
ບັນດາຜູ້ແທນໄດ້ດຳເນີນພິທີເປີດສະຫຼອງຂົວ.
ຂົວດັ່ງກ່າວສ້າງຂຶ້ນດ້ວຍຄວາມຍາວ 36 ແມັດ, ກວ້າງ 5 ແມັດ, ໂຄງສ້າງເບຕົງເສີມແຂງ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ພາຫະນະທີ່ຜ່ານ. ຄ່າໃຊ້ຈ່າຍທັງໝົດໃນການກໍ່ສ້າງຂົວແມ່ນໄດ້ຮັບການລະດົມຈາກຜູ້ມີຄຸນງາມຄວາມດີທັງພາຍໃນ ແລະ ຕ່າງປະເທດ, ດ້ວຍຍອດຈຳນວນເງິນກວ່າ 1,4 ຕື້ດົ່ງ, ດ້ວຍປະຊາຊົນທ້ອງຖິ່ນປະກອບສ່ວນ 600 ວັນເຮັດວຽກ.
ຄະນະກຳມະການປະຊາຊົນເມືອງໂຂງໄດ້ມອບໃບຍ້ອງຍໍໃຫ້ 2 ກຸ່ມ, 5 ບຸກຄົນທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການກໍ່ສ້າງຂົວທາງບ້ານພູທ້ວງ.
MY HANH - ຮວາງວູ
(0)