
ພາຍຫຼັງກໍ່ສ້າງໄດ້ເກືອບ 4 ເດືອນ, ໂດຍໄດ້ຮັບຄວາມເອົາໃຈໃສ່ ແລະ ສະໜັບສະໜູນຈາກບັນດາການນຳ, ຜູ້ບັນຊາການທຸກຂັ້ນໃນກຳລັງປະກອບອາວຸດແຂວງ, ຄະນະປະຈຳພັກ, ອຳນາດການປົກຄອງທ້ອງຖິ່ນ, ກໍ່ສ້າງ 6 ຫຼັງສຳເລັດຕາມກຳນົດເວລາ. ແຕ່ລະເຮືອນມີເນື້ອທີ່ 55-75 m². ກະຊວງປ້ອງກັນປະເທດ ໄດ້ໜູນຊ່ວຍ 60 ລ້ານດົ່ງ/ເຮືອນ, ສ່ວນຍັງເຫຼືອແມ່ນປະກອບສ່ວນຈາກຄອບຄົວ, ຍາດຕິພີ່ນ້ອງ, ເພື່ອນຮ່ວມງານ, ແຮງງານ.

ກ່າວຄຳເຫັນທີ່ພິທີມອບ-ຮັບ, ທ່ານພັນເອກ ຫງວຽນຊວນເຊີນ, ຮອງຜູ້ບັນຊາການການເມືອງກອງບັນຊາການທະຫານແຂວງ Gia Lai ໄດ້ອວຍພອນບັນດາຄອບຄົວຂອງບັນດານັກຮົບທີ່ໄດ້ຮັບ “ເຮືອນຂອງສະຫາຍ” ໃນຄັ້ງນີ້. ນີ້ແມ່ນຂອງຂວັນທີ່ມີຄວາມໝາຍສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງຄະນະກຳມະການການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານເຂດ 5, ຄະນະພັກ ແລະ ກອງບັນຊາການທະຫານແຂວງທີ່ມີຕໍ່ຄອບຄົວນາຍທະຫານທີ່ຍັງປະສົບກັບຄວາມຫຍຸ້ງຍາກ.
ທີ່ມາ: https://baogialai.com.vn/bo-chi-huy-quan-su-tinh-gia-lai-ban-giao-6-nha-dong-doi-cho-quan-nhan-co-hoan-canh-kho-khan-post568877.html
(0)