ບົດລາຍງານການກວດສອບການເງິນປີ 2022 ພິມຈຳໜ່າຍໂດຍບໍລິສັດຫວຍນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ: ໃນປີຜ່ານມາ, ຍອດລາຍຮັບຈາກການຂາຍ ແລະ ບໍລິການຂອງບໍລິສັດບັນລຸກວ່າ 11.000 ຕື້ດົ່ງ, ເພີ່ມຂຶ້ນ 160% ເມື່ອທຽບໃສ່ໄລຍະດຽວກັນ (ປີ 2021, ຕົວເລກນີ້ແມ່ນ 6.900 ຕື້ດົ່ງ).
ສະເພາະໃນໝວດລາຍຮັບການຂາຍ ແລະ ການບໍລິການ, ລາຍຮັບຈາກຫວຍດັ້ງເດີມ ແລະ ບັດຂູດບັນລຸ 10.794 ຕື້ດົ່ງ (6.649 ຕື້ດົ່ງໃນປີ 2021); ສ່ວນທີ່ເຫຼືອແມ່ນລາຍຮັບຈາກການບໍລິການໃຫ້ເຊົ່າຫ້ອງການ ແລະລາຍຮັບທຸລະກິດການພິມ.
ປີ 2022, ລາຍຈ່າຍການດຳເນີນທຸລະກິດຫວຍຂອງບໍລິສັດແມ່ນ 7.617 ຕື້ດົ່ງ, ເພີ່ມຂຶ້ນ 2.800 ຕື້ດົ່ງ ເມື່ອທຽບໃສ່ປີ 2021 (ປີ 2021 ແມ່ນ 4.786 ຕື້ດົ່ງ). ກໍາໄລກ່ອນເສຍອາກອນຂອງບໍລິສັດຫວຍໂຮ່ຈິມິນສະມາຊິກຫນຶ່ງຈຳກັດໃນປີກາຍບັນລຸ 1.692 ຕື້ດົ່ງ, ເພີ່ມຂຶ້ນກວ່າ 500 ຕື້ດົ່ງເມື່ອທຽບໃສ່ປີ 2021.
ກ່ຽວກັບແຜນການເງິນປີ 2023, ບໍລິສັດໄດ້ວາງຄາດໝາຍລາຍຮັບໃຫ້ໄດ້ກວ່າ 11.370 ຕື້ດົ່ງ; ກໍາໄລກ່ອນອາກອນ 1.478 ຕື້ດົ່ງ; ພາສີ ແລະ ຊຳລະໃຫ້ງົບປະມານແຫ່ງລັດກວ່າ 3.800 ຕື້ດົ່ງ.
ບໍລິສັດຫວຍ ໂຮ່ຈີມິນ ຈຳກັດ ແມ່ນໜຶ່ງໃນ 21 ວິສາຫະກິດຫວຍຢູ່ພາກໃຕ້.
ກ່ອນໜ້ານີ້, ຕາມບົດລາຍງານຂອງສະຖາບັນຫວຍພາກໃຕ້, ລາຍຮັບຫວຍພື້ນເມືອງໃນໄຕມາດທີ 1 ປີ 2023 ບັນລຸກວ່າ 35.000 ຕື້ດົ່ງ, ເພີ່ມຂຶ້ນເກືອບ 22% ເມື່ອທຽບໃສ່ໄລຍະດຽວກັນ. ອັດຕາການຊົມໃຊ້ປີ້ຫວຍສະເລ່ຍໃນພາກພື້ນບັນລຸເກືອບ 98,7%, ເພີ່ມຂຶ້ນ 6,16% ເມື່ອທຽບໃສ່ໄລຍະດຽວກັນ. ຍອດຈຳນວນເງິນຈ່າຍເຂົ້າງົບປະມານແມ່ນກວ່າ 12.300 ຕື້ດົ່ງ, ເພີ່ມຂຶ້ນກວ່າ 48% ແລະ ບັນລຸກວ່າ 34% ຂອງແຜນການປີ 2023.
ທີ່ມາ






(0)