ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ Do Viet Hung - ປະທານ VIRESA, ຮອງປະທານ AESF ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດກິລາ e -sport ພວມພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດໃນພາກພື້ນ, ດ້ວຍກ່ວາ 28 ລ້ານຄົນເຂົ້າຮ່ວມໃນກ່ວາ 10 ກິລາ e-sport ໄດ້ຮັບຄວາມນິຍົມ. ປີ 2026 ບໍ່ພຽງແຕ່ຈະນຳມາເຊິ່ງສະຖານທີ່ລະດັບສາກົນໃຫ້ບັນດານັກກິລາເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອໃຫ້ເພື່ອນມິດສາກົນໄດ້ສຳຜັດຢ່າງເລິກເຊິ່ງກ່ຽວກັບວັດທະນະທຳ, ເອກກະລັກຂອງຫວຽດນາມ.”

ສະມາຄົມ E-Sports ຫວຽດນາມ (VIRESA) ແລະ ສະຫະພັນ E-Sports ອາຊີ (AESF) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື.
ທ່ານ Hung ເນັ້ນໜັກວ່າ, ພ້ອມກັບບັນດາຄູ່ຮ່ວມມືໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, VIRESA ມຸ່ງໝັ້ນທີ່ຈະນຳເອົາປະສົບການທີ່ດີທີ່ສຸດມາໃຫ້ບັນດານັກກິລາ, ແຟນບານ ແລະ ສະຫະພັນ, ສະແດງໃຫ້ເຫັນຈິດໃຈເຊີດຊູບັນດາພອນສະຫວັນ, ຄວາມຄິດສ້າງສັນ ແລະ ການເຊື່ອມຕໍ່ປະຊາຄົມ e-sports ອາຊີ.
VIRESA ກໍ່ສະແດງຄວາມປາດຖະໜາວ່າ AEG 2026 ບໍ່ພຽງແຕ່ເປັນການແຂ່ງຂັນ, ແຕ່ຍັງເປັນສັນຍາລັກແຫ່ງຄວາມສາມັກຄີ, ນະວັດຕະກຳ ແລະ ການຮ່ວມມືໃນພາກພື້ນ.
Asian Esports Games (AEG) ແມ່ນງານກິລາ esports ສາກົນລະດັບທະວີບ, ໄດ້ລິເລີ່ມ ແລະ ໄດ້ຮັບການສະໜັບສະໜູນໂດຍສະຫະພັນກິລາເອຊຽນເກມ. AEG 2024 ຄັ້ງທີ 1 ໄດ້ຈັດຂຶ້ນທີ່ບາງກອກ, ປະເທດໄທໃນລະຫວ່າງວັນທີ 25 ພະຈິກ ຫາ 2 ທັນວາ 2024, ໂດຍສະຫະພັນກິລາກາຍຍະກຳໄທ ເປັນເຈົ້າພາບ, ໂດຍການສະໜັບສະໜູນຂອງອົງການກິລາແຫ່ງປະເທດໄທ (SAT) ແລະ ກອງທຶນພັດທະນາກິລາແຫ່ງຊາດ (NSDF).

ທ່ານ ໂດ້ວຽດຮຸງ ໄດ້ຮັບທຸງຊາດເປັນເຈົ້າພາບຈັດງານມະຫາກຳກິລາເອຊຽນເກມຄັ້ງທີ 2 (Asian Esports Games - AEG) ໃນປີ 2026.
ງານມະໂຫລານຄັ້ງນີ້ໄດ້ເຕົ້າໂຮມນັກກິລາ 179 ຄົນທີ່ມາຈາກ 29 ປະເທດ ແລະ ເຂດແຄວ້ນ, ໄດ້ກາຍເປັນການແຂ່ງຂັນກິລາ e-sport ທີ່ໃຫຍ່ທີ່ສຸດຂອງທະວີບມາຮອດປະຈຸບັນ. ທີມຊາດຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງໜັກໜ່ວງເມື່ອຍາດໄດ້ຫຼຽນເງິນໃນປະເພດກິລາມືຖື Lien Quan ເຊິ່ງເປັນໜຶ່ງໃນກຳລັງແຮງຂອງຫວຽດນາມ.
ໂດຍການເປັນເຈົ້າພາບຈັດງານມະຫາກຳກິລາເອຊຽນເກມປີ 2026, ຫວຽດນາມ ຢືນຢັນທ່າທີຂອງຕົນແມ່ນສູນກາງກິລາ e-sport ແຫ່ງໃໝ່ຢູ່ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງສະແດງໃຫ້ເຫັນຄວາມໝັ້ນໃຈຢ່າງແຂງແຮງໃນການພັດທະນາກິລາ e-sport ແບບອາຊີບ.
ດ້ວຍບົດບາດສຳຄັນໃນລະບົບນິເວດອຸດສາຫະກຳວັດທະນະທຳດີຈີຕອນຂອງຫວຽດນາມ, VIRESA ມຸ່ງໄປເຖິງການສ້າງເວທີກິລາ e-sport ທີ່ມີມະນຸດສະທຳ, ມີຫົວຄິດປະດິດສ້າງ ແລະ ຍືນຍົງ, ປະກອບສ່ວນປະຕິບັດຍຸດທະສາດຫັນເປັນດິຈິຕອລແຫ່ງຊາດ ແລະ ຍຸດທະສາດພັດທະນາອຸດສາຫະກຳວັດທະນະທຳ ຫວຽດນາມ ຮອດປີ 2030, ວິໄສທັດ 2045.
ທີ່ມາ: https://bvhttdl.gov.vn/viet-nam-dang-cai-dai-hoi-the-thao-dien-tu-chau-a-lan-thu-2-nam-2026-20251009232707764.htm
(0)