ທ່ານ Liew Chin Tong ຮອງລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳ ມາເລເຊຍ ໃຫ້ຮູ້ວ່າ: ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ບໍ່ສາມາດອີງໃສ່ພຽງແຕ່ການລົງທຶນໂດຍກົງຈາກຕ່າງປະເທດ, ແຕ່ຕ້ອງເພີ່ມທະວີການລົງທຶນ ແລະ ພັດທະນາບັນດາບໍລິສັດເຕັກໂນໂລຢີທ້ອງຖິ່ນ.
ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງການສ້າງຕັ້ງສະພາຕະຫຼາດເອກະຊົນອາຊຽນ, ທ່ານຮອງລັດຖະມົນຕີ Liew ໃຫ້ຮູ້ວ່າ, ຕ້ອງປ່ຽນໃໝ່ຄວາມຮັບຮູ້ວ່າເຕັກໂນໂລຢີຕ້ອງມາຈາກພາຍນອກ, ໃນຂະນະທີ່ອາຊຽນພຽງແຕ່ມີບົດບາດເປັນສະຖານທີ່ຜະລິດ.
ດ້ວຍການລົງທືນຫຼາຍຂຶ້ນ, ບໍລິສັດທ້ອງຖິ່ນສາມາດກາຍເປັນບໍລິສັດທີ່ມີອິດທິພົນບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນ, ແຕ່ຍັງທົ່ວໂລກ.
ທ່ານຮອງລັດຖະມົນຕີ Liew ກໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງເຊື່ອມຕໍ່ແຫຼ່ງກຳລັງການເງິນ, ເຕັກໂນໂລຢີ ແລະ ນະໂຍບາຍອຸດສາຫະກຳເພື່ອສ້າງຕະຫຼາດພາກພື້ນໃຫ້ເຂັ້ມແຂງ.
ສະພາການຕະຫຼາດເອກະຊົນອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໂດຍອີງຕາມຂໍ້ລິເລີ່ມທີ່ນຳພາໂດຍສະພາທີ່ປຶກສາທຸລະກິດອາຊຽນ (ASEAN BAC) ເພື່ອແກ້ໄຂສິ່ງກີດຂວາງດ້ານໂຄງສ້າງຂອງການພັດທະນາທຶນເອກະຊົນ.
ສິ່ງກີດຂວາງເຫຼົ່ານີ້ລວມມີຄວາມຫຍຸ້ງຍາກດ້ານລະບຽບການ ຫຼືນະໂຍບາຍໃນການພັດທະນາ ແລະ ການລົງທຶນຂອງຕະຫຼາດທຶນເອກະຊົນໃນພາກພື້ນ, ຄວາມບໍ່ແນ່ນອນດ້ານລະບຽບ ຫຼື ປັດໃຈທີ່ເຮັດໃຫ້ການລົງທຶນ ແລະ ການລະດົມທຶນມີຄວາມຫຍຸ້ງຍາກຫຼາຍຂຶ້ນ.
ສະພາປະກອບດ້ວຍ 20 ກວ່າສະມາຊິກທີ່ເປັນອົງການການເງິນພາກເອກະຊົນນຳໜ້າໃນພາກພື້ນ ແລະ ມຸ່ງໄປເຖິງຄວາມສາມາດບົ່ມຊ້ອນການເຕີບໂຕຂອງຂະແໜງເຕັກໂນໂລຢີສີຂຽວ ແລະ ການຫັນປ່ຽນ.
ຕາມນັ້ນແລ້ວ, ທ່ານຮອງລັດຖະມົນຕີ Lew ຫວັງວ່າສະພາຈະປະກອບສ່ວນຊຸກຍູ້ການຫັນປ່ຽນສີຂຽວຂອງ ອາຊຽນ ຜ່ານບັນດາມາດຕະການແກ້ໄຂດ້ານເຕັກໂນໂລຢີ ແລະ ກໍ່ສ້າງຍຸດທະສາດພັດທະນາຢ່າງມີຫົວຄິດປະດິດສ້າງ.
ປະທານສະພາ BAC ອາຊຽນ ມາເລເຊຍ Tan Sri Nazir Razak ໄດ້ອ້າງເຖິງການສຶກສາໂດຍບໍລິສັດທີ່ປຶກສາ McKinsey ທີ່ສະແດງໃຫ້ເຫັນວ່າ ຕະຫຼາດເອກະຊົນຂອງອາຊຽນ ກວມເອົາພຽງ 0.5% ຂອງ GDP (GDP) ທຽບກັບສະເລ່ຍທົ່ວໂລກທີ່ 1.5%.
ທ່ານຄາດຄະເນວ່າ, ອາຊຽນຕ້ອງການເງິນທຶນເຖິງ 60 ຕື້ USD ເພື່ອໃຫ້ບັນດາກອງທຶນຫຸ້ນສ່ວນເອກະຊົນ ແລະ ກອງທຶນຮ່ວມມືໃນພາກພື້ນເພື່ອບັນລຸການເຕີບໂຕສະເລ່ຍໃນທົ່ວໂລກ./.
ທີ່ມາ: https://www.vietnamplus.vn/asean-thuc-day-phat-trien-cac-cong-ty-cong-nghe-da-quoc-gia-trong-khu-vuc-post1063294.vnp
(0)