ດ້ວຍບົດບັນທຶກຊ່ວຍຈຳ, ອັງກິດ, ຜ່ານກົງສູນໃຫຍ່ອັງກິດ ປະຈຳນະຄອນ ໂຮ່ຈີມິນ ຈະສົມທົບກັນຢ່າງແໜ້ນແຟ້ນກັບນະຄອນ ໂຮ່ຈີມິນ ເພື່ອໜູນຊ່ວຍບັນດາປະສົບການປະດິດສ້າງ ແລະ ເຕັກໂນໂລຢີ.
ພິເສດແມ່ນຊຸກຍູ້ການຮ່ວມມືຄົ້ນຄ້ວາ ແລະ ນະວັດຕະກຳລະຫວ່າງບັນດານັກກຳນົດນະໂຍບາຍຂອງລັດຖະບານ, ອົງການລັດຖະບານ, ອົງການຄົ້ນຄ້ວາ, ສະຖາບັນ ການສຶກສາ ຊັ້ນສູງ, ບໍລິສັດ ແລະ ວິສາຫະກິດຂອງທຸກຝ່າຍ, ໜູນຊ່ວຍຂະບວນການຫັນເປັນດິຈິຕອລ, ຊຸກຍູ້ການປະດິດສ້າງຂອງນະຄອນໂຮ່ຈິມິນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ.
ຕາມທ່ານນາງ Vo Thi Trung Trinh, ຜູ້ອຳນວຍການສູນການຫັນເປັນດິຈິຕອລນະຄອນໂຮ່ຈິມິນ, ພາຍຫຼັງໄດ້ລົງນາມໃນບົດບັນທຶກຊ່ວຍຈຳ, ຜ່ານກົງສຸນອັງກິດ, ຈະໃຫ້ບຸລິມະສິດຮ່ວມມືກັບລັດຖະບານນະຄອນໃນບັນດາຂົງເຂດຄື: ການຫັນເປັນດິຈິຕອນ; ເຕັກໂນໂລຊີນະຄອນອັດສະລິຍະ; ເຕັກໂນໂລຊີການເງິນ (fintech); ເຕັກໂນໂລຊີການຫັນເປັນ; ເຕັກໂນໂລຊີການດູແລສຸຂະພາບ (healthtech); ວິທີແກ້ໄຂທາງ ການແພດ ດິຈິຕອນ;...
ກ່ຽວກັບບັນດາແຫຼ່ງກຳລັງເພື່ອຜັນຂະຫຍາຍບົດບັນທຶກຊ່ວຍຈຳ, ບັນດາຝ່າຍເຫັນດີເປັນເອກະສັນກັນກ່ຽວກັບຄວາມສາມາດມີແຫຼ່ງທຶນຢ່າງພຽງພໍ ແລະ ເໝາະສົມຂອງແຕ່ລະຝ່າຍທີ່ເຂົ້າຮ່ວມ; ພ້ອມກັນນັ້ນ, ບັນດາຝ່າຍຍັງໄດ້ເຫັນດີເປັນເອກະສັນກັນກ່ຽວກັບຄວາມເປັນຄວາມລັບ ແລະ ຊັບສິນທາງປັນຍາ ໃນໄລຍະປະຕິບັດ MoU ເພື່ອຮັບປະກັນການປະຕິບັດຕາມກົດໝາຍແຫ່ງຊາດ ແລະ ຄຳໝັ້ນສັນຍາສາກົນ.
ທີ່ມາ: https://daidoanket.vn/vuong-quoc-anh-ho-tro-tp-ho-chi-minh-chuyen-doi-so-10302384.html
(0)