ຕາມຂໍ້ມູນຈາກສະຖານທູດຫວຽດນາມ ປະຈຳ ແດນມາກ, ທີ່ການຕ້ອນຮັບ, ທ່ານ Nils Bull ໄດ້ສະແດງຄວາມເປັນກຽດທີ່ໄດ້ຮັບການມອບໝາຍໃຫ້ດຳລົງຕຳແໜ່ງປະທານ DAVIFO ແຕ່ເດືອນ 4/2025, ພາຍຫຼັງຫຼາຍປີທີ່ຕັ້ງໜ້າເຂົ້າຮ່ວມກອງເລຂາຂອງສະມາຄົມ.
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ແດນມາກ ຫງວຽນເລແທ່ງ ໄດ້ໃຫ້ການຕ້ອນຮັບປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ Nils Bull. (ພາບ: ສະຖານທູດ ຫວຽດນາມ ປະຈຳ ແດນມາກ) |
ທ່ານປະທານ DAVIFO ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາການເຄື່ອນໄຫວອັນພົ້ນເດັ່ນທີ່ສະມາຄົມໄດ້ປະຕິບັດເພື່ອຊຸກຍູ້ຄວາມເຂົ້າໃຈ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດໃນໄລຍະເຄິ່ງສະຕະວັດທີ່ຜ່ານມາ. ພິເສດ, DAVIFO ໄດ້ຜັນຂະຫຍາຍຫຼາຍໂຄງການທີ່ມີປະສິດທິຜົນຢູ່ ຫວຽດນາມ, ເຊັ່ນ: ໜູນຊ່ວຍ ສຸຂະພາບ ຊຸມຊົນຢູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ, ເບິ່ງແຍງດູແລແມ່ຍິງ ແລະ ເດັກນ້ອຍ - ກຸ່ມດ້ອຍໂອກາດໃນສັງຄົມ.
ໃນໄລຍະຈະມາເຖິງ, DAVIFO ປາດຖະໜາວ່າ ຈະສືບຕໍ່ປະຕິບັດຢ່າງມີປະສິດທິຜົນ ແລະ ເປີດກວ້າງບັນດາໂຄງການສາທາລະນະສຸກຢູ່ຫວຽດນາມ, ຊຸກຍູ້ການພົບປະແລກປ່ຽນ ການສຶກສາ , ພົບປະແລກປ່ຽນ, ໂຄສະນາວັດທະນະທຳອາຫານການກິນຂອງ ຫວຽດນາມ ຢູ່ ແດນມາກ… ດ້ວຍເຫດນີ້, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ເຊື່ອມຕໍ່ລະຫວ່າງປະຊາຊົນ 2 ປະເທດ.
ທ່ານເອກອັກຄະລັດຖະທູດ ຫງວຽນເລແທ່ງ ຕີລາຄາສູງບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ແລະ ແທດຈິງຂອງ DAVIFO, ເນັ້ນໜັກວ່າ ບັນດາການເຄື່ອນໄຫວຂອງສະມາຄົມໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ສະຖານທູດຫວຽດນາມ ປະຈຳ ແດນມາກ ຈະສືບຕໍ່ພ້ອມກັບ DAVIFO ໃນການປະຕິບັດບັນດາການເຄື່ອນໄຫວແລກປ່ຽນປະຊາຊົນ, ວັດທະນະທຳ ແລະ ການສຶກສາ.
ເນື່ອງໃນໂອກາດປີ 2026 - ເມື່ອ ຫວຽດນາມ ແລະ ແດນມາກ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ (1971-2026) ແລະ 50 ປີແຫ່ງວັນສ້າງຕັ້ງ DAVIFO, 2 ຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າອີກ.
ທີ່ມາ: https://thoidai.com.vn/viet-nam-dan-mach-tthuc-day-giao-luu-nhan-dan-quang-ba-van-hoa-214658.html
(0)