ວັນທີ 8 ຕຸລານີ້, FTSE Russell ໄດ້ປະກາດຢ່າງເປັນທາງການກ່ຽວກັບການຍົກລະດັບຕະຫຼາດຫຼັກຊັບຂອງຫວຽດນາມຈາກຕະຫຼາດແຖວໜ້າເປັນຕະຫຼາດໃໝ່ທີສອງ.
ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານລັດຖະມົນຕີ ກະຊວງການເງິນ ຫງວຽນວັນແທ່ງ ໃຫ້ຮູ້ວ່າ: ການຮັບຮູ້ ແລະ ຍົກລະດັບຢ່າງເປັນທາງການຂອງ FTSE Russell ແມ່ນໝາກຜົນຂອງນະໂຍບາຍທີ່ຖືກຕ້ອງ ແລະ ຄວາມຕັ້ງໃຈຂອງລັດຖະບານ, ການສົມທົບຢ່າງແໜ້ນແຟ້ນຂອງທະນາຄານແຫ່ງລັດ ແລະ ບັນດາກະຊວງ, ສາຂາ, ຄູ່ຮ່ວມມືຂອງບັນດາສະມາຊິກຕະຫຼາດ, ກໍ່ຄືການໜູນຊ່ວຍອັນລ້ຳຄ່າຂອງທະນາຄານໂລກ, ບັນດານັກຊ່ຽວຊານ FTSE ແລະ ບັນດາສະຖາບັນລົງທຶນທົ່ວໂລກ.
“ສາມາດເວົ້າໄດ້ວ່າ ການຍົກລະດັບຕະຫຼາດຫຼັກຊັບຫວຽດນາມ ແມ່ນຂີດໝາຍສຳຄັນໃນການເດີນທາງພັດທະນາໃນໄລຍະ 25 ປີ. ການຍົກລະດັບຢ່າງເປັນທາງການຂອງ FTSE ບໍ່ພຽງແຕ່ເປີດກາລະໂອກາດອັນໃຫຍ່ຫຼວງເພື່ອດຶງດູດແຫຼ່ງທຶນຈາກຕ່າງປະເທດເທົ່ານັ້ນ, ແຕ່ຍັງພິສູດໃຫ້ເຫັນເສັ້ນທາງພັດທະນາທີ່ຖືກຕ້ອງ ແລະ ຄວາມສາມາດບົ່ມຊ້ອນທີ່ນັບມື້ນັບເຂົ້າສູ່ລວງເລິກຂອງຫວຽດນາມ ເຂົ້າໃນລະບົບການເງິນສາກົນ”.
ກ່ຽວກັບທິດພັດທະນາຕະຫຼາດພາຍຫຼັງການຍົກລະດັບ, ທ່ານລັດຖະມົນຕີ ຫງວຽນວັນແທ່ງ ໃຫ້ຮູ້ວ່າ: “ການຍົກລະດັບບໍ່ແມ່ນຈຸດໝາຍປາຍທາງ, ແຕ່ແມ່ນການເຄື່ອນໄຫວເພື່ອພັດທະນາຕະຫຼາດຫຼັກຊັບ ຫວຽດນາມ ໃຫ້ເຕີບໂຕຢ່າງມີຄຸນນະພາບ, ໂປ່ງໃສ ແລະ ຍືນຍົງ.

ທ່ານລັດຖະມົນຕີ ຫງວຽນວັນແທ່ງ (ພາບ: ກະຊວງການເງິນ).
ຕາມທ່ານລັດຖະມົນຕີແລ້ວ, ການຍົກລະດັບນີ້ແມ່ນໝາກຜົນຂອງການປະຕິຮູບນັບແຕ່ຂອບກົດໝາຍ, ພື້ນຖານໂຄງລ່າງເຕັກໂນໂລຢີ, ຄຸນນະພາບສິນຄ້າ ແລະ ການບໍລິການເຖິງພຶດຕິກຳຂອງປະຊາຊົນລົງທຶນ, ເປັນຂີດໝາຍການຫັນປ່ຽນຢ່າງຮອບດ້ານໃນດ້ານຄຸນນະພາບ ແລະ ເຊື່ອມໂຍງ.
ໃນໂຄງການຍົກລະດັບຕະຫຼາດຫຼັກຊັບຫວຽດນາມ, ເປົ້າໝາຍທີ່ໄດ້ວາງອອກບໍ່ພຽງແຕ່ແມ່ນຮັກສາລະດັບຕະຫຼາດໃໝ່ທີສອງຂອງ FTSE Russell ເທົ່ານັ້ນ, ຫາກຍັງຕ້ອງບັນລຸມາດຖານຂອງ MSCI ແລະ ມຸ່ງໄປເຖິງກຸ່ມບັນດາຕະຫຼາດເກີດໃໝ່ລະດັບສູງໃນປີ 2030.
“ຕະຫຼາດທຶນ ແລະ ຕະຫຼາດຫຸ້ນຂອງຫວຽດນາມ ຈະມີການປ່ຽນແປງດ້ານຄຸນນະພາບ, ບໍ່ພຽງແຕ່ຈະຕ້ອນຮັບແຫຼ່ງທຶນຕ່າງປະເທດທີ່ມີຄຸນນະພາບສູງເທົ່ານັ້ນ, ຕະຫຼາດຍັງຈະຮຽກຮ້ອງບັນດາມາດຕະການຄຸ້ມຄອງບໍ ລິ ຫານວິສາຫະກິດ ແລະ ໂປ່ງໃສ.
ແບ່ງປັນກ່ຽວກັບທິດທາງທີ່ຈະມາເຖິງ, ທ່ານລັດຖະມົນຕີ ຫງວຽນວັນແທ່ງ ເນັ້ນໜັກວ່າ: “ຍຸດທະສາດພັດທະນາຕະຫຼາດຫຼັກຊັບ ຫວຽດນາມ ຮອດປີ 2030 ໄດ້ກຳນົດເປົ້າໝາຍຢ່າງຈະແຈ້ງຄື: ພັດທະນາຕະຫຼາດຫຼັກຊັບໝັ້ນຄົງ, ປອດໄພ, ສຸຂະພາບແຂງແຮງ, ປະສິດທິຜົນ, ຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ; ກາຍເປັນຊ່ອງລະດົມທຶນໄລຍະກາງ ແລະ ຍາວຕົ້ນຕໍຂອງພື້ນຖານເສດຖະກິດ; ພ້ອມກັນນັ້ນສຸມໃສ່ພັດທະນາການເງິນຂຽວ, ຫັນເປັນການເງິນດີຈີຕອນ.
ກະຊວງການເງິນຈະຊີ້ນຳຄະນະກຳມະການຫຼັກຊັບແຫ່ງລັດ ແລະ ຫົວໜ່ວຍທີ່ກ່ຽວຂ້ອງສືບຕໍ່ປັບປຸງກອບກົດໝາຍໃຫ້ສົມບູນແບບ, ຊຸກຍູ້ການຫັນເປັນທັນສະໄໝ ແລະ ຫັນເປັນດິຈິຕອນຂອງພື້ນຖານໂຄງລ່າງຕະຫຼາດ, ສ້າງຄວາມສະດວກໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ສ້າງຕະຫຼາດຫຼັກຊັບທີ່ໂປ່ງໃສ, ປະສິດທິຜົນ ແລະ ທັນສະໄໝຕາມມາດຕະຖານສາກົນ.
“ກະຊວງການເງິນ ຫວັງວ່າຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ນຳການນຳຂອງພັກ ແລະ ລັດ, ການສົມທົບຢ່າງມີປະສິດທິຜົນຂອງບັນດາກະຊວງ, ສາຂາ, ອົງການຈັດຕັ້ງສາກົນ ແລະ ສະມາຊິກຕະຫຼາດ… ເພື່ອໃຫ້ຕະຫຼາດຫຼັກຊັບ ຫວຽດນາມ ບໍ່ພຽງແຕ່ຮັກສາລະດັບໃນປະຈຸບັນເທົ່ານັ້ນ ຫາກຍັງບັນລຸໄດ້ມາດຕະຖານສູງກວ່າ, ກາຍເປັນຊ່ອງທາງລະດົມທຶນຕົ້ນຕໍເພື່ອພັດທະນາເສດຖະກິດໃນໄລຍະໃໝ່.
ທີ່ມາ: https://dantri.com.vn/kinh-doanh/bo-truong-bo-tai-chinh-thi-truong-chung-khoan-se-thay-doi-ve-chat-20251008160918215.htm
(0)