ຫວຽດນາມ ໄດ້ກາຍເປັນຈຸດໝາຍປາຍທາງທີ່ນິຍົມຂອງນັກທ່ອງທ່ຽວຝຣັ່ງໃນອາຊີໃນລະດູຮ້ອນນີ້, ດ້ວຍຈຳນວນນັກທ່ອງທ່ຽວເພີ່ມຂຶ້ນ 54,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ບົດຄວາມທີ່ລົງພິມໃນໜັງສືພິມລາຍວັນ Le Figaro ໃຫ້ຮູ້ວ່າ: ໃນທ່າມກາງ ສະພາບເສດຖະກິດ ໂລກທີ່ຜັນແປໄປ, ຫວຽດນາມ ໄດ້ສ້າງຂີດໝາຍທີ່ພົ້ນເດັ່ນໃນຮູບການທ່ອງທ່ຽວໂລກ, ກາຍເປັນ “ປະກົດການສຳເລັດຜົນຂອງການທ່ອງທ່ຽວຝຣັ່ງໃນປີ 2025”.
ໜັງສືພິມດັ່ງກ່າວໄດ້ອ້າງຕາມຕົວເລກຂອງສະມາຄົມນັກທ່ອງທ່ຽວຝຣັ່ງ (SETO) ໂດຍສະແດງໃຫ້ເຫັນວ່າ, ໃນຂະນະທີ່ບັນດາຈຸດໝາຍທ່ອງທ່ຽວພື້ນເມືອງຂອງຝລັ່ງ ເຊັ່ນ: ເກຼັກ, ຕວກກີ, ໄທ ແລະ ອາເມລິກາ ໄດ້ຫຼຸດລົງຈຳນວນນັກທ່ອງທ່ຽວຍ້ອນໄພທຳມະຊາດ, ຄວາມບໍ່ໝັ້ນຄົງ ທາງການເມືອງ ຫຼືຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ, ຫວຽດນາມ ບັນລຸການເຕີບໂຕຢ່າງແຂງແຮງທີ່ສຸດໃນພາກພື້ນ.
ບົດຂຽນຂຽນວ່າ: “ຫວຽດນາມ ພວມປະສົບຜົນສຳເລັດ ດ້ານການທ່ອງທ່ຽວ ດ້ວຍຈຳນວນນັກທ່ອງທ່ຽວຝລັ່ງ ເພີ່ມຂຶ້ນ 54,7% ໃນເວລາພຽງແຕ່ 1 ປີ”.
ອີງຕາມ Le Figaro, ນີ້ແມ່ນການເພີ່ມຂຶ້ນສູງສຸດໃນບັນດາຈຸດຫມາຍປາຍທາງສາກົນຢູ່ນອກເອີຣົບ, ສະແດງໃຫ້ເຫັນທ່າອ່ຽງທີ່ຊັດເຈນຂອງນັກທ່ອງທ່ຽວຝຣັ່ງໃນປີນີ້: ການຈັດລໍາດັບຄວາມສໍາຄັນຂອງບັນດາປະເທດທີ່ປອດໄພ, ດ້ວຍຄ່າໃຊ້ຈ່າຍທີ່ສົມເຫດສົມຜົນແລະສະເຫນີປະສົບການວັດທະນະທໍາທີ່ເປັນເອກະລັກ.
ບັນດານັກຊ່ຽວຊານການທ່ອງທ່ຽວຝະລັ່ງ ໃຫ້ຮູ້ວ່າ: ໝາກຜົນນີ້ແມ່ນຍ້ອນສະພາບແວດລ້ອມໝັ້ນຄົງຂອງຫວຽດນາມ, ນະໂຍບາຍວີຊາທີ່ຄ່ອງຕົວ ແລະ ລາຄາບໍລິການທີ່ສາມາດແຂ່ງຂັນ.
ເລື່ອງຍົກເວັ້ນວີຊາ 45 ວັນສຳລັບພົນລະເມືອງຝະລັ່ງ ແລະ ຫຼາຍປະເທດເອີລົບ, ພ້ອມກັບຕາໜ່າງການບິນໂດຍກົງລະຫວ່າງ ປາຣີ ແລະ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນນັບມື້ນັບສະດວກ, ໄດ້ເຮັດໃຫ້ ຫວຽດນາມ ເປັນທາງເລືອກທີ່ດຶງດູດນັກທ່ອງທ່ຽວ ຝະລັ່ງ ທີ່ຢາກໄປທ່ອງທ່ຽວອາຊີ.
ນອກຈາກປັດໄຈຕົ້ນທຶນ, ຫວຽດນາມ ຍັງໄດ້ຕີລາຄາສູງບັນດາຜະລິດຕະພັນທ່ອງທ່ຽວທີ່ມີຄວາມຫຼາກຫຼາຍ, ສົມທົບກັບມໍລະດົກວັດທະນະທຳ, ທຳມະຊາດ, ອາຫານ, ຣີສອດ. ພາບພົດທີ່ເປັນມິດຕະພາບ, ສະຫງົບສຸກ ແລະ ເປັນເອກະລັກສະເພາະ ຊ່ວຍໃຫ້ຫວຽດນາມ ຢືນຢູ່ໃນພາກພື້ນ, ພິເສດແມ່ນເມື່ອຫລາຍປະເທດອາຊີຖືກຜົນກະທົບຈາກໄພທຳມະຊາດ ຫຼື ຄວາມເຄັ່ງຕຶງດ້ານການເມືອງ.
ຕາມທ່ານ Patrice Caradec, ປະທານສະມາຄົມ SETO ແລ້ວ, ຫວຽດນາມ ຈະສືບຕໍ່ຮັກສາຈັງຫວະການເຕີບໂຕຢ່າງແຂງແຮງໃນລະດູໜາວທີ່ຈະມາເຖິງ, ເມື່ອຄວາມຕ້ອງການຈອງປີ້ທ່ອງທ່ຽວຈາກຝະລັ່ງ ໄປ ຫວຽດນາມ, ກຳປູເຈຍ ແລະ ສ.ເກົາຫຼີ ຍັງສູງຢູ່. ທ່ານເນັ້ນໜັກວ່າ: “ຫວຽດນາມມີທ່າທີຈະສືບຕໍ່ຂະຫຍາຍຕົວໃນໄລຍະຈະມາເຖິງ.”
ຕາມໜັງສືພິມ Le Figaro ແລ້ວ, ໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວລະດູໜາວທີ່ນັກທ່ອງທ່ຽວ ຝະລັ່ງ ພັດທະນາ, ຫວຽດນາມ ສືບຕໍ່ຢູ່ໃນກຸ່ມອັນດັບໜຶ່ງພ້ອມກັບ ອີຢິບ ແລະ ສາທາລະນະລັດ Dominican.
ດ້ວຍລະດັບເຕີບໂຕທີ່ໜ້າປະທັບໃຈ, ພື້ນຖານໂຄງລ່າງການທ່ອງທ່ຽວທີ່ທັນສະໄໝນັບມື້ນັບມີຄວາມປອດໄພແລະພາບພົດຂອງປະເທດຊາດ, ຫວຽດນາມ ພວມຢືນຢັນທີ່ຕັ້ງຂອງຕົນແມ່ນໜຶ່ງໃນ “ຈຸດໃໝ່ທີ່ສົດໃສ” ຂອງການທ່ອງທ່ຽວອາຊີໃນປີ 2025, ພ້ອມທັງຮັດແໜ້ນທີ່ຕັ້ງອັນໜັກແໜ້ນໃນແຜນທີ່ການທ່ອງທ່ຽວໂລກ./.
ທີ່ມາ: https://www.vietnamplus.vn/viet-nam-diem-den-hap-dan-du-khach-phap-trong-mua-he-2025-post1069366.vnp
(0)