ນັ້ນແມ່ນການແບ່ງປັນຂອງທ່ານລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (MPI) ຫງວຽນຈີ໋ຢຸງ ທີ່ກອງປະຊຸມລັດຖະມົນຕີການເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ ຄັ້ງທີ 17 ທີ່ຈັດຂຶ້ນໃນວັນທີ 27 ສິງຫາ ຢູ່ ຮ່າໂນ້ຍ.
ຕາມທ່ານລັດຖະມົນຕີແລ້ວ, ຂະແໜງພະລັງງານແມ່ນເສົາຄ້ຳແຫ່ງການຮ່ວມມືໃໝ່ທີ່ສຳຄັນທີ່ສຸດທີ່ໄດ້ເພີ່ມເຂົ້າໃນຂອບເຂດສັນຍາເຊື່ອມຕໍ່ ເສດຖະກິດສອງປະເທດ ຫວຽດນາມ ແລະ ສິງກະໂປ ດ້ວຍຄວາມສາມາດບົ່ມຊ້ອນຫຼາຍດ້ານໃນການຮ່ວມມື.
“ທີ່ກອງປະຊຸມຄັ້ງທີ 16, 2 ຝ່າຍໄດ້ປຶກສາຫາລືເບື້ອງຕົ້ນກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມືດ້ານພະລັງງານທົດແທນເພື່ອຂາຍໄຟຟ້າໃຫ້ສິງກະໂປ ຈາກບັນດາໂຄງການລົງທຶນພະລັງງານທົດແທນຢູ່ຫວຽດນາມ.
ເພື່ອສາມາດປະຕິບັດໄດ້ນັ້ນ, ກະຊວງແຜນການ ແລະ ການລົງທຶນຈະລາຍງານໃຫ້ ລັດຖະບານ ສ້າງຕັ້ງຄະນະເຮັດວຽກກວດກາ ແລະ ປະຕິບັດບັນດາລະບຽບກົດໝາຍກ່ຽວກັບການສົ່ງອອກພະລັງງານທົດແທນໄປສິງກະໂປ, ຮັບປະກັນການປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ (ກົດໝາຍວ່າດ້ວຍໄຟຟ້າ, ກົດໝາຍວ່າດ້ວຍທະເລຫວຽດນາມ, ແຜນການ 8 ສະບັບ.
ທ່ານລັດຖະມົນຕີກໍ່ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ແລະ ສິງກະໂປ ໄດ້ຮັບຮອງເອົາການຍົກລະດັບສັນຍາຂອບການເຊື່ອມໂຍງເສດຖະກິດ ຫວຽດນາມ - ສິງກະໂປ ເພື່ອຕອບສະໜອງບັນດາສິ່ງທ້າທາຍທີ່ດີກ່ວາ ແລະ ຍາດແຍ່ງກາລະໂອກາດຈາກບັນດາການຜັນແປຂອງພາກພື້ນ ແລະ ສາກົນໃນໄລຍະມໍ່ໆມານີ້.
ຕາມນັ້ນແລ້ວ, ສັນຍາຂອບການຍົກລະດັບຈະລວມມີ 5 ເສົາຄ້ຳລວມມີ: ການເຊື່ອມຕໍ່ພະລັງງານ; ການພັດທະນາແບບຍືນຍົງ; ພື້ນຖານໂຄງລ່າງ; ດິຈິຕອລ ແລະ ນະວັດຕະກໍາ ແລະ ການເຊື່ອມຕໍ່ (ສໍາລັບຂົງເຂດເຊັ່ນ: ການສຶກສາ, ການເງິນ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂທລະຄົມມະນາຄົມ, ການທ່ອງທ່ຽວ, ການລົງທຶນ, ການຄ້າ ແລະການບໍລິການ, ການຂົນສົ່ງ).
ນີ້ແມ່ນ 5 ຂົງເຂດໃນຂອບເຂດການຍົກລະດັບຂໍ້ຕົກລົງເຊື່ອມຕໍ່ເສດຖະກິດທີ່ຈະໄດ້ຮັບການລົງນາມໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີສິງກະໂປ Lee Hsien Loong ແຕ່ວັນທີ 27-28 ສິງຫາ.
ກອງປະຊຸມຄັ້ງທີ 17 ແມ່ນໄດ້ຈັດຂຶ້ນໃນຈຸດເວລາທີ່ມີຄວາມໝາຍເປັນພິເສດ ເນື່ອງຈາກຫວຽດນາມ ແລະ ສິງກະໂປ ໄດ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ຄົບຮອບ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ.
ຍອດມູນຄ່າການນຳເຂົ້າ-ສົ່ງອອກລະຫວ່າງສອງປະເທດໃນປີ 2022 ບັນລຸ 9,1 ຕື້ USD, ເພີ່ມຂຶ້ນ 9,6% ເມື່ອທຽບໃສ່ປີ 2021.
ສິງກະໂປແມ່ນໜຶ່ງໃນບັນດານັກລົງທຶນແຖວໜ້າຂອງຫວຽດນາມ ດ້ວຍເກືອບ 3.274 ໂຄງການທີ່ຖືກຕ້ອງ, ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 73,5 ຕື້ USD.
ການລົງທຶນຂອງຫວຽດນາມ ຢູ່ສິງກະໂປ ບັນລຸ 690 ລ້ານ USD ດ້ວຍ 153 ໂຄງການ, ເຮັດໃຫ້ສິງກະໂປ ເປັນປະເທດໃຫຍ່ອັນດັບທີ 10 ໃນຈໍານວນ 80 ປະເທດ ແລະ ເຂດແຄ້ວນທີ່ຫວຽດນາມ ລົງທຶນໂດຍກົງຢູ່ຕ່າງປະເທດ.
ສວນອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ແມ່ນສັນຍາລັກແຫ່ງການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ ດ້ວຍເນື້ອທີ່ກວ່າ 7.000 ເຮັກຕາ, ດຶງດູດເງິນລົງທຶນປະມານ 18 ຕື້ USD ແລະ ສ້າງວຽກເຮັດງານທຳໃຫ້ຄົນງານກວ່າ 312.000 ຄົນ.
ເນື່ອງໃນໂອກາດນີ້, ສອງລັດຖະມົນຕີຍັງໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານນະວັດຕະກຳລະຫວ່າງສູນປະດິດສ້າງແຫ່ງຊາດຫວຽດນາມ ແລະ ສູນຜະລິດ ແລະ ເຕັກໂນໂລຊີກ້າວໜ້າ (ARTC) ໂດຍອົງການວິທະຍາສາດ, ເຕັກໂນໂລຊີ ແລະ ຄົ້ນຄວ້າ (ASTAR).
ຫງວຽນເລ
ທີ່ມາ
(0)