ໃນ 9 ເດືອນຕົ້ນປີ 2024, ຈຳນວນນັກທ່ອງທ່ຽວສາກົນເຂົ້າຫວຽດນາມບັນລຸກວ່າ 12,7 ລ້ານເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າຕົວເລກ 12,6 ລ້ານເທື່ອຄົນໃນປີ 2023.

ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 1,3 ລ້ານເທື່ອຄົນໃນເດືອນ 9/2024, ອີງຕາມຂໍ້ມູນຂອງກົມສະຖິຕິທົ່ວໄປ. ໃນ 9 ເດືອນຕົ້ນປີ 2024, ຈຳນວນນັກທ່ອງທ່ຽວສາກົນບັນລຸ 12,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 43,0% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຕາມກົມໃຫຍ່ ທ່ອງທ່ຽວ ແຫ່ງຊາດຫວຽດນາມ, ສ.ເກົາຫຼີ ສືບຕໍ່ແມ່ນຕະຫຼາດສົ່ງແຂກທ່ອງທ່ຽວມາຫວຽດນາມໃຫຍ່ກວ່າໝູ່ໃນ 9 ເດືອນຕົ້ນປີ 2024 ດ້ວຍຈຳນວນນັກທ່ອງທ່ຽວ 3,3 ລ້ານເທື່ອຄົນ (ກວມ 26,5%). ຈີນຢືນອັນດັບທີ 2, ມີນັກທ່ອງທ່ຽວເຖິງ 2,7 ລ້ານເທື່ອຄົນ (ກວມ 21,3%). ຕະຫຼາດສອງແຫ່ງນີ້ກວມເອົາ 47,8% ຂອງຈໍານວນນັກທ່ອງທ່ຽວຕ່າງປະເທດທັງໝົດໃນ 9 ເດືອນຜ່ານມາ, ມີນັກທ່ອງທ່ຽວເຂົ້າມາທັງໝົດປະມານ 6 ລ້ານຄົນ.
10 ຕະຫຼາດສົ່ງນັກທ່ອງທ່ຽວໃຫຍ່ທີ່ສຸດລວມມີໄຕ້ຫວັນ (ຈີນ), ອາເມລິກາ, ຍີ່ປຸ່ນ, ມາເລເຊຍ, ອົດສະຕາລີ, ອິນເດຍ, ກໍາປູເຈຍ, ແລະໄທ.
ອາຊີຕາເວັນອອກສ່ຽງເໜືອແມ່ນກຳລັງຊຸກຍູ້ການເຕີບໂຕຂອງນັກທ່ອງທ່ຽວສາກົນ.
ຕະຫຼາດຈີນເພີ່ມຂຶ້ນ 141,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023; ເກົາຫຼີ ເພີ່ມຂຶ້ນກວ່າ 30%, ຍີ່ປຸ່ນ ເພີ່ມຂຶ້ນກວ່າ 27% ແລະ ໄຕ້ຫວັນ (ຈີນ) ເພີ່ມຂຶ້ນກວ່າ 65%.

ຕະຫຼາດໃກ້ຄຽງໃນພາກພື້ນອາຊີສືບຕໍ່ຂະຫຍາຍຕົວດີ, ລວມທັງອິນໂດເນເຊຍ, ຟີລິບປິນ, ລາວ, ກໍາປູເຈຍ, ມາເລເຊຍ, ສິງກະໂປ, ອິນເດຍ... ຕະຫຼາດໄທຫຼຸດລົງ 14.3%.
ຕະຫຼາດເອີຣົບເຊັ່ນ: ອັງກິດ, ຝຣັ່ງ, ເຢຍລະມັນ, ອີຕາລີ, ສະເປນ, ລັດເຊຍ, ເດນມາກ, ນໍເວ, ສວີເດນ ... ສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ. ນີ້ແມ່ນບັນດາຕະຫຼາດທີ່ມີນະໂຍບາຍຍົກເວັ້ນວີຊາຝ່າຍດຽວເພື່ອເຂົ້າຫວຽດນາມ ໂດຍມີເວລາພັກຊົ່ວຄາວເຖິງ 45 ວັນ.
ຕາມການຕີລາຄາຂອງອົງການທ່ອງທ່ຽວແຫ່ງຊາດຫວຽດນາມ, ຕະຫຼາດສ່ວນຫຼາຍໄດ້ຟື້ນຕົວຢ່າງເຕັມທີ່, ບາງຕະຫຼາດກໍ່ເພີ່ມຂຶ້ນຢ່າງວ່ອງໄວເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ນີ້ແມ່ນສັນຍານທີ່ດີທີ່ສະແດງໃຫ້ເຫັນວ່າ ຫວຽດນາມ ມີທ່າອ່ຽງບັນລຸເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 17-18 ລ້ານເທື່ອຄົນໃນປີນີ້.
ທີ່ມາ








(0)