
ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ ເປັນຄັ້ງທຳອິດໃນຖານະຕຳແໜ່ງໃໝ່; ຢືນຢັນຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ເວົ້າລວມ ແລະ ການຮ່ວມມືອັນດີງາມລະຫວ່າງ ກະຊວງການຕ່າງປະເທດ 2 ປະເທດເວົ້າສະເພາະ.
ທ່ານລັດຖະມົນຕີ 2 ທ່ານ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວອັນສຳຄັນພິເສດໃນການພົວພັນ 2 ຝ່າຍດ້ວຍການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປັນຂີດໝາຍສຳຄັນເປີດກ້ວາງກາລະໂອກາດລົງເລິກ ແລະ ນຳການພົວພັນຮ່ວມມືສອງຝ່າຍຂຶ້ນສູ່ລະດັບສູງໃໝ່; ຕີລາຄາສູງການຜັນຂະຫຍາຍໂຄງການປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ໄດ້ຮັບການລົງນາມໂດຍການເປັນສັກຂີພິຍານຂອງ ນາຍົກລັດຖະມົນຕີ 2 ທ່ານ ໃນໂອກາດນີ້, ແມ່ນທິດທາງພັດທະນາການພົວພັນຄູ່ຮ່ວມມືຮອບດ້ານໃນ 5 ປີຕໍ່ໜ້າ.

ເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການຮ່ວມມືດ້ານເສດຖະກິດ, ສອງລັດຖະມົນຕີເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຜັນຂະຫຍາຍບັນດາກົນໄກສອງຝ່າຍທີ່ມີຢູ່ແລ້ວ, ສ້າງກົນໄກຮ່ວມມືໃໝ່, ພິເສດແມ່ນຜ່ານຊ່ອງທາງຂອງພັກ; ສຸມໃສ່ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຢ່າງຕັ້ງໜ້າ ເພື່ອຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຂັ້ນສູງທີ່ຜ່ານມາ, ພິເສດແມ່ນສັນຍາຄູ່ຮ່ວມມືເສດຖະກິດຂຽວ - ເສດຖະກິດດີຈີຕອນ ແລະ ສັນຍາເຊື່ອມຕໍ່ເສດຖະກິດ.
2 ຝ່າຍກໍ່ເຫັນດີເປັນເອກະພາບສົມທົບກັນຍົກລະດັບຕາໜ່າງເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ລຸ້ນທີ 2 ໃຫ້ຂຽວສົດງົດງາມ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາຂົງເຂດສຳຄັນອື່ນຄື: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ ແລະ ກໍ່ສ້າງນະຄອນສະຫຼາດ; ແລະຢືນຢັນການສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.
ລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ບັນດາຂົງເຂດຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສືບຕໍ່ສະໜັບສະໜູນ ແລະ ສົມທົບກັນຢ່າງແໜ້ນແຟ້ນທີ່ຕັ້ງຂອງສອງປະເທດກ່ຽວກັບບັນດາບັນຫາທີ່ມີຄວາມສົນໃຈຮ່ວມຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ; ໃນນັ້ນມີການສົມທົບກັນເພື່ອຮັບປະກັນຫຼັກໝັ້ນລວມຂອງອາຊຽນກ່ຽວກັບບັນຫາທະເລຕາເວັນອອກ, ຮັບປະກັນການປະຕິບັດ DOC ຢ່າງຄົບຖ້ວນ, ແລະ ບັນລຸໄດ້ COC ຢ່າງມີປະສິດທິຜົນ ແລະ ແທດຈິງຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982).
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Le Hoai Trung ໄດ້ຂອບໃຈສິງກະໂປທີ່ໄດ້ໃຫ້ການຊ່ວຍເຫຼືອສຸກເສີນໃນຫຼາຍຮູບຫຼາຍແບບ, ໃນນັ້ນມີເຄື່ອງຊ່ວຍເຫຼືອອັນຈຳເປັນເພື່ອຊ່ວຍປະຊາຊົນຢູ່ບາງແຂວງທາງພາກເໜືອຂອງຫວຽດນາມ ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸ ແລະ ໄພນ້ຳຖ້ວມ.
ທີ່ມາ: https://nhandan.vn/viet-nam-mong-muon-tiep-tuc-thuc-day-hon-nua-quan-he-doi-tac-chien-luoc-toan-dien-voi-singapore-post918205.html






(0)