| ທ່ານ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ WTO ກ່າວຄຳເຫັນທີ່ພິທີ. |
ມີຜູ້ແທນ 50 ຄົນແມ່ນນັກທຸລະກິດຍິງຫວຽດນາມ ເຂົ້າຮ່ວມງານລ້ຽງ.
ທີ່ການພົບປະ, ທ່ານນາງ Ngozi Okonjo-Iweala ສະເໜີ WTO ແລະ ບັນດາຂໍ້ລິເລີ່ມ ເພີ່ມທະວີກຳລັງແຮງ ດ້ານເສດຖະກິດ ຂອງແມ່ຍິງ ແລະ ບັນດາໂຄງການ, ແຜນການສົມທົບກັບ ຫວຽດນາມ ໃນການຊຸກຍູ້, ໜູນຊ່ວຍວິສາຫະກິດແມ່ຍິງ ເຂົ້າຮ່ວມການຄ້າສາກົນ.
ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູບາຟູ, ຫົວໜ້າອົງການສົ່ງເສີມການຄ້າຫວຽດນາມ ໃຫ້ຮູ້ວ່າ, ໃນຖານະເປັນອົງການຮ່ວມມືຂອງຫວຽດນາມ ໃນການຄຸ້ມຄອງ, ປະຕິບັດ ແລະ ສົມທົບກັນຢ່າງແໜ້ນແຟ້ນໃນການສົ່ງເສີມການຄ້າ, ອົງການສົ່ງເສີມການຄ້າໄດ້ຕັ້ງໜ້າຜັນຂະຫຍາຍ ແລະ ສົມທົບກັບບັນດາອົງການຈັດຕັ້ງສາກົນຍາດແຍ່ງເອົາການໜູນຊ່ວຍດ້ານເຕັກນິກຈາກຕ່າງປະເທດເຂົ້າໃນການຊ່ວຍເຫຼືອຍົກສູງກຳລັງຄວາມສາມາດຂອງວິສາຫະກິດ, ສະມາຄົມ ແລະ ທ້ອງຖິ່ນຂອງຫວຽດນາມ.
ຕາມທ່ານ ຫວູບ໋າຟຸກແລ້ວ, ກົມໃຫຍ່ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍການສົ່ງເສີມຜະລິດຕະພັນຂອງບັນດາວິສາຫະກິດ, ໃນນັ້ນມີວິສາຫະກິດຍິງ.
“ໃນຂອບການຮ່ວມມືກັບສູນການຄ້າສາກົນ (ITC), 2 ຝ່າຍໄດ້ສ້າງຕັ້ງຫ້ອງການໂຄງການ SheTrades ຫວຽດນາມ ເພື່ອສະໜອງການໜູນຊ່ວຍຢ່າງມີປະສິດທິຜົນກວ່າໃຫ້ແກ່ຜູ້ປະກອບການຍິງ, ນັກທຸລະກິດຍິງເລີ່ມຕົ້ນທີ່ປາດຖະໜາຢາກເຂົ້າຮ່ວມຢ່າງມີປະສິດທິຜົນໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ”.
| ຜູ້ອຳນວຍການໃຫຍ່ WTO ພ້ອມດ້ວຍຄະນະຜູ້ແທນເຂົ້າຢ້ຽມຂ່ຳນັບບໍລິສັດຫຸ້ນສ່ວນ Sao Thai Duong. (ທີ່ມາ: ກະຊວງອຸດສາຫະກຳ ແລະ ການຄ້າ) |
ທີ່ການພົບປະ, ທ່ານນາງ ຫງວຽນທິທູແມ້ງ, ຜູ້ກໍ່ຕັ້ງ, ປະທານເຄືອຂ່າຍຜູ້ນຳແມ່ຍິງບຸກເບີກ (WeLead), ຜູ້ກໍ່ຕັ້ງເຄືອຂ່າຍຜູ້ປະກອບການແມ່ຍິງ ອາຊຽນ (AWEN), ປະທານກອງປະຊຸມສຸດຍອດແມ່ຍິງທົ່ວໂລກຢູ່ ຫວຽດນາມ ຖືວ່າ: ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ແລະ ນັກທຸລະກິດຍິງ ຫວຽດນາມ ໄດ້ຮັບການປັບປຸງຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວຂອງ WTO, ບັນດາໂຄງການ ແລະ ແຜນການຂອງວິສາຫະກິດຫວຽດນາມ. ເຂົ້າຮ່ວມການຄ້າສາກົນ ແລະ ໄດ້ຮັບການປຶກສາຫາລືກ່ຽວກັບບັນດາບັນຫາທີ່ນັກທຸລະກິດຍິງ ຫວຽດນາມ ມີຄວາມສົນໃຈ.
ທ່ານນາງ Minh ເນັ້ນໜັກວ່າ: “ການແບ່ງປັນຂອງຜູ້ອຳນວຍການໃຫຍ່ WTO ຈະເປັນຄວາມຮູ້ອັນລ້ຳຄ່າ ເພື່ອຊ່ວຍນັກທຸລະກິດຍິງທີ່ເຂົ້າຮ່ວມໃນມື້ນີ້ ແລະ ຜ່ານ WeLead ຈະແຜ່ຂະຫຍາຍໄປສູ່ປະຊາຄົມວິສາຫະກິດຍິງຫວຽດນາມ ເພື່ອໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນກວ່າເມື່ອເຂົ້າຮ່ວມການຄ້າສາກົນ”.
ຜູ້ຮ່ວມກໍ່ຕັ້ງບໍລິສັດຫຸ້ນສ່ວນ Sao Thai Duong ກໍ່ໃຫ້ຮູ້ວ່າ: ບໍລິສັດປາດຖະໜາຢາກຝາກເຖິງຫົວເລື່ອງຂອງ WTO ເຖິງຈິດໃຈຂອງນັກທຸລະກິດຍິງ ຫວຽດນາມ, ວິທີທີ່ນັກທຸລະກິດຍິງ ຫວຽດນາມ ປະສົບກັບສິ່ງທ້າທາຍ ແລະ ຄ່ອຍໆຜ່ານຜ່າ.
ທ່ານນາງ ຫງວຽນທິຮົ່ງລຽນ ໃຫ້ຮູ້ວ່າ: “ບໍລິສັດຫຸ້ນສ່ວນ Sao Thai Duong ຂໍແນະນຳເຖິງບັນດາການນຳ WTO ແລະ ບັນດາຜູ້ແທນກ່ຽວກັບຍຸດທະສາດດຳເນີນທຸລະກິດແບບຍືນຍົງ ແລະ ນະວັດຕະກຳຂອງວິສາຫະກິດ ວິທະຍາສາດ ແລະ ເຕັກໂນໂລຊີ, ພິເສດແມ່ນທິດທາງມຸ່ງໄປເຖິງຕົວແບບເສດຖະກິດລວມ - ວິສາຫະກິດຍິງສ້າງຜົນກະທົບທາງບວກໃຫ້ແກ່ການພັດທະນາສັງຄົມ”.
ທີ່ມາ






(0)