ຄະນະກຳມະການເລືອກຕັ້ງແຫ່ງຊາດກຳປູເຈຍປະກາດໃນວັນທີ 15 ພຶດສະພານີ້ວ່າ: ພັກ Candlelight ຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມການເລືອກຕັ້ງເດືອນກໍລະກົດຍ້ອນບໍ່ໄດ້ສະໜອງເອກະສານການລົງທະບຽນທີ່ຄົບຖ້ວນ ແລະ ຖືກຕ້ອງ, ຕາມຂ່າວ Reuters.
ພັກແສງທຽນໃນເມື່ອກ່ອນແມ່ນມີຊື່ວ່າພັກ Sam Rainsy, ນຳໂດຍອະດີດຜູ້ນຳຝ່າຍຄ້ານໃນກຳປູເຈຍ, ປະຈຸບັນພວມລີ້ໄພຢູ່ຕ່າງປະເທດ.
ບັນດາຜູ້ສະໜັບສະໜຸນພັກແສງທຽນ ໄດ້ໂຄສະນາຫາສຽງຢູ່ນະຄອນຫຼວງພະນົມເປັນໃນເດືອນພຶດສະພາ 2022.
ໃນປີ 2012, ພັກແສງທຽນ ແລະ ພັກ ສິດທິມະນຸດ ຂອງ ທ່ານ Kem Sokha ໄດ້ລວມເຂົ້າກັນສ້າງຕັ້ງພັກ ກູ້ຊາດກຳປູເຈຍ (CNRP), ແຕ່ພັກດັ່ງກ່າວຖືກຍຸບໂດຍສານໃນປີ 2017. ພັກແສງທຽນ ໄດ້ເຂົ້າຮ່ວມການເລືອກຕັ້ງທ້ອງຖິ່ນໃນເດືອນມິຖຸນາຜ່ານມາ ແລະໄດ້ຮັບຄະແນນນິຍົມ 22,25% ຕາມໜັງ ສືພິມ Khmer Times . ຢ່າງໃດກໍ່ຕາມ, ການລົງທະບຽນສໍາລັບການເລືອກຕັ້ງທີ່ຈະມາເຖິງໄດ້ຖືກຂັດຂວາງໂດຍການປ່ຽນແປງນະໂຍບາຍຂອງຄະນະກໍາມະການເລືອກຕັ້ງແຫ່ງຊາດທີ່ຈະຮັບເອົາເອກະສານຕົ້ນສະບັບເທົ່ານັ້ນ.
"ເອກະສານຕົ້ນສະບັບບາງອັນຂອງພວກເຮົາໄດ້ຖືກທໍາລາຍຢູ່ທີ່ສໍານັກງານໃຫຍ່ຂອງ CNRP ໃນອະດີດ, ແຕ່ໃນລະຫວ່າງການເລືອກຕັ້ງຂັ້ນບ້ານ, ພວກເຮົາໄດ້ຍື່ນສໍາເນົາແລະພວກເຂົາໄດ້ຮັບການຍອມຮັບ," ໂຄສົກຂອງພັກ Candlelight Kimsour Phirith ກ່າວໃນຕົ້ນເດືອນນີ້.
ວັນທີ 12 ພຶດສະພານີ້, ພັກແສງທຽນປະກາດຈະຈັດກອງປະຊຸມຜູ້ນຳ, ສະມາຊິກພັກ, ນັກເຄື່ອນໄຫວແລະຜູ້ສະໜັບສະໜູນໃນທົ່ວປະເທດເຂົ້າຮ່ວມການເຄື່ອນໄຫວໂດຍສັນຕິໃນກໍລະນີທີ່ບໍ່ສາມາດລົງສະໝັກເລືອກຕັ້ງໄດ້.
ວັນທີ 14 ພຶດສະພານີ້, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ຮຽກຮ້ອງໃຫ້ຜູ້ສະໜັບສະໜູນພັກຂອງທ່ານຮັກສາຄວາມສະຫງົບ ແລະ ບໍ່ໄດ້ຟັງການຊັກຈູງໃນຂະນະທີ່ກຳປູເຈຍພວມເປັນເຈົ້າພາບຈັດງານກິລາຊີເກມ. ຜູ້ນຳໄດ້ຊີ້ນຳອຳນາດການປົກຄອງແລະກຳລັງປະກອບອາວຸດໃຫ້ກຽມພ້ອມຮັບມືກັບຜູ້ກໍ່ຄວາມເສຍຫາຍຕໍ່ຄວາມເປັນລະບຽບຮຽບຮ້ອຍ.
ກ່າວຄຳເຫັນກ່ຽວກັບການຕັດສິດຂອງພັກແສງທຽນ, ທ່ານ Sok Eysan ໂຄສົກພັກປະຊາຊົນກຳປູເຈຍ (CPP) ຂອງນາຍົກລັດຖະມົນຕີ Hun Sen ກ່າວໃນວັນທີ 15 ພຶດສະພານີ້ວ່າ, ເປັນການບໍ່ຖືກຕ້ອງທີ່ພັກຝ່າຍຄ້ານຍື່ນສຳເນົາເອກະສານ. ທ່ານ Eysan ຍັງກ່າວວ່າ, ການເລືອກຕັ້ງທີ່ຈະມາເຖິງຈະເປັນໄປໂດຍເສລີ, ຍຸດຕິທຳ, ແລະປະຊາທິປະໄຕໂດຍມີ 10 ກວ່າພັກເຂົ້າຮ່ວມ.
ແຫຼ່ງທີ່ມາ










(0)