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ, ສຳ​ມະ​ນາ, ​ເວທີ​ປາ​ໄສ​ເສດຖະກິດ, ບັນດາ​ໂຄງການ​ສົ່ງ​ເສີມ​ການ​ລົງທຶນ, ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ - ການ​ສຶກສາ ​ແລະ ການ​ພົບ​ປະ​ແລກປ່ຽນ​ດ້ານ​ວິຊາ​ການ​ລະຫວ່າງ 2 ປະ​ເທດ​ຢູ່​ນະຄອນ Hue. ນອກຈາກນັ້ນ, ສອງຝ່າຍຍັງຈະຊຸກຍູ້ການຮ່ວມມືດ້ານການຝຶກອົບຮົມ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ປະຕິບັດບັນດາໂຄງການໃຫ້ທຶນຮອນ, ແລກປ່ຽນນັກສຶກສາ, ອາຈານ ແລະ ແລກປ່ຽນຂໍ້ມູນຂ່າວສານ, ປະສົບການໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຫງວຽນ​ແທ່ງ​ບິ່ງ ໄດ້​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ ແລະ ນັກ​ຊ່ຽວ​ຊານ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ທີ່​ເວທີ​ປາ​ໄສ, ທ່ານ ຫງວຽນ​ແທ່ງ​ບິ່ງ ​ໄດ້​ມີ​ການ​ປຶກສາ​ຫາລື​ກັບ​ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແລະ ນັກ​ຊ່ຽວຊານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ​ຕົວ​ເມືອງ​ອັດສະລິຍະ, ​ເລີ່​ມຕົ້ນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ສຶກສາ, ຊຸກຍູ້​ການທ່ອງທ່ຽວ, ວັດທະນະທຳ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ.

ການເຂົ້າຮ່ວມ ແລະລົງນາມໃນການຮ່ວມມືຂອງນະຄອນເຫ້ວທີ່ເວທີປາໄສເສດຖະກິດສະວິດ-ຫວຽດນາມ 2025 ບໍ່ພຽງແຕ່ປະກອບສ່ວນຍົກສູງທີ່ຕັ້ງຂອງນະຄອນເຫ້ວກ່ຽວກັບແຜນທີ່ປະດິດສ້າງ, ການພັດທະນາແບບຍືນຍົງ, ແຕ່ຍັງເປີດກາລະໂອກາດຮ່ວມມືສາກົນໃໝ່, ແທດເໝາະກັບທິດທາງຂອງນະຄອນໃນການພັດທະນາມໍລະດົກ, ວັດທະນະທຳ, ນິເວດວິທະຍາ, ຕົວເມືອງສະຫຼາດ ແລະ ທັນສະໄໝ.

ວັນບຸນ

ທີ່ມາ: https://huengaynay.vn/kinh-te/ubnd-tp-hue-va-dien-dan-kinh-te-thuy-si-viet-nam-ky-ket-ban-ghi-nho-hop-tac-159607.html