ຕາມສະຖິຕິຂອງກົມພາສີ, ເດືອນກໍລະກົດຜ່ານມາ, ການສົ່ງອອກສິນຄ້າຂອງປະເທດເຮົາບັນລຸ 42,29 ຕື້ USD, ເພີ່ມຂຶ້ນ 7% (ເພີ່ມຂຶ້ນ 2,76 ຕື້ USD) ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ສະສົມ 7 ເດືອນຕົ້ນປີ 2025, ວົງເງິນສົ່ງອອກບັນລຸ 262,46 ຕື້ USD, ເພີ່ມຂຶ້ນ 14,8% (ເພີ່ມຂຶ້ນ 33,92 ຕື້ USD) ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໂດຍສະເພາະແມ່ນສະຖິຕິການສົ່ງອອກສິນຄ້າຂອງແຂວງ, ນະຄອນໃນເດືອນກໍລະກົດ - ເດືອນທຳອິດທີ່ 34 ຫົວໜ່ວຍບໍລິຫານຂັ້ນແຂວງ, ໃນນັ້ນມີ 28 ແຂວງ ແລະ 6 ເມືອງສູນກາງປະຕິບັດຢ່າງເປັນທາງການຕາມຮູບແບບລັດຖະບານໃໝ່, ໄດ້ສະແດງໃຫ້ເຫັນການຜັນຂະຫຍາຍການສົ່ງອອກສິນຄ້າຂອງທ້ອງຖິ່ນຢ່າງຫຼວງຫຼາຍ.
ສະເພາະດ້ວຍຍອດມູນຄ່າການຄ້າເກືອບ 8,68 ຕື້ USD, ບັກນິງ ໄດ້ລື່ນກາຍ “ຫົວຈັກ” ນະຄອນ ໂຮ່ຈີມິນ ກາຍເປັນທ້ອງຖິ່ນທີ່ມີມູນຄ່າການສົ່ງອອກສູງສຸດຂອງປະເທດໃນເດືອນ 7/2025.
ພາຍຫຼັງຢືນອັນດັບ 1 ເປັນເວລາດົນນານ, ເດືອນກໍລະກົດຜ່ານມາ, ວົງເງິນສົ່ງອອກຂອງນະຄອນໂຮ່ຈິມິນໄດ້ຕົກຢູ່ອັນດັບ 2 ຢ່າງບໍ່ຄາດຄິດ, ບັນລຸ 7,81 ຕື້ USD, ຕ່ຳກວ່າແຂວງ ບັກນິງ ປະມານ 870 ລ້ານ USD.
ນອກຈາກ ແຂວງ ບັກນິງ ແລະ ນະຄອນ ໂຮ່ຈີມິນ, ໃນ 5 ແຂວງ, ນະຄອນ ທີ່ມີ ວົງເງິນ ສົ່ງອອກ ສູງສຸດ ຂອງ ປະເທດ, ໃນເດືອນ ກໍລະກົດ 2025 ຍັງມີ ແຂວງ ຫາຍຟ່ອງ ດ້ວຍ 4,15 ຕື້ USD, ຟູ໋ທໍ້ 3,22 ຕື້ USD ແລະ ດົ່ງນາຍ 3,18 ຕື້ USD.
7 ເດືອນຕົ້ນປີ 2025, ນະຄອນ ໂຮ່ຈີມິນ, ບັກນິງ, ຫາຍຟ່ອງ , ດົ່ງນາຍ ແລະ ຟູ໋ເຖາະ ແມ່ນ 5 ທ້ອງຖິ່ນທີ່ມີມູນຄ່າການສົ່ງອອກສູງສຸດຂອງທົ່ວປະເທດ, ບັນລຸ 165,66 ຕື້ USD, ກວມເອົາ 63% ຂອງວົງເງິນສົ່ງອອກທັງໝົດຂອງປະເທດ.
ພິເສດ, ເຖິງວ່າວົງເງິນສົ່ງອອກຂອງນະຄອນໂຮ່ຈີມິນພຽງແຕ່ຢູ່ອັນດັບທີ 2 ໃນເດືອນກໍລະກົດ, ແຕ່ 7 ເດືອນຕົ້ນປີ 2025 ຍັງຢືນຢູ່ອັນດັບທີ 1 ດ້ວຍ 53,08 ຕື້ USD.
ອັນດັບທີ 2 ແມ່ນແຂວງ ບັກນິງ ດ້ວຍຍອດມູນຄ່າ 48,62 ຕື້ USD. ສ່ວນຕຳແໜ່ງທີ່ຍັງເຫຼືອແມ່ນແຂວງ Hai Phong ດ້ວຍຍອດມູນຄ່າ 24,86 ຕື້ USD, Dong Nai ດ້ວຍ 19,56 ຕື້ USD ແລະ Phu Tho ດ້ວຍ 19,54 ຕື້ USD.
ກ່ຽວກັບການຊຸກຍູ້ການສົ່ງອອກສິນຄ້າ, ຫວ່າງມໍ່ໆມານີ້, ກະຊວງອຸດສາຫະກຳ ແລະ ການຄ້າຮຽກຮ້ອງໃຫ້ບັນດາກົມ, ຫ້ອງການທີ່ກ່ຽວຂ້ອງສືບຕໍ່ເຈລະຈາການຄ້າຕ່າງຝ່າຍຕ່າງມີຜົນປະໂຫຍດກັບອາເມລິກາ ບັນລຸໄດ້ບັນດາຄຳໝັ້ນສັນຍາທີ່ສະດວກທີ່ສຸດໃຫ້ແກ່ ຫວຽດນາມ, ມຸ່ງໄປເຖິງສັນຍາການຄ້າຮອບດ້ານ, ເພີ່ມທະວີການພົວພັນດ້ານເສດຖະກິດ - ການຄ້າ ຫວຽດນາມ - ອາເມລິກາ ໃຫ້ແໜ້ນແຟ້ນກ່ວາອີກ.
ພ້ອມກັນນັ້ນ, ຕັ້ງໜ້າຄົ້ນຄວ້າ, ແນະນຳການເຈລະຈາ, ເຊັນສັນຍາຮ່ວມມືກັບບັນດາຕະຫຼາດໃໝ່. ສຸມໃສ່ການຂຸດຄົ້ນແລະສ້າງໂອກາດຫຼາຍທີ່ສຸດຈາກຕະຫຼາດຍຸດທະສາດທີ່ສໍາຄັນ.
ພ້ອມກັນນັ້ນ, ຕ້ອງເພີ່ມທະວີການກວດກາ ແລະ ຄວບຄຸມການອອກໃບຢັ້ງຢືນ ແລະ ແກ້ໄຂການສໍ້ໂກງແຫຼ່ງກຳເນີດຢ່າງເຂັ້ມງວດ. ໝູນໃຊ້ບັນດາສັນຍາ FTA ທີ່ລົງນາມຢ່າງມີປະສິດທິຜົນ; ປະຕິບັດການເຈລະຈາໂດຍໄວ ແລະ ໂດຍໄວຈະລົງນາມໃນ FTA ສະບັບໃໝ່, ພິເສດແມ່ນກັບບັນດາປະເທດຢູ່ຕາເວັນອອກກາງ, ອິນເດຍ, ອາຟຼິກາ, ອາເມລິກາລາຕິນ, ຍົກລະດັບສັນຍາການຄ້າສິນຄ້າອາຊຽນ... ເພື່ອຮັບປະກັນການເຕີບໂຕດ້ານການສົ່ງອອກ.

ທີ່ມາ: https://vietnamnet.vn/bat-ngo-vuot-tphcm-bac-ninh-vuon-len-dung-dau-ca-nuoc-ve-xuat-khau-2430820.html






(0)