ຫວຽດນາມ ຖືວ່າ: ການຕັດສິນໃຈຂອງ ອາເມລິກາ ຢຸດຕິການເກັບພາສີເຊິ່ງກັນແລະກັນ ແມ່ນບາດກ້າວໃນແງ່ດີ ແລະ ຈະສືບຕໍ່ເຈລະຈາກັບ ອາເມລິກາ ກ່ຽວກັບຂໍ້ຕົກລົງມຸ່ງໄປເຖິງການຄ້າທີ່ຍຸດຕິທຳ ແລະ ຍືນຍົງ.
ຕອນບ່າຍວັນທີ 10/4, ຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ພາຍຫຼັງ ອາເມລິກາ ຢຸດຕິການເກັບພາສີຕ່າງຝ່າຍຕ່າງເປັນການຊົ່ວຄາວເປັນເວລາ 90 ວັນ, ໂຄສົກກະຊວງ ການຕ່າງປະເທດຫວຽດນາມ Pham Thu Hang ໃຫ້ຮູ້ວ່າ: ຫວຽດນາມ ຖືການຕັດສິນໃຈຂອງ ອາເມລິກາ ໃນການໂຈະອັດຕາພາສີຕ່າງຝ່າຍຕ່າງມີຜົນປະໂຫຍດ.
ບົນຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ເຈລະຈາບັນດາຂໍ້ຕົກລົງມຸ່ງໄປເຖິງການຄ້າທີ່ຍຸດຕິທຳ ແລະ ຍືນຍົງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດ 2 ປະເທດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ແລະ ຈິດໃຈຂອງການສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດຄົບຮອບ 30 ປີ.
“ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຕັດສິນໃຈຂອງອາເມລິກາທີ່ຈະໂຈະອັດຕາພາສີເຊິ່ງກັນແລະກັນເປັນເວລາ 90 ວັນກ່ຽວກັບການສົ່ງອອກຈາກບັນດາປະເທດໄປຍັງອາເມລິກາ, ໃນນັ້ນມີຫວຽດນາມ ແມ່ນບາດກ້າວທີ່ດີ.
ບົນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ, ຫວຽດນາມ ຈະເຈລະຈາກັບ ອາເມລິກາ ກ່ຽວກັບສັນຍາການຄ້າເຊິ່ງກັນ ແລະ ກັນ, ບົນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ, ບັນລຸໄດ້ບັນດາມາດຕະການແກ້ໄຂທີ່ໜ້າພໍໃຈໃຫ້ແກ່ການຄ້າທີ່ຍຸຕິທຳ ແລະ ຍືນຍົງ ແລະ ຕອບສະໜອງຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດຂອງ 2 ປະເທດ.
ສິ່ງດັ່ງກ່າວຈະສະແດງໃຫ້ເຫັນຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ກໍ່ຄືຈິດໃຈພາຍຫຼັງ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ .
ກ່ອນໜ້ານັ້ນ, ໃນການພົບປະໃນຕອນບ່າຍວັນທີ 9 ເມສາ (ຕາມເວລາທ້ອງຖິ່ນ) ກັບທ່ານຮອງ ນາຍົກລັດຖະມົນຕີ ໂຮ່ດຶກຟຸກ, ຜູ້ຕາງຫນ້າການຄ້າ ອາເມລິກາ Jamieson Greer ໃຫ້ຮູ້ວ່າ: ອາເມລິກາ ເຫັນດີໃຫ້ 2 ຝ່າຍເລີ່ມຕົ້ນການເຈລະຈາສັນຍາການຄ້າເຊິ່ງລວມມີບັນດາສັນຍາພາສີ ແລະ ສະເໜີໃຫ້ບັນດາລະດັບວິຊາການຂອງ 2 ຝ່າຍເລີ່ມປຶກສາຫາລືໃນທັນທີ.
2 ຝ່າຍເຫັນດີຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ, ຕັ້ງໜ້າກວດກາຄືນ ແລະ ພິຈາລະນາຫຼຸດຜ່ອນບັນດາສິ່ງກີດຂວາງທີ່ບໍ່ແມ່ນອັດຕາພາສີຕໍ່ສິນຄ້າຂອງແຕ່ລະປະເທດ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ອາເມລິກາ ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ; ແລະເພີ່ມທະວີການປະສານງານເພື່ອຄວບຄຸມ ແລະ ສະກັດກັ້ນການສໍ້ໂກງທາງການຄ້າ.
ໃນຂະນະນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກຟຸກ ປາດຖະໜາວ່າ: ເຖິງວ່າ ອາເມລິກາ ໄດ້ຕັດສິນໃຈເລື່ອນເວລາເກັບພາສີເປັນເວລາ 90 ວັນ, ແຕ່ສອງປະເທດຕ້ອງເຈລະຈາສັນຍາການຄ້າສອງປະເທດໂດຍໄວ ເພື່ອແນໃສ່ຊຸກຍູ້ການພົວພັນ ດ້ານເສດຖະກິດ ການຄ້າຢ່າງໝັ້ນຄົງ ແລະ ມີຜົນປະໂຫຍດເຊິ່ງກັນແລະກັນ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ.
ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ, ໃນໄລຍະມໍ່ໆມານີ້, ຫວຽດນາມ ໄດ້ຕັ້ງໜ້າປະຕິບັດຫຼາຍມາດຕະການເພື່ອປະກອບສ່ວນແກ້ໄຂການຂາດດຸນການຄ້າລະຫວ່າງ 2 ຝ່າຍ, ຕອບສະໜອງຄວາມເປັນຫ່ວງຂອງຝ່າຍ ອາເມລິກາ; ຕາມນັ້ນແລ້ວ, ການວາງອັດຕາພາສີສູງຂອງອາເມລິກາຕໍ່ສິນຄ້າສົ່ງອອກຂອງຫວຽດນາມ ແມ່ນບໍ່ສອດຄ່ອງກັບການພົວພັນດ້ານເສດຖະກິດ - ການຄ້າທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລະ ບໍ່ສະທ້ອນເຖິງຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ.
ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາເມລິກາ; ຂອບໃຈລັດຖະບານ ອາເມລິກາ ທີ່ສະເໝີຕົ້ນສະເໝີປາຍສະໜັບສະໜູນ “ຫວຽດນາມເຂັ້ມແຂງ, ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ຈະເລີນຮຸ່ງເຮືອງ”; ເນັ້ນໜັກວ່າ, ຫວຽດນາມ ພວມມານະພະຍາຍາມກໍ່ສ້າງພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ, ໃນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະ ຄວາມຫຼາກຫຼາຍຂອງການພົວພັນຕ່າງປະເທດ.
ທີ່ມາ: https://baolangson.vn/bo-ngoai-giao-viet-nam-len-tieng-viec-my-tam-dung-thue-doi-ung-5043657.html
(0)