SGGPO
ລື່ນກາຍ 30 ຕົວຢ່າງເຂົ້າຈາກ 10 ປະເທດເຂົ້າຮ່ວມ, ເຂົ້າ ST25 ຍີ່ຫໍ້ Ong Cua Rice ຂອງຫວຽດນາມ ໄດ້ຮັບລາງວັນເຂົ້າທີ່ດີທີ່ສຸດ ຂອງໂລກ ໃນປີ 2023 ຢ່າງເປັນທາງການ.
ວັນທີ 30 ພະຈິກນີ້, ຢູ່ກອງປະຊຸມການຄ້າເຂົ້າໂລກທີ່ຈັດຂຶ້ນຢູ່ຟີລິບປິນ, ຫວຽດນາມໄດ້ຮັບລາງວັນເຂົ້າດີທີ່ສຸດໃນໂລກປີ 2023.
ຕາມອົງການແມ່ຄ້າເຂົ້າ-ຜູ້ກໍ່ຕັ້ງ ແລະ ເຈົ້າຂອງການປະກວດ “ເຂົ້າທີ່ດີທີ່ສຸດໃນໂລກ”, ການປະກວດປີນີ້ມີ 10 ກວ່າປະເທດເຂົ້າຮ່ວມ, ແລະ 30 ຕົວຢ່າງເຂົ້າຖືກສົ່ງເຂົ້າຮ່ວມ. ດ້ວຍເຫດນີ້, ຫວຽດນາມ ໄດ້ຮັບລາງວັນທີ 1, ລາງວັນທີ 2 ກຳປູເຈຍ ແລະ ລາງວັນທີ 3 ອິນເດຍ.
| ເຂົ້າສານ Ong Cua ST25 ຂອງຫວຽດນາມ ຍາດໄດ້ລາງວັນທີ 1 ໃນປີ 2023. ພາບ: UYEN HO |
ທ່ານ ຫງວຽນຟູ໋ຈ້ອງ, ຫົວໜ້າກົມຜະລິດພືດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ) ໃຫ້ຮູ້ວ່າ: ການແຂ່ງຂັນປີນີ້, ຄະນະຈັດຕັ້ງພຽງແຕ່ມີລາງວັນລະດັບຊາດ ແລະ ບໍ່ມີລາງວັນໃຫ້ວິສາຫະກິດບຸກຄົນ. ໃນຄັ້ງນີ້, ຫວຽດນາມມີ 3 ວິສາຫະກິດເຂົ້າຮ່ວມ 6 ປະເພດເຂົ້າສານ. ໃນນັ້ນ, ວິສາຫະກິດເອກະຊົນ TM-DV Ho Quang Tri ກັບເຂົ້າ ST24 ແລະ ST25, ກຸ່ມ Loc Troi ມີເຂົ້າ LT28 ແລະ Nang Hoa 9, ກຸ່ມເມັດພືດ ໄທບິ່ງ ມີເຂົ້າ TBR39 ແລະ TBR39-1.
ກ່ອນໜ້ານີ້, ປີ 2019, ຢູ່ຟີລິບປິນ, ເຂົ້າ ST25 ຍັງໄດ້ຮັບລາງວັນທີ 1 ໃນການປະກວດເຂົ້າດີທີ່ສຸດຂອງໂລກ.
ທີ່ມາ






(0)