ເລື່ອງຫວຽດນາມ ໄດ້ຮັບເລືອກຕັ້ງຈາກສະພາສິດທິມະນຸດສະຫະປະຊາຊາດ (HURC) ອາຍຸການ 2026-2028 ດ້ວຍຈຳນວນຄະແນນສຽງສູງສຸດໃນບັນດາປະເທດອາຊີ - ປາຊີຟິກ ແມ່ນຂີດໝາຍທາງການທູດທີ່ສຳຄັນ, ໄດ້ສະແດງໃຫ້ເຫັນຄວາມຮັບຮູ້ຂອງປະຊາຄົມໂລກ ແລະ ຕີລາຄາສູງບັນດາຜົນງານຂອງປະເທດພວກເຮົາໃນການຊຸກຍູ້ການພັດທະນາ ແລະ ປົກປັກຮັກສາສິດທິມະນຸດຢ່າງເລິກເຊິ່ງ.
ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ດັ້ງຮ່ວາຍຈູງ ໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານຫວຽດນາມ ກ່ຽວກັບຄວາມໝາຍສຳຄັນຂອງເຫດການຕໍ່ທີ່ຕັ້ງຂອງ ຫວຽດນາມ ໃນເວທີສາກົນ.
- ທ່ານຮອງລັດຖະມົນຕີທີ່ຮັກແພງ, ຫວຽດນາມ ຫາກໍ່ຖືກເລືອກຕັ້ງຄືນໃໝ່ເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດໄລຍະ 2026-2028 ດ້ວຍຈຳນວນຄະແນນສຽງສູງສຸດໃນກຸ່ມອາຊີ - ປາຊີຟິກ . ຂໍແບ່ງປັນຄວາມສຳຄັນຂອງເຫດການນີ້ຕໍ່ວຽກງານການຕ່າງປະເທດ ແລະ ທີ່ຕັ້ງສາກົນຂອງ ຫວຽດນາມ?
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮ່ວາງຢາງ: ອາດຈະເວົ້າໄດ້ວ່າ, ນີ້ແມ່ນໝາກຜົນທີ່ດີໃຈ ແລະ ພາກພູມໃຈທີ່ສຸດ. ໝາກຜົນນີ້ແມ່ນການຮັບຮູ້ສູງສຸດຂອງປະຊາຄົມໂລກກ່ຽວກັບບັນດານະໂຍບາຍ, ທິດທາງທີ່ຖືກຕ້ອງຂອງພັກ ແລະ ລັດ ແລະ ບັນດາຜົນງານປະຫວັດສາດຂອງປະເທດເຮົາໃນໄລຍະ 80 ປີແຫ່ງການໄດ້ຮັບເອກະລາດ, 40 ປີແຫ່ງການປະດິດສ້າງເພື່ອຮັບປະກັນສິດທິມະນຸດ. ຖືຄົນເປັນທັງກຳລັງຂັບເຄື່ອນ ແລະ ເປົ້າໝາຍພັດທະນາ.
ທີ 2 ແມ່ນປະຊາຄົມໂລກໄດ້ຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມ ໃນການປະກອບສ່ວນເຂົ້າໃນວຽກງານລວມຂອງສະຫະປະຊາຊາດ, ໃນນັ້ນມີບັນດາເສົາຄ້ຳສຳຄັນຂອງສະຫະປະຊາຊາດ ແມ່ນການຮັບປະກັນສິດທິມະນຸດ, ສະໜອງວິທີການທີ່ສອດຄ່ອງກັນ, ພັນທະຮັບປະກັນສິດທິມະນຸດ, ຮັບປະກັນສິດຂອງປະຊາຊົນປະເທດຕົນ, ຊຸກຍູ້ການເພີ່ມທະວີການແລກປ່ຽນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.
- ມີການຄາດຄະເນຫຼາຍຢ່າງວ່າໃນໄລຍະຈະມາເຖິງຈະມີການທ້າທາຍຫຼາຍຢ່າງຕໍ່ສິດທິມະນຸດໃນໂລກ. ໃນສະພາບການນັ້ນ, ຫວຽດນາມ ຈະເສີມຂະຫຍາຍບົດບາດເປັນສະມາຊິກສະພາສິດທິມະນຸດຄືແນວໃດ, ທ່ານຮອງລັດຖະມົນຕີ?
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮ່ວາງຢາງ : ກ່ອນອື່ນໝົດແມ່ນຕ້ອງຮັບປະກັນນະໂຍບາຍຂອງພັກ ແລະ ລັດຮັບໃຊ້ປະຊາຊົນ, ເພື່ອໃຫ້ປະຊາຊົນໄດ້ຮັບຜົນສຳເລັດ ແລະ ໝາກຜົນຂອງນະໂຍບາຍດັ່ງກ່າວ.
ນີ້ແມ່ນບັນດານະໂຍບາຍກ່ຽວກັບການສຶກສາ, ບຳລຸງສ້າງ, ຫັນເປັນດີຈີຕອນ, ບັນລຸຜົນສຳເລັດດ້ານເສດຖະກິດ, ການຮັກສາສຸຂະພາບ, ຜ່ານນັ້ນສາມາດແຜ່ຂະຫຍາຍໝາກຜົນຂອງພວກເຮົາໄປສູ່ສາກົນ.
ສອງ, ໃນສະພາບການລັດທິຫຼາຍຝ່າຍພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ແລະ ໃນນັ້ນບົດບາດຂອງ ສປຊ, ພິເສດແມ່ນບົດບາດຂອງສະພາສິດທິມະນຸດຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຍ້ອນຄວາມແຕກແຍກ, ຄວາມຂັດແຍ້ງລະຫວ່າງວັດທະນະທຳ ແລະ ລະຫວ່າງບັນດາຄຸນຄ່າແຫ່ງຊາດໃນບັນຫາພັດທະນາສິດທິມະນຸດ, ຄວາມຮັບຜິດຊອບຂອງ ຫວຽດນາມ ຍິ່ງກວ່າອີກ.
ສະນັ້ນ, ຫວຽດນາມ ຕ້ອງມີບົດບາດທີ່ດີກວ່າຢູ່ສະພາສິດທິມະນຸດຂອງສະຫະປະຊາຊາດ ເພື່ອໃຫ້ບັນດາປະເທດຮ່ວມມື, ແບ່ງປັນຄຸນຄ່າຮ່ວມມື, ເຂົ້າໃຈ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ແລະ ຊຸກຍູ້ບັນດາຄຸນຄ່າສິດທິມະນຸດສາກົນ.
- ຂອບໃຈຫຼາຍໆ./.
ທີ່ມາ: https://www.vietnamplus.vn/viet-nam-la-thanh-vien-tich-cuc-cua-hoi-dong-nhan-quyen-lien-hop-quoc-post1070525.vnp
(0)