ໃນເດືອນກັນຍາປີ 2025, ວົງເງິນສົ່ງອອກໝາກໄມ້ຂອງປະເທດເຮົາບັນລຸເກືອບ 1,3 ຕື້ USD, ເພີ່ມຂຶ້ນ 35,9% ເມື່ອທຽບໃສ່ເດືອນສິງຫາ ແລະ ເພີ່ມຂຶ້ນ 41% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

ການສົ່ງອອກຜັກແລະໝາກໄມ້ຂອງຫວຽດນາມຟື້ນຕົວໃນເດືອນກັນຍາຍ້ອນການຄວບຄຸມຄຸນນະພາບແລະຂະບວນການສົ່ງອອກທີ່ດີຂຶ້ນ. ພ້ອມກັນນັ້ນ, ບັນດາວິສາຫະກິດກໍ່ໄດ້ມານະພະຍາຍາມຫັນຕະຫຼາດຢ່າງມີຄວາມຫຼາກຫຼາຍ ແລະ ຫຼຸດຜ່ອນການເພິ່ງພາອາໄສຕະຫຼາດດັ້ງເດີມ.
ໃນໄລຍະມໍ່ໆມານີ້, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ໄທ, ອາເມລິກາ... ສືບຕໍ່ແມ່ນຕະຫຼາດສົ່ງອອກທີ່ສຳຄັນຂອງຫວຽດນາມ. ໃນນັ້ນ, ຈີນສືບຕໍ່ຖືເປັນອັນດັບໜຶ່ງ, ກວມປະມານ 60% ຍອດມູນຄ່າການສົ່ງອອກໝາກໄມ້ຂອງປະເທດເຮົາ. ໃນເດືອນກັນຍາດຽວ, ວົງເງິນສົ່ງອອກໄປຍັງຕະຫຼາດແຫ່ງນີ້ບັນລຸເກືອບ 800 ລ້ານ USD.
ດ້ວຍບັນດາໝາກຜົນທີ່ບັນລຸໄດ້ ແລະ ຟື້ນໂຕຄືນຈາກຕະຫຼາດຢ່າງແຂງແຮງ, ຂະແໜງອຸດສາຫະກຳຜັກ ແລະ ໝາກໄມ້ ຄາດວ່າຈະສືບຕໍ່ສ້າງສະຖິຕິໃໝ່, ສູ້ຊົນບັນລຸວົງເງິນ 8 ຕື້ USD ໃນທ້າຍປີ, ລື່ນກາຍເກືອບ 1 ຕື້ USD ເມື່ອທຽບໃສ່ປີ 2024.
ທີ່ມາ: https://baogialai.com.vn/xuat-khau-rau-qua-dat-hon-61-ty-usd-trong-9-thang-post568094.html
(0)