
ນີ້ກໍ່ແມ່ນໜຶ່ງໃນ 3 ໂຮງຮຽນພາຍໃຕ້ “ໂຄງການໂຮງຮຽນສາມັນກິນນອນຊົນເຜົ່າຢູ່ເຂດຊາຍແດນ” ໄດ້ເລີ່ມກໍ່ສ້າງພ້ອມໆກັນໃນຕອນເຊົ້າມື້ນີ້ ຢູ່ ອານຢາງ ໄລຍະ 2025-2026 ຕາມແຈ້ງການເລກທີ 81 ຂອງ ກົມການເມືອງ ວ່າດ້ວຍນະໂຍບາຍລົງທຶນກໍ່ສ້າງໂຮງຮຽນໃຫ້ບັນດາຕາແສງຊາຍແດນ.

ພິເສດ, ໂຄງການໂຮງຮຽນປະຖົມ-ກາງ ຫວິງຢາ ໄດ້ສ້າງຕັ້ງຂື້ນບົນພື້ນຖານການສົມທົບ 2 ໂຮງຮຽນ, ໃນນັ້ນ ມີໂຮງຮຽນປະຖົມ ເລືອງແອງຕ່າ B ແລະ ໂຮງຮຽນ ມັດທະຍົມ ເລືອງແອງຕ່າ, ກໍ່ສ້າງໃນເນື້ອທີ່ເກືອບ 43.000 ຕາແມັດ, ລວມມີ 10.000 ກວ່າຕາແມັດ ເນື້ອທີ່ຂະຫຍາຍຕື່ມອີກ ດ້ວຍມູນຄ່າການລົງທຶນ 6 ຕື້ກວ່າດົ່ງ.
ໂຮງຮຽນມີຂະໜາດປະມານ 45 ຫ້ອງຮຽນ, ມີນັກຮຽນ 1.500 ຄົນ; ໃນນັ້ນ, ເປັນຕົ້ນແມ່ນ ຕຶກອາຄານທີ່ສ້າງຂຶ້ນໃໝ່ຫຼາຍແຫ່ງເຊັ່ນ: ຫ້ອງບໍລິຫານ, 13 ຫ້ອງຮຽນ ແລະ ຫ້ອງດົນຕີ, ຫ້ອງສາທາລະນະ 10 ຫ້ອງ, ຫໍພັກຜູ້ຊາຍ 36 ຫ້ອງ ແລະ ຫໍພັກຍິງ 36 ຫ້ອງ, ຫ້ອງຮັບປະທານອາຫານ 330 ບ່ອນນັ່ງ, ເຮືອນອະເນກປະສົງ... ນອກຈາກນັ້ນ, ໂຮງຮຽນຍັງມີສວນພຶກສາສາດ, ສວນຜັກປອດສານພິດ, ການລົງທຶນທາງດ້ານອຸປະກອນເພື່ອຮັບປະກັນມາດຕະຖານແຫ່ງຊາດ ລະດັບ 2.

ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທງເຊີນ ໄດ້ມອບຂອງຂວັນ ແລະ 20 ທຶນການສຶກສາໃຫ້ບັນດານັກຮຽນດີເດັ່ນທີ່ມີຄວາມຫຍຸ້ງຍາກ; ແລະ ໃຫ້ຄູອາຈານ 10 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ (ຄູແຕ່ລະຄົນໄດ້ຮັບຂອງຂວັນ 1 ລ້ານດົ່ງ).
ໃນຂະນະນັ້ນ, ໂຮງຮຽນປະຖົມ ແລະ ມັດທະຍົມຕົ້ນແຄ໋ງອານ, ຕາແສງ ແຄ໋ງຮ່ວາ, ແຂວງ ອານຢາງ ດ້ວຍຍອດຈຳນວນເງິນລົງທຶນເກືອບ 15 ຕື້ດົ່ງ ແລະ ໂຮງຮຽນປະຖົມ ແລະ ມັດທະຍົມຕົ້ນຈ່າງແທ່ງ, ຢູ່ຕາແສງ ຈີ່ແທ່ງ, ແຂວງ ອານຢາງ ກໍ່ໄດ້ຮັບການລົງທຶນກວ່າ 187 ຕື້ດົ່ງ.

ຕາມພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ອານຢາງ ແລ້ວ, ຍອດຈຳນວນເງິນລົງທຶນຂອງ 3 ໂຮງຮຽນນີ້ແມ່ນກວ່າ 389 ຕື້ດົ່ງ; ໃນນັ້ນ, ງົບປະມານສູນກາງ 374 ຕື້ດົ່ງ ແລະ ງົບປະມານຂອງແຂວງກວ່າ 15 ຕື້ດົ່ງ.
ທີ່ມາ: https://nhandan.vn/an-giang-khoi-cong-cac-truong-noi-tru-lien-cap-tai-cac-xa-bien-gioi-post921763.html






(0)