ຄະນະກຳມະການປະຊາຊົນແຂວງ ຫາກໍ່ຮັບຮອງເອົາເອກະສານໂຄງການ “ຊຸກຍູ້ລະບົບຕ່ອງໂສ້ການສະໜອງແບບຍືນຍົງ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ, ປັບປຸງຄວາມຢືດຢຸ່ນຂອງປ່າ ແລະ ຊີວະນາໆພັນ, ແບ່ງປັນຄວາມຮູ້ ແລະ ປະສົບການຂ້າມຊາຍແດນ - ໄລຍະ 7.2 ຢູ່ແຂວງ ກວາງຈີ້”. ໂຄງການດັ່ງກ່າວແມ່ນໄດ້ຮັບການໜູນຊ່ວຍບໍ່ສາມາດຄືນໄດ້ຈາກ WWF ຫວຽດນາມ, ດ້ວຍຍອດຈຳນວນທຶນປະຕິບັດກວ່າ 1,91 ຕື້ດົ່ງ. ພະແນກ ກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ກວ໋າງຈີ ໄດ້ຮັບມອບໝາຍໃຫ້ເປັນເຈົ້າຂອງໂຄງການ. ໄລຍະການຈັດຕັ້ງປະຕິບັດແມ່ນແຕ່ມື້ນີ້ຈົນເຖິງວັນທີ 31 ສິງຫາ 2025.
ອົງປະກອບດຳເນີນງານຂອງໂຄງການລວມມີ: ການເສີມສ້າງຄວາມທົນທານຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ (ສະໜັບສະໜູນຊຸມຊົນໃຫ້ມີຄວາມຮູ້ໃນການຄຸ້ມຄອງປ່າທຳມະຊາດແບບຍືນຍົງ ແລະ ປ່າປູກທີ່ໄດ້ຮັບການຢັ້ງຢືນ). ກໍ່ສ້າງ ແລະ ປະຕິບັດລະບົບຕິດຕາມກວດກາການສະຫງວນ ແລະ ການຂຸດຄົ້ນຫວາຍ, ແບ່ງປັນຄວາມຮູ້ກ່ຽວກັບການຜະລິດ ແລະ ດຳເນີນທຸລະກິດໃນຕ່ອງໂສ້ການສະໜອງຫວາຍແບບຍືນຍົງ ໂດຍຜ່ານບັນດາເວທີປາໄສວິສາຫະກິດປຸງແຕ່ງປະຈຳປີ, ມຸ່ງໄປເຖິງການສ້າງຕັ້ງສະມາຄົມຫວາຍ ຫວຽດນາມ.

ທົດລອງ “ກອງທຶນປະດິດສ້າງ” ເພື່ອຊຸກຍູ້ການລິເລີ່ມເພື່ອປັບປຸງຊີວິດການເປັນຢູ່, ການບໍລິການລະບົບນິເວດ ແລະ ຄວາມທົນທານຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ. ໂຄງການທົດລອງ ແລະ ເຄື່ອງມືສົ່ງເສີມ ແລະ ສະໜັບສະໜູນການແກ້ໄຂທຳມະຊາດ, ປະກອບສ່ວນເຂົ້າໃນການອະນຸລັກ ແລະ ປັບປຸງຊີວິດການເປັນຢູ່. ສື່ສານ ແລະ ສົ່ງເສີມຄວາມຮູ້ ແລະ ປະສົບການຈາກກິດຈະກໍາໂຄງການ.
ໂຄງການດັ່ງກ່າວມີຈຸດປະສົງເພື່ອສົ່ງເສີມລະບົບຕ່ອງໂສ້ການສະໜອງຜະລິດຕະພັນປ່າໄມ້ແບບຍືນຍົງ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນການຄຸ້ມຄອງ ແລະ ພັດທະນາການຜະລິດ, ປັບປຸງຄວາມຢືດຢຸ່ນຂອງປ່າໄມ້ ແລະ ຊີວະນາໆພັນ, ແລະ ແລກປ່ຽນປະສົບການເພື່ອຈໍາລອງແນວຄວາມຄິດ ແລະ ຕົວແບບທີ່ດີ.
ໄມລຳ
ທີ່ມາ: https://baoquangtri.vn/1-91-ti-dong-ho-tro-xay-dung-chuoi-cung-ung-lam-san-ben-vung-cai-thien-kha-nang-phuc-hoi-rung-va-da-dang-bi-hoc-tai-quang-tri-187595.htm






(0)