Vnews
ຄວາມປະທັບໃຈດ້ານວັດທະນະທຳຫວຽດນາມ ໃນສາຍຕາຂອງເພື່ອນມິດສາກົນ
ຕອນບ່າຍວັນທີ 6/3, ທ່ານນາງຮອງປະທານປະເທດ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານນາງເອກອັກຄະລັດຖະທູດ ແລະ ຫົວໜ້າອົງການສາກົນປະຈຳຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ, ວັນທີ 8/3, ຢູ່ ແຂວງ ບັກນິງ . ການເຄື່ອນໄຫວດັ່ງກ່າວໄດ້ຊ່ວຍໃຫ້ເພື່ອນມິດສາກົນເຂົ້າໃຈບັນດາຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳຫວຽດນາມ ໂດຍຜ່ານປະສົບການສ້າງຮູບແຕ້ມ ດົ່ງໂຮ່ ແລະ ມ່ວນຊື່ນບັນດາບົດເພງພື້ນເມືອງ ບັກນິງ ກວາງໂຮ່.
(0)