ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາວ່າ: ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດໃນສະພາບການທີ່ 2 ປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ (1950-2025) ແລະ ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຂອງຂອບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສ.ເຊັກໂກ ໃນເດືອນ 1/2025.

ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານປະທານ ສະພາສູງ ສ.ເຊັກ Milos Vystrcil ທີ່ທຳນຽບປະທານາທິບໍດີ.
ທ່ານປະທານປະເທດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າທີ່ ສ.ເຊັກໂກ ມອບໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນໄລຍະຜ່ານມາ, ໃນການສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ; ພ້ອມທັງຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ສ.ເຊັກໂກ, ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດອັນດັບໜຶ່ງ ແລະ ຄູ່ຮ່ວມມືຍຸດທະສາດທຳອິດຂອງ ຫວຽດນາມ ຢູ່ເອີລົບກາງ ແລະ ຕາເວັນອອກ.
ທ່ານປະທານສະພາສູງ ສາທາລະນະລັດ ເຊັກໂກ Milos Vystrcil ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມ ຫວຽດນາມ ແລະ ຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ເຄົາລົບ ແລະ ຄິດເຫັນຂອງບັນດາການນຳ ແລະ ປະຊາຊົນຫວຽດນາມ ທີ່ໄດ້ມີຕໍ່ຄະນະ; ຊົມເຊີຍ ບັນດາຜົນງານອັນໃຫຍ່ຫຼວງທີ່ ຫວຽດນາມ ບັນລຸໄດ້ພາຍຫຼັງ 80 ປີແຫ່ງການປະກາດເອກະລາດ, 50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ ແລະ ໃນພາລະກິດສ້າງສາພັດທະນາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນໃນໄລຍະມໍ່ໆມານີ້; ຢືນຢັນວ່າ ສາທາລະນະລັດ ເຊັກໂກ ຍາມໃດກໍຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ.
ບັນດາການພັດທະນາຢ່າງຕັ້ງໜ້າຂອງການພົວພັນຫວຽດນາມ - ເຊັກໂກ ລວມມີການເຕີບໂຕທີ່ໜ້າປະທັບໃຈໃນວົງເງິນການຄ້າ 2 ຝ່າຍ, ບັນລຸ 2 ຕື້ USD ໃນປີ 2024 ແລະ 1,9 ຕື້ USD ໃນ 10 ເດືອນຕົ້ນປີ 2025, ແຕ່ບໍ່ເໝາະສົມກັບທ່າແຮງ ແລະ ກຳລັງແຮງຂອງ 2 ປະເທດ. 2 ຝ່າຍຍັງມີຊ່ອງຫວ່າງຫຼາຍຢ່າງເພື່ອເພີ່ມທະວີການແລກປ່ຽນການຄ້າ, ຊຸກຍູ້ ການລົງທຶນ ແລະ ການຮ່ວມມືໃນຫຼາຍຂົງເຂດ.

ທີ່ການພົບປະ, 2 ຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຫວຽດນາມ - ເຊັກໂກ ໃນຫຼາຍຂົງເຂດ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ.
ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີບັນດາອົງການນິຕິບັນຍັດຂອງ 2 ປະເທດສືບຕໍ່ສົມທົບກັນສ້າງແລວທາງກົດໝາຍທີ່ສະດວກໃຫ້ແກ່ການຮ່ວມມືສອງຝ່າຍ, ຕອບສະໜອງຜົນປະໂຫຍດລວມຂອງ 2 ປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ຊຸກຍູ້ການຮ່ວມມື ຫວຽດນາມ - ເຊັກໂກ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນກວ່າ, ທ່ານປະທານປະເທດ ສະເໜີສອງຝ່າຍເພີ່ມທະວີການຕິດຕໍ່ພົວພັນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ຜ່ານບັນດາຊ່ອງທາງຕ່າງໆ ເພື່ອຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຊຸກຍູ້ການຮ່ວມມືດ້ານ ເສດຖະກິດ , ການຄ້າ, ການລົງທຶນ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຊີ, ສຶກສາ-ບຳລຸງສ້າງ, ວັດທະນະທຳ-ທ່ອງທ່ຽວ ແລະ ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ, ເປີດກວ້າງບັນດາຂົງເຂດຮ່ວມມືໃໝ່ ເຊິ່ງສອງຝ່າຍສາມາດເພີ່ມທະວີ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ; ສະເໜີໃຫ້ ສ.ເຊັກໂກ ຈະສົມທົບກັນຊຸກຍູ້ບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - EU (EVIPA), ໂດຍໄວ, ແລະ ສະໜັບສະໜູນຄະນະກຳມະການເອີລົບ (EC) ຖອນໃບເຫຼືອງ IUU ສຳລັບການສົ່ງອອກອາຫານທະເລຂອງຫວຽດນາມ.
ເຫັນດີກັບຂໍ້ສະເໜີຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານປະທານສະພາສູງ Milos Vystrcil ໃຫ້ຮູ້ວ່າ: ບັນດາອົງການນິຕິບັນຍັດຂອງ 2 ປະເທດຈະສົມທົບກັນປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ໜູນຊ່ວຍລັດຖະບານ 2 ປະເທດຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.



ພາບລວມຂອງການຕ້ອນຮັບ.
ທ່ານປະທານສະພາສູງ ສາທາລະນະລັດ ເຊັກໂກ Milos Vystrcil ຕີລາຄາສູງບັນດາການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດ ເຊັກໂກ ຕໍ່ກັບເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ຢືນຢັນວ່າ ສະພາແຫ່ງຊາດ ແລະອຳນາດການປົກຄອງທຸກຂັ້ນຂອງສາທາລະນະລັດ ເຊັກໂກ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມ.
ກ່ຽວກັບການຮ່ວມມືຫຼາຍຝ່າຍ, ການນຳ 2 ທ່ານ ຢືນຢັນວ່າ ຫວຽດນາມ ແລະ ສ.ເຊັກໂກ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ ສປຊ, ໃນຂອບເຂດ ອາຊຽນ - ອີຢູ; ພ້ອມກັນນັ້ນ, ກໍຢືນຢັນສະໜັບສະໜູນຫຼັກໝັ້ນຂອງການແກ້ໄຂຄວາມຂັດແຍ້ງກັນ, ໃນນັ້ນມີບັນຫາທະເລຕາເວັນອອກ, ໂດຍສັນຕິວິທີຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS).
ເນື່ອງໃນໂອກາດນີ້, ທ່ານປະທານສະພາສູງ ເຊັກໂກ Milos Vystrcil ໄດ້ແຈ້ງໃຫ້ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ຮູ້ວ່າ: ຝ່າຍ ເຊັກໂກ ຈະໜູນຊ່ວຍມະນຸດສະທຳລວມມູນຄ່າ 3,5 ຕື້ດົ່ງ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸ ແລະ ໄພນ້ຳຖ້ວມຢູ່ພາກກາງ ໂດຍຜ່ານສະພາກາແດງ ຫວຽດນາມ ແລະ ຫວັງວ່າ ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂຄວາມເສຍຫາຍຈາກໄພທຳມະຊາດໂດຍໄວ.
ເນື່ອງໃນໂອກາດນີ້, ຜ່ານທ່ານປະທານສະພາສູງ Milos Vystrcil, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຝາກຄວາມເຄົາລົບ ແລະ ເຊີນທ່ານປະທານາທິບໍດີ ເຊັກໂກ Petr Pavel ມາຢ້ຽມຢາມ ຫວຽດນາມ ໂດຍໄວ ເພື່ອສືບຕໍ່ປຶກສາຫາລືບັນດາທິດທາງ ແລະ ມາດຕະການຊຸກຍູ້ການພົວພັນ 2 ຝ່າຍໃນໄລຍະຈະມາເຖິງ.
ຮົ່ງວັນ-ດຶກແທ່ງ






(0)