• ມອບ-ຮັບຂົວ “ທະຫານ-ພົນລະເຮືອນມິດຕະພາບ 14”
  • ມອບເຮືອນ "ຄວາມຮັກຂອງນັກຮົບເກົ່າ"
  • ມອບເຮືອນ 2 ຫຼັງ ສະໜັບສະໜູນໂດຍບໍລິສັດສະໜາມບິນຫວຽດນາມ

ທ່ານ​ນາງ ຫງວຽນ​ທິ​ແມ້ງ​ແອ​ຍ, ຮອງ​ຫົວໜ້າ​ທະນາຄານ ​ຫວຽດນາມ ສາຂາ​ກ່າ​ເມົາ, ຜູ້ຕາງໜ້າ​ຜູ້​ໃຫ້ການ​ສະໜັບສະໜູນ​ໄດ້​ມອບ​ເຮືອນ​ທີ່​ເປັນ​ສັນຍາ​ລັກ​ໃຫ້​ແກ່​ການ​ນຳ​ເມືອງ ງອກ​ຫຽນ.

ນີ້​ແມ່ນ​ໝາກຜົນ​ພາຍຫຼັງ 3 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ໜູນ​ຊ່ວຍ​ເຮືອນ​ຢູ່​ໃຫ້​ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ​ແຕ່​ລະ​ຄອບຄົວ​ໄດ້​ຮັບ​ເງິນ 80 ລ້ານ​ດົ່ງ​ຈາກ​ການ​ສະໜອງ​ທຶນ​ຂອງ​ທະນາຄານ Vietin, ຮັບປະກັນ​ບັນດາ​ເງື່ອນ​ໄຂ “ພື້ນຖານ​ແຂງ, ກອບ​ແຂງ-ກຳ​ແພງ, ມຸງ​ແຂງ”. ຍອດ​ຈຳນວນ​ທຶນ​ໃຫ້​ແກ່​ໂຄງການ​ແມ່ນ 12,96 ຕື້​ດົ່ງ.

ນອກຈາກ​ນັ້ນ, ປະຊາຊົນ​ຍັງ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ວັນ​ເຮັດ​ວຽກ, ລະດົມ​ຍາດຕິ​ພີ່ນ້ອງ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ໜູນ​ຊ່ວຍ​ສະ​ເລ່ຍ 40 ລ້ານ​ດົ່ງ/​ເຮືອນ, ຊ່ວຍ​ໃຫ້​ເຮືອນ​ຊານ​ບໍ່​ພຽງ​ແຕ່​ແຂງ​ແຮງ​ເທົ່າ​ນັ້ນ ຫາກ​ຍັງ​ກວ້າງ​ຂວາງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເຮືອນ​ຢູ່​ໃນ​ໄລຍະ​ຍາວ.

ການ​ມອບ​ເຮືອນ​ຢູ່​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​ປະຊາຊົນ​ຢູ່​ເຂດ​ແຄມ​ທະ​ເລ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ຂອງ​ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ.

ຈີ່ເຫີຍ

ທີ່ມາ: https://baocamau.vn/ban-giao-126-can-nha-cho-ho-ngheo-huyen-ngoc-hien-a39924.html