ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ມີ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ Phan Tam, ພ້ອມ​ດ້ວຍ​ບັນດາ​ຜູ້​ຊ່ຽວຊານ, ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

​ເວທີ​ປາ​ໄສ​ລວມມີ 3 ກອງ​ປະຊຸມ​ຄື: ບັນດາ​ນະ​ໂຍບາຍ​ຊຸກຍູ້​ການ​ລົງທຶນ​ຢູ່ ຫວຽດນາມ ​ໃນ​ຍຸກ​ດີ​ຈີ​ຕອນ; ທ່າແຮງ ແລະ ກາລະໂອກາດລົງທຶນດ້ານດີຈີຕອນຢູ່ ຫວຽດນາມ; ເຊື່ອມຕໍ່ເພື່ອສ້າງລະບົບນິເວດການລົງທຶນດິຈິຕອນ.

ທີ່​ກອງ​ປະຊຸມ​ຄັ້ງ​ທຳ​ອິດ, ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ສະພາບ​ການ​ປະຈຸ​ບັນ ​ແລະ ທິດ​ທາງ​ການ​ພັດທະນາ​ຂອງ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ​ຂອງ ຫວຽດນາມ. ຕາມ​ນັ້ນ​ແລ້ວ, ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ຂອງ ຫວຽດນາມ ມີ​ລາຍ​ຮັບ 150 ຕື້ USD ດ້ວຍ 67.500 ວິ​ສາ​ຫະກິດ, ​ໃນ​ນັ້ນ ມີ 1.500 ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ​ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດ​ສາກົນ.

ນອກຈາກ​ນັ້ນ, ຫວຽດນາມ​ມີ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ​ແມ່ນ​ຢູ່​ໃນ​ອັນ​ດັບ 10 ​ໃນ​ໂລກ ​ກ່ຽວ​ກັບ​ຄວາມ​ສາມາດ​ດ້ານ​ການ​ຂຽນ​ໂປຣ​ແກຣມ ​ແລະ ​ແມ່ນ​ປະ​ເທດ​ທີ່​ບຳລຸງ​ສ້າງ​ນັກ​ວິສະວະກອນ​ຫຼາຍ​ທີ່​ສຸດ. ຫວຽດນາມ ກໍ່​ແມ່ນ​ປະ​ເທດ​ທີ່​ມີ​ນະ​ໂຍບາຍ​ບຸລິມະສິດ​ຫຼາຍ​ຢ່າງ​ໃຫ້​ແກ່​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ.

ວ-ພັນ ຕມ.jpg
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ Phan Tam ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ. ພາບ: ຟ້າມກົງ

ກອງ​ປະຊຸມ​ຄັ້ງ​ທີ 2 ​ໄດ້​ສຸມ​ໃສ່​ການ​ເຊື່ອມ​ຕໍ່​ການ​ບໍລິການ​ດ້ານ​ການ​ເງິນ ​ແລະ ​ເຕັກ​ໂນ​ໂລ​ຊີ, ຈຸດໝາຍ​ປາຍທາງ​ທີ່​ເໝາະ​ສົມ​ໃນ​ການ​ລົງທຶນ​ດ້ານ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ຢູ່ ກວາງ​ນິງ ​ແລະ ບິ່ງ​ເຢືອງ, ປະສົບ​ການ​ລົງທຶນ​ໃນ​ຂະ​ແໜງ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ​ແລະ ​ແນະນຳ​ໃຫ້​ຫວຽດນາມ.

​ໃນ​ກອງ​ປະຊຸມ​ຄັ້ງ​ທີ 3, ບັນດາ​ນັກ​ຊ່ຽວຊານ​ໄດ້​ແລກປ່ຽນ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ກໍ່ສ້າງ​ລະບົບ​ນິ​ເວດ​ການ​ລົງທຶນ​ດີ​ຈີ​ຕອນ.

ທີ່ເວທີປາໄສ, ທ່ານຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ສື່ສານ ຟານຕິງ ໃຫ້ຮູ້ວ່າ: ໃນສະພາບການພັດທະນາຢ່າງແຂງແຮງຂອງການປະຕິວັດອຸດສາຫະກຳ 4.0, ເຕັກໂນໂລຊີດີຈີຕອນພວມຄ່ອຍໆປ່ຽນແປງໂລກຢ່າງບໍ່ເຄີຍມີມາກ່ອນ, ກາຍເປັນກຳລັງການຜະລິດພື້ນຖານ ແລະ ເປັນກຳລັງຂັບເຄື່ອນຕົ້ນຕໍໃນກະແສເສດຖະກິດ-ສັງຄົມ.

ຕາມກະຊວງຖະແຫລງຂ່າວ ແລະ ສື່ສານແລ້ວ, ວົງເງິນອຸດສາຫະກຳເຕັກໂນໂລຢີດີຈີຕອນຂອງຫວຽດນາມ ຄາດຄະເນວ່າບັນລຸ 152 ຕື້ USD ໃນປີ 2024. ປະຊາຄົມວິສາຫະກິດເຕັກໂນໂລຢີດີຈີຕອນຫວຽດນາມ ໄດ້ເຕົ້າໂຮມເກືອບ 54.000 ວິສາຫະກິດທີ່ພວມດຳເນີນທຸລະກິດ, ສ້າງລາຍຮັບ, ສ້າງວຽກເຮັດງານທຳໃຫ້ຄົນງານກວ່າ 1,8 ລ້ານຄົນ.

ມີ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕອນ​ຂອງ​ຫວຽດ​ນາມ 1.500 ກວ່າ​ແຫ່ງ​ໄດ້​ລົງ​ທຶນ ແລະ ຄ່ອຍໆ​ຢືນ​ຢັນ​ທີ່​ຕັ້ງ​ຢູ່​ຕະ​ຫລາດ​ຕ່າງ​ປະ​ເທດ. ດ້ວຍ​ຈຳນວນ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ຫວຽດນາມ ມີ​ເງື່ອນ​ໄຂ​ພຽງພໍ​ເພື່ອ​ກໍ່ສ້າງ ​ແລະ ຄຸ້ມ​ຄອງ​ລະບົບ​ນິ​ເວດ​ບັນດາ​ຜະລິດ​ຕະພັນ ​ແລະ ການ​ບໍລິການ​ດີ​ຈີ​ຕອນ.

ນີ້​ແມ່ນ​ຈຸດໝາຍ​ອັນ​ໜັກ​ແໜ້ນ​ເພື່ອ​ສ້າງ​ຂະ​ແໜງ​ການ​ຜະລິດ​ອຸດສາຫະກຳ​ທີ່​ມີ​ເນື້ອ​ໃນ​ສະຕິ​ປັນຍາ​ສູງ, ອັດຕາ​ການ​ເຕີບ​ໂຕ​ໄວ ​ແລະ ຍືນ​ຍົງ, ​ເປັນ​ກຳລັງ​ແຮງ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ, ຫັນ​ປະ​ເທດ​ເປັນ​ທັນ​ສະ​ໄໝ, ພັດທະນາ​ເສດຖະກິດ​ດີ​ຈີ​ຕອນ ​ແລະ ສັງຄົມ​ດີ​ຈີ​ຕອນ.

ຫວຽດນາມ ພູມໃຈທີ່ເປັນປະເທດທີ່ມີການຂະຫຍາຍຕົວຢ່າງແຂງແຮງ, ກາຍເປັນຈຸດນັດພົບທີ່ດຶງດູດນັກລົງທຶນສາກົນ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີດີຈີຕອນ. ນັບ​ແຕ່​ປີ 2020, ຫວຽດນາມ ​ໄດ້​ດຶງ​ດູດ​ເງິນ​ເກືອບ 3 ຕື້ USD ​ໃຫ້​ເກືອບ 1.000 ​ໂຄງການ​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ, ​ແມ່ນ​ມາ​ຈາກ 50 ປະ​ເທດ.

W-Photo 1.JPG.jpg
ສາກ​ກອງ​ປະ​ຊຸມ. ພາບ: ຟ້າມກົງ

“ນີ້ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມດຶງດູດ ແລະ ແງ່ຫວັງພັດທະນາຂອງຂະແໜງອຸດສາຫະກຳເຕັກໂນໂລຢີດີຈີຕອນຢູ່ ຫວຽດນາມ. ຫຼາຍບໍລິສັດເຕັກໂນໂລຢີແຖວໜ້າຂອງໂລກຄື Intel, Samsung, Apple, Amkor ແລະ ຫຼາຍບໍລິສັດເຕັກໂນໂລຢີໃຫຍ່ໃນໂລກ ໄດ້ລົງທຶນ ແລະ ລົງທຶນຢູ່ຫວຽດນາມ ນັບຫຼາຍຕື້ USD. ບັນດາວິສາຫະກິດດັ່ງກ່າວຍັງໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ລົງທຶນຢູ່ຫວຽດນາມ ໃນໄລຍະຈະມາເຖິງ”.

ທ່ານ​ຮອງ​ລັດຖະມົນຕີ Phan Tam ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ມານະ​ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ສະດວກ, ​ໂປ່​ງ​ໃສ, ມີ​ຫົວຄິດ​ປະດິດ​ສ້າງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ.

ຕອນ​ເຊົ້າ​ວັນ​ທີ 20 ພະຈິກ​ນີ້, ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ນະ​ໂຍບາຍ​ແລະ​ຂໍ້​ສະ​ເໜີ​ແນະ​ກ່ຽວ​ກັບ​ການ​ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ບໍລິການ​ຢູ່​ອາ​ຊຽນ ​ແລະ ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂໍ້​ມູນ​ຂ່າວສານ​ອາ​ຊຽນ​ໄດ້​ໄຂ​ຂຶ້ນ. ນີ້​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສັບປະດາ​ດິຈິ​ຕອລສາກົນ ຫວຽດນາມ ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນິງ ​ແຕ່​ວັນ​ທີ 19 – 22/11.