ຮູບປະກອບ. |
(VOVWORLD) - ລາຍການ “ການທ່ອງທ່ຽວ, ຮູບເງົາ ແລະ ກິລາ - ຄວາມເອກອ້າງທະນົງໃຈຂອງຫວຽດນາມ” ໂດຍຄະນະກຳມະການປະຊາຊົນແຂວງ ບິ່ງດິງ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັນຈັດຕັ້ງໄດ້ດຳເນີນແຕ່ວັນທີ 2 – 4 ກັນຍາ 2024 ຢູ່ນະຄອນ ກວ໋າຍງອກ ແລະ ຫຼາຍທ້ອງຖິ່ນໃນແຂວງ.
ຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ໄດ້ອອກຖະແຫຼງການສະບັບເລກທີ 147/KH-UBND ກ່ຽວກັບການສົມທົບກັນໂຄສະນາ, ທ່ອງທ່ຽວ ຜ່ານໂຄງການ “ທ່ອງທ່ຽວ, ຮູບເງົາ ແລະ ກິລາ-ເອກອ້າງທະນົງໃຈຂອງຫວຽດນາມ” ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນຂອງບັນດານັກລົງທຶນ; ຜູ້ຜະລິດຮູບເງົາ ແລະ ຜູ້ທີ່ເຮັດວຽກໃນຂົງເຂດການສຶກສາທາງດ້ານຮ່າງກາຍ ແລະ ກິລາ ໃນການເຊື່ອມໂຍງການພັດທະນາການທ່ອງທ່ຽວ, ຮູບເງົາ ແລະ ກິລາ ຮ່ວມກັນເພື່ອ "ສ້າງອະນາຄົດ - ການເດີນທາງໄກຮ່ວມກັນ".
ເຫດການດັ່ງກ່າວຍັງປະກອບສ່ວນເຊື່ອມຕໍ່ບັນດາມໍລະດົກວັດທະນະທຳຂອງແຂວງ ບິ່ງດິ້ງ ໃນການສົ່ງເສີມການທ່ອງທ່ຽວໃຫ້ເປັນລະບົບອະນຸລັກ, ສົ່ງເສີມ ແລະ ຂຸດຄົ້ນມໍລະດົກເພື່ອຮັບໃຊ້ການພັດທະນາການທ່ອງທ່ຽວ.
ພ້ອມກັນນັ້ນ, ກໍ່ສ້າງບັນດານະໂຍບາຍບຸລິມະສິດ, ຊຸກຍູ້ການຮ່ວມມື, ສະມາຄົມ, ການຮ່ວມມືລະຫວ່າງແຂວງ ບິ່ງດິ້ງ ກັບບັນດາແຂວງ, ນະຄອນ, ລະຫວ່າງບັນດາຂົງເຂດກິລາ - ທ່ອງທ່ຽວ, ທ່ອງທ່ຽວ - ໜັງ ແລະ ກິລາ - ຮູບເງົາໃຫ້ພັດທະນາໄປຄຽງຄູ່ກັນແບບຍືນຍົງ.
ໃນຂອບເຂດຂອງລາຍການ, ຈະມີການເຄື່ອນໄຫວຫຼາຍຢ່າງຄື: ການສະແດງສິລະປະຍຸດໂທປະກອນ ແລະ ການສະແດງສິລະປະ “ປີກວິລະຊົນ” ຢູ່ສະໜາມຫຼວງ ຫງວຽນແທງແທ່ງ, ນະຄອນ Quy Nhon.
ງານຄອນເສີດ Magical Wings ຈັດຂຶ້ນໃນວັນທີ 3 ກັນຍາ 2024 ຖືວ່າແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ພົ້ນເດັ່ນຂອງລາຍການ ດ້ວຍບັນດາລາຍການສະແດງສິລະປະທີ່ດຶງດູດ, ສະແດງໃຫ້ເຫັນຄວາມງາມຂອງທຳມະຊາດ, ຄົນ, ວັດທະນະທຳຂອງຫວຽດນາມ ເວົ້າລວມ ແລະ ແຂວງ ບິ່ງດິ່ງ ເວົ້າສະເພາະ.
ນອກຈາກນັ້ນ, ແຕ່ວັນທີ 2 – 4 ກັນຍາ 2024, ແຂວງ ບິ່ງດິ້ງ ຍັງຈະຈັດຕັ້ງບັນດາລາຍການທ່ອງທ່ຽວ ຫວຽດນາມ ຜ່ານພື້ນທີ່ຖ່າຍຮູບ; ໄດ້ຈັດງານວາງສະແດງຮູບເງົາ “ໂຄສະນາ ແລະ ການທ່ອງທ່ຽວດ້ວຍຮູບເງົາ” ຢູ່ 3 ໂຮງຮູບເງົານະຄອນ Quy Nhon ແລະ 5 ໂຮງຮູບເງົາກາງແຈ້ງຂອງແຂວງ Binh Dinh ແລະ ພິເສດແມ່ນກອງປະຊຸມ “ການທ່ອງທ່ຽວ, ຮູບເງົາ ແລະ ກິລາ: ສ້າງອະນາຄົດ - ເດີນທາງຍາວໄປຮ່ວມກັນ” (ວັນທີ 3/9/2024) ຢູ່ສູນກາງ ...
ໃຫ້ຮູ້ວ່າ, ປີ 2024 ແມ່ນປີທີ 2 ທີ່ໂຄງການທ່ອງທ່ຽວ, ຮູບເງົາ ແລະ ກິລາ - ເອກອ້າງທະນົງໃຈ ຫວຽດນາມ ຈັດຕັ້ງ ສືບຕໍ່ໂຄສະນາບັນດາຈຸດຊົມວິວ, ແຫຼ່ງທ່ອງທ່ຽວຂອງແຂວງ ບິ່ງດິ້ງ ດ້ວຍບັນດາທັດສະນີຍະພາບ, ສະຖານທີ່ທ່ອງທ່ຽວເຊິ່ງມີການແຂ່ງຂັນກິລາພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ຊຸກຍູ້ການໂຄສະນາພາບພົດຂອງປະເທດ, ວັດທະນະທຳ ແລະ ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ບິ່ງດິ້ງ ເວົ້າສະເພາະຜ່ານບັນດາຂົງເຂດທ່ອງທ່ຽວ, ຮູບເງົາ ແລະ ກິລາ.
ທີ່ມາ: https://baophapluat.vn/binh-dinh-sap-dien-ra-chuong-trinh-du-lich-dien-anh-va-the-thao-tu-hao-ban-sac-viet-post521561.html
(0)