ວັນທີ 5 ພະຈິກນີ້, ອີຢິບໄດ້ດຳເນີນການຊ້ອມຮົບທີ່ມີຊື່ວ່າ Deterrence 2024 ຢູ່ທະເລເມດີແຕຣາເນ, ໂດຍມີກຳປັ່ນບັນທຸກຍົນເຮລິຄອບເຕີຊັ້ນ Mistral, ກຳປັ່ນບັນທຸກຍົນຮົບ Gamal Abdel Nasser, ກຳປັ່ນປ້ອງກັນແລະຍົນຮົບ.
| ການຊ້ອມຮົບຂອງອີຢິບໄດ້ຈຳລອງການໂຈມຕີທີ່ສັບສົນແລະການປ້ອງກັນປະເທດຕ້ານໄພຂົ່ມຂູ່ທີ່ອາດຈະເກີດຂຶ້ນ. (ທີ່ມາ: News.az) |
ການຊ້ອມຮົບຍິງປືນຄັ້ງນີ້ທີ່ກ່ຽວຂ້ອງເຖິງບັນດາໜ່ວຍງານພິເສດຂອງກຳລັງປະກອບອາວຸດເອຢິບໄດ້ດຳເນີນພາຍໃຕ້ການຊີ້ນຳຂອງລັດຖະມົນຕີປ້ອງກັນປະເທດ Abdel-Meguid Saqr ແລະ ຫົວໜ້າເສນາທິການໃຫຍ່, ພົນໂທ Ahmed Khalifa ພ້ອມດ້ວຍບັນດາການນຳແລະຜູ້ບັນຊາ ການທະຫານ ຂັ້ນສູງຫຼາຍທ່ານ.
ການຊ້ອມຮົບດັ່ງກ່າວໄດ້ຈຳລອງບັນດາຮູບການບຸກໂຈມຕີທີ່ສັບສົນ ແລະ ປ້ອງກັນປະເທດຕ້ານໄພຂົ່ມຂູ່ທີ່ອາດຈະມາເຖິງ, ໂດຍມີການສົມທົບກັນລະຫວ່າງກອງທັບເຮືອ, ປ້ອງກັນອາກາດ, ເອເລັກໂຕຼນິກ, ເຄມີ ແລະ ກອງທັບອາກາດ.
ຕາມນັ້ນແລ້ວ, ກອງທັບອາກາດໄດ້ສະກັດກັ້ນການໂຈມຕີທາງອາກາດຂອງສັດຕູ, ປ້ອງກັນກຳປັ່ນບັນທຸກຍົນເຮລິກົບແຕ Gamal Abdel Nasser ແລະ ປ້ອງກັນກຳປັ່ນໂດຍການຍິງລູກສອນໄຟ Avenger, ລູກສອນໄຟນຳວິຖີໜ້າດິນ Harpoon ແລະປືນໃຫຍ່ອີກຫຼາຍປະເພດໃສ່ສັດຕູ.
ນອກຈາກນັ້ນ, ເຮືອລູກສອນໄຟປະເພດ Suleiman Ezzat ໄດ້ເຂົ້າຮ່ວມການສ້າງຕັ້ງການປ້ອງກັນທາງອາກາດເພື່ອຕ້ານການໂຈມຕີທາງອາກາດຂອງສັດຕູ. ເຮືອດຳນ້ຳໄດ້ດຳເນີນການສອດແນມເພື່ອຊອກຫາໜ່ວຍທີ່ເປັນສັດຕູ.
ຫຼັງຈາກນັ້ນ, ເຮືອບິນເຮລິຄອບເຕີ Apache ໄດ້ທຳການໂຈມຕີທາງອາກາດໃສ່ເປົ້າໝາຍທີ່ກຳປັ່ນດຳນ້ຳລະບຸ.
ກອງທັບອາກາດໄດ້ປະສານສົມທົບກັບກຳປັ່ນບັນທຸກເຮລິຄອບເຕີ Gamal Abdel Nasser ແລະກຳປັ່ນຮົບອື່ນໆ ເພື່ອປະຕິບັດສະຖານະການເພື່ອໂຈມຕີເປົ້າໝາຍຢູ່ແຄມທະເລ.
ທີ່ມາ: https://baoquocte.vn/ai-cap-pho-dien-suc-manh-quan-su-o-dia-trung-ha-i-292727.html










(0)