ເປົ້າໝາຍຂອງບໍລິສັດແມ່ນຕອບສະໜອງຄວາມຕ້ອງການພາຍໃນຂອງລະບົບນິເວດ Vingroup , ພ້ອມກັນນັ້ນກໍ່ເຂົ້າຮ່ວມການຊຸກຍູ້ການພັດທະນາອຸດສາຫະກຳໜັກຂອງຫວຽດນາມ.
ບໍລິສັດມີຍອດມູນຄ່າການລົງທຶນ 10.000 ຕື້ດົ່ງ ດ້ວຍເປົ້າໝາຍກໍ່ສ້າງສະຖານທີ່ຜະລິດເຫຼັກກ້າອຸດສາຫະກຳເຕັກໂນໂລຢີສູງ ດ້ວຍກຳລັງການຜະລິດປະມານ 5 ລ້ານໂຕນ/ປີ ໃນໄລຍະທີ 1, ຢູ່ນະຄອນ Vung Ang, Ha Tinh .
VinMetal ຈະສຸມໃສ່ການຜະລິດສາຍເຫຼັກພົນລະເຮືອນ ໃນການກໍ່ສ້າງ; ເຫຼັກມ້ວນຮ້ອນ, ເຫຼັກກ້າທີ່ມີຄວາມເຂັ້ມແຂງສູງແລະເຫຼັກໂລຫະປະສົມພິເສດ ສໍາລັບການຜະລິດຍານພາຫະນະໄຟຟ້າແລະໂຄງສ້າງພື້ນຖານການຂົນສົ່ງຄວາມໄວສູງ. ພິເສດ, ສິນຄ້າທີ່ສຳຄັນລວມມີ ເຫຼັກກ້າທີ່ມີຄຸນນະພາບສູງ ແລະ ເຫລັກສະແຕມສຳລັບລົດຍົນ , ເຫລັກທາງລົດໄຟ ແລະ ເຫຼັກກ້າສຳລັບຂົວ, ທ່າເຮືອ ແລະ ທາງລົດໄຟທີ່ ໄດ້ມາດຕະຖານສາກົນ, ເພື່ອແນໃສ່ທົດແທນແຫຼ່ງນຳເຂົ້າ ແລະ ສົ່ງອອກສູ່ພາກພື້ນເທື່ອລະກ້າວ.
ບໍລິສັດ VinMetal ຈະສະໜອງວັດສະດຸເຫຼັກກ້າໃຫ້ແກ່ບັນດາຂົງເຂດຫຼັກຂອງກຸ່ມບໍລິສັດເຊັ່ນ: ອະສັງຫາລິມະຊັບ Vinhomes, ການຜະລິດລົດໄຟຟ້າ VinFast ແລະ ອື່ນໆ.
ການສ້າງຕັ້ງບໍລິສັດຜະລິດເຫຼັກກ້າແມ່ນແນໃສ່ສະໜອງອຸປະກອນຫຼັກແຫຼ່ງຂອງກຸ່ມບໍລິສັດເຊັ່ນ: ອະສັງຫາລິມະຊັບ Vinhomes, ການຜະລິດລົດຍົນໄຟຟ້າ VinFast ແລະ ອື່ນໆ. ນອກຈາກນັ້ນ, ກຸ່ມບໍລິສັດ VinFast ຍັງມຸ່ງໄປເຖິງການສະໜອງເຫຼັກຄຸນນະພາບສູງໃຫ້ແກ່ບັນດາໂຄງການອຸດສາຫະກຳ, ພະລັງງານ ແລະ ຄົມມະນາຄົມທີ່ພວມຄົ້ນຄວ້າ ແລະ ສະເໜີກໍ່ສ້າງ, ໃນນັ້ນມີເສັ້ນທາງລົດໄຟຄວາມໄວສູງ ເໜືອ-ໃຕ້, ນະຄອນ ກວ໋າ - ໂຮ້ຍອານ.
ໃນໄລຍະຍາວ, ບໍລິສັດມຸ່ງໄປເຖິງກາຍເປັນຜູ້ນຳໜ້າດ້ານການຜະລິດເຫຼັກກ້າສີຂຽວຢູ່ຕະຫຼາດພາຍໃນປະເທດ, ນຳໃຊ້ເຕັກໂນໂລຊີຫຼຸດຜ່ອນການປ່ອຍກາກບອນ ແລະ ນຳໃຊ້ພະລັງງານຄືນໃໝ່ຈາກບັນດາແຫຼ່ງຜະລິດຄືນໃໝ່, ປະກອບສ່ວນຊຸກຍູ້ຂະແໜງອຸດສາຫະກຳໂລຫະເວົ້າສະເພາະແມ່ນການພັດທະນາອຸດສາຫະກຳໜັກຂອງຫວຽດນາມ.
ດ້ວຍການສ້າງຕັ້ງບໍລິສັດ VinMetal, ບໍລິສັດ Vingroup ມຸ່ງໄປເຖິງການເຄື່ອນໄຫວສະໜອງເຫຼັກກ້າຄຸນນະພາບສູງໃຫ້ບັນດາໂຄງການພື້ນຖານໂຄງລ່າງອຸດສາຫະກຳ, ພະລັງງານ ແລະ ຄົມມະນາຄົມໃນອະນາຄົດ.
ທ່ານ ຫງວຽນຫວຽດກວາງ, ຮອງປະທານສະພາບໍລິຫານ, ຜູ້ອໍານວຍການໃຫຍ່ວິສາຫະກິດ Vingroup, ແລະຜູ້ອໍານວຍການທົ່ວໄປຂອງ VinMetal ແບ່ງປັນວ່າ: “VinMetal ບໍ່ພຽງແຕ່ແມ່ນໂຮງງານເຫຼັກກ້າເທົ່ານັ້ນ, ຫາກຍັງເປັນການກະກຽມຍຸດທະສາດໃຫ້ແກ່ພື້ນຖານໂຄງລ່າງທັນສະໄໝ, ສີຂຽວ ແລະຍືນຍົງຂອງຫວຽດນາມ.
ການສ້າງຕັ້ງບໍລິສັດຫຸ້ນສ່ວນການຜະລິດ ແລະ ການຄ້າ VinMetal ແມ່ນຂີດໝາຍບາດກ້າວໃໝ່ໃນຍຸດທະສາດພັດທະນາຂອງ Vingroup ບົນພື້ນຖານ 5 ເສົາຄ້ຳ, ລວມມີ: ເຕັກໂນໂລຢີ - ອຸດສາຫະກຳ; ການຄ້າ ແລະການບໍລິການ; ການກຸສົນທາງສັງຄົມ; ພື້ນຖານໂຄງລ່າງ; ແລະພະລັງງານສີຂຽວ.
ຂຶ້ນກັບຂະແໜງອຸດສາຫະກຳ - ເຕັກໂນໂລຊີ, VinMetal ກໍ່ແມ່ນພື້ນຖານໜຶ່ງ, ໜູນຊ່ວຍໂດຍກົງບັນດາເສົາຄ້ຳພື້ນຖານໂຄງລ່າງ - ຂະແໜງທີ່ Vingroup ພວມເປີດກວ້າງການລົງທຶນດ້ວຍບັນດາໂຄງການທາງລົດໄຟຄວາມໄວສູງ, ຂົວ, ທ່າເຮືອ ແລະ ບັນດາໂຄງການຂົນສົ່ງສິນຄ້າ. ການເຄື່ອນໄຫວຜະລິດເຫຼັກກ້າພາຍໃນປະເທດບໍ່ພຽງແຕ່ຊ່ວຍໃຫ້ກຸ່ມບໍລິສັດຮັບປະກັນການສະໜອງວັດຖຸໃຫ້ບັນດາໂຄງການຂະໜາດໃຫຍ່ເທົ່ານັ້ນ, ຫາກຍັງເພີ່ມທະວີກຳລັງຄວາມສາມາດພາຍໃນຂອງອຸດສາຫະກຳໜັກຂອງຫວຽດນາມ, ປະກອບສ່ວນເພີ່ມທະວີຄວາມໄດ້ປຽບໃນການແກ່ງແຍ້ງຂອງຊາດ ແລະ ຍົກສູງທີ່ຕັ້ງຂອງຫວຽດນາມໃນແຜນທີ່ໂລກ.
ດ້ວຍບາດກ້າວດັ່ງກ່າວ, Vingroup ສືບຕໍ່ຢືນຢັນຄວາມມຸ່ງມາດປາດຖະໜາຢາກປະກອບສ່ວນ ແລະ ຮັບໃຊ້ໃຫ້ປະເທດຊາດ, ພ້ອມທັງມານະພະຍາຍາມກໍ່ສ້າງລະບົບອຸດສາຫະກຳ - ພະລັງງານ - ຕ່ອງໂສ້ຄຸນຄ່າພື້ນຖານໂຄງລ່າງ, ມຸ່ງໄປເຖິງຈຸດໝາຍພັດທະນາແບບຍືນຍົງ ແລະ ວັດທະນາຖາວອນຂອງຫວຽດນາມ./.
ທີ່ມາ: https://vtv.vn/vingroup-thanh-lap-cong-ty-san-xuat-thep-vinmetal-chinh-thuc-gia-nhap-linh-vuc-cong-nghiep-luyen-kim-100251006173507257.htm
(0)