ກວດພະຍາດ ແລະ ແຈກຢາຟຣີ ໃຫ້ປະຊາຊົນ ບ້ານເຊບັ້ງໄຟ (ລາວ)

ໜ່ວຍ​ງານ​ໄດ້​ຈັດ​ຕັ້ງ​ການ​ກວດ​ພະຍາດ, ​ແຈກ​ຢາຍ​ຢາ ​ແລະ ມອບ​ຂອງຂວັນ 49 ພູດ (​ຂອງຂວັນ​ແຕ່​ລະ​ມີ​ເຂົ້າສານ, ນ້ຳຕານ, ນົມ, ​ເຂົ້າໜົມ, ອາຫານ​ແຫ້ງ ​ແລະ ​ເງິນ​ສົດ 300.000 ດົ່ງ) ​ໃຫ້​ປະຊາຊົນ​ບ້ານ​ເຊ​ໂປນ (ລາວ) ດ້ວຍ​ມູນ​ຄ່າ 30 ລ້ານ​ດົ່ງ.

ຢູ່​ຕາ​ແສງ ຮົ່ງ​ໄທ (A Luoi), ນາຍ​ແລະ​ພົນ​ທະ​ຫານ​ຂອງ​ໜ່ວຍ​ງານ​ໄດ້​ຖະ​ຫວາຍ​ທູບ​ທຽນ​ຢູ່​ອະນຸສາວະລີ​ວິ​ລະ​ຊົນ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ສະ​ແດງ​ຜະ​ລິດ​ຕະ​ພັນ​ກະ​ເສດ; ກວດກາ ແລະ ແຈກຢາຍຢາໃຫ້ເຈົ້າໜ້າທີ່ ແລະ ປະຊາຊົນໃນບ້ານ; ມອບຂອງຂວັນ 36 ພູດ ມູນຄ່າ 18 ລ້ານດົ່ງໃຫ້ບັນດາຄອບຄົວນະໂຍບາຍ; ມອບທຶນການສຶກສາ 5 ທຶນ ມູນຄ່າ 2,5 ລ້ານດົ່ງ ໃຫ້ນັກຮຽນໂຮງຮຽນປະຖົມ ຮົ່ງໄທ. ລວມຍອດ​ມູນ​ຄ່າ​ຂອງ​ຂວັນ​ໃນ​ໂຄງການ​ແມ່ນ​ເກືອບ 51 ລ້ານ​ດົ່ງ.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເບິ່ງ​ແຍງ​ດູ​ແລ​ເຕດ​ໃຫ້​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ, ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ຜາ​ສຸກ. ຜ່ານ​ນັ້ນ, ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ “​ເລືອດ​ເນື້ອ​ລະຫວ່າງ​ກອງທັບ ​ແລະ ປະຊາຊົນ”, ​ເພີ່ມ​ທະວີ​ຄຸນສົມບັດ​ອັນ​ສູງ​ສົ່ງ​ຂອງ “ທະຫານ​ລຸງ​ໂຮ່”, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກ, ລັດ, ກອງທັບ ​ແລະ ທະຫານ​ປ້ອງ​ກັນ​ຊາຍ​ແດນ; ປະກອບສ່ວນ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ​ຜືນ​ແຜ່ນດິນ, ຄວາມ​ສະຫງົບ​ປອດ​ໄພ​ຊາຍ​ແດນ​ແຫ່ງ​ຊາດ, ກໍ່ສ້າງ​ເຂດ​ຊາຍ​ແດນ ​ສັນຕິພາບ , ສະຖຽນ​ລະ​ພາບ, ມິດຕະພາບ, ຮ່ວມ​ມື ​ແລະ ພັດທະນາ.

Quynh Anh