
ກອງປະຊຸມໄດ້ມີການເຂົ້າຮ່ວມຂອງ 11 ປະເທດສະມາຊິກໃນຂອບເຂດ AZEC ລວມມີ: ອົດສະຕາລີ, ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ຍີ່ປຸ່ນ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ແລະ ຫວຽດນາມ.
ຂໍ້ລິເລີ່ມ AZEC ຈະໄດ້ຮັບການຜັນຂະຫຍາຍແຕ່ປີ 2023 ແມ່ນກົນໄກຮ່ວມມືຫຼາຍຝ່າຍເພື່ອໜູນຊ່ວຍບັນດາປະເທດອາຊີໃນການແກ້ໄຂ 3 ສິ່ງທ້າທາຍຄື: ຮັບປະກັນການເຕີບໂຕ ດ້ານເສດຖະກິດ ; ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ສືບຕໍ່ດຳເນີນບັນດາຂະບວນການຫຼຸດທາດກາກບອນຂອງຂະແໜງເສດຖະກິດທັງໝົດໂດຍອີງໃສ່ທັດສະນະ “ໜຶ່ງເປົ້າໝາຍ, ຫຼາຍເສັ້ນທາງ”. ພິເສດ, ບັນດາປະເທດໃນກອບ AZEC ຢືນຢັນຄືນໃໝ່ວ່າມີຫຼາຍວິທີທາງທີ່ຫຼາກຫຼາຍ ແລະ ປະຕິບັດເພື່ອແນໃສ່ຫຼຸດການປ່ອຍອາຍພິດສຸດທິ, ໂດຍຄຳນຶງເຖິງສະພາບການຂອງແຕ່ລະປະເທດ, ເປົ້າໝາຍ ຫຼື ນະໂຍບາຍໃນປະຈຸບັນ ແລະ ສິ່ງທ້າທາຍໃນການພັດທະນາ ລວມທັງບັນດາປັດໄຈທາງພູມສາດ, ເສດຖະກິດ, ເຕັກໂນໂລຢີ, ສະຖາບັນ, ສັງຄົມ ແລະ ຄວາມສະເໝີພາບ.

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato' Seri Anwar Ibrahim ໄດ້ກ່າວຄຳປາໄສເປີດກອງປະຊຸມ. ທີ່ກອງປະຊຸມ, ຫົວໜ້າຄະນະໄດ້ຮັບຮູ້ ແລະ ຊົມເຊີຍຜົນຂອງກອງປະຊຸມລັດຖະມົນຕີ AZEC ຄັ້ງທີ 3 ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍໃນວັນທີ 17 ຕຸລາ 2025.

ສິ້ນສຸດກອງປະຊຸມ, ບັນດາຫົວໜ້າຄະນະຜູ້ແທນໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ AZEC ຄັ້ງທີ 3, ໃນນັ້ນ ບັນດາຫົວໜ້າຄະນະຜູ້ແທນໄດ້ຊົມເຊີຍບັນດາຄວາມຄືບໜ້ານັບແຕ່ກອງປະຊຸມສຸດຍອດ AZEC ຄັ້ງທີ 2 ແລະ ເນັ້ນໜັກເຖິງຄວາມຈຳເປັນຕ້ອງເລັ່ງລັດການກະທຳໃນທົດສະວັດສຳຄັນນີ້, ບົນພື້ນຖານ “ແຜນການດຳເນີນງານເພື່ອທົດສະວັດຕໍ່ໜ້າ” ທີ່ກອງປະຊຸມສຸດຍອດ AZEC ຄັ້ງທີ 2 ກໍ່ຄືບັນດານະໂຍບາຍຂອງ AZEC S.
ທີ່ມາ: https://nhandan.vn/nhieu-lo-trinh-da-dang-thiet-thuc-huong-toi-phat-thai-rong-bang-0-post918177.html






(0)